ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູເຄຣນ ຢຸດສະໜັບສະໜຸນ ຕໍ່ເຂດ ທີ່ກະບົດ ປົກຄອງ


British national newspapers' front pages leading with the story about the death of U.S. musician Prince are displayed, April 22, 2016.
British national newspapers' front pages leading with the story about the death of U.S. musician Prince are displayed, April 22, 2016.

ຢູເຄຣນກ່າວໃນວັນພຸດມື້ນີ້ວ່າ ຕົນຈະຢຸດເຊົາການໃຫ້ເງິນ
ສະໜັບສະໜຸນຂອງ ລັດຖະບານຕໍ່ເຂດພາກຕາເວັນອອກ
ຂອງປະເທດ ທີ່ຄວບຄຸມໂດຍພວກແບ່ງ ແຍກດິນແດນນິ
ຍົມຣັດເຊຍ.

ນາຍົກລັດຖະມົນຕີ Arseney Yatsenyuk ກ່າວໃນວັນ
ພຸດມື້ນີ້ວ່າ ການຕັດເງິນຊ່ອຍເຫຼືອຂອງລັດຖະບານຈະ
ດຳເນີນຕໍ່ໄປຕາບໃດທີ່ດິນແດນໃນເຂດເມືອງ Donetsk
ແລະ Luhansk ຍັງຄວບຄຸມໂດຍພວກກໍ່ການຮ້າຍ.

ທ່ານ Yatsenyuk ຊຶ່ງໃຫ້ຄວາມເຫັນດັ່ງກ່າວໃນລະຫວ່າງ
ກອງປະຊຸມຄະນະ ລັດຖະບານ ເວົ້າວ່າ ລັດຖະບານຈະສືບຕໍ່ສະໜອງໄຟຟ້າແລະແກັສ ໃຫ້ແກ່ ເຂດທັງສອງ.

UKRAINE SOTVO
please wait
Embed

No media source currently available

0:00 0:00:39 0:00

ເຂດທີ່ປະກາດຕົນເອງເປັນເອກກະລາດທັງສອງ ໃນວັນອາທິດແລ້ວນີ້ ໄດ້ທ້າທາຍຕໍ່
ຢູເຄຣນໂດຍຈັດການເລືອກຕັ້ງຂຶ້ນ ຊຶ່ງໝາຍເຖິງການຢືນຢັນຕໍ່ການເປັນ ເອກກະລາດ
ຫຼາຍຂຶ້ນຈາກ Kyiv.

ມາຮອດປັດຈຸບັນນີ້ ຣັດເຊຍແມ່ນປະເທດດຽວເທົ່ານັ້ນທີ່ຮັບຮູ້ການເລືອກຕັ້ງ ຂອງເຂດ
ທັງສອງ ຊຶ່ງໄດ້ຖືກປະນາມໂດຍສະຫະລັດ ສະຫະປະຊາຊາດ ແລະ ປະເທດອື່ນໆວ່າ
ບໍ່ເປັນການຊ່ອຍຫຍັງເລີຍແລະຜິດກົດໝາຍອີກດ້ວຍ.

ການຢຸດຍິງເປັນເວລາສອງເດືອນ ແມ່ນຍັງໄດ້ຮັບການເຄົາລົບຢູ່ ແຕ່ບາງຄັ້ງ ບາງຄາວ
ກໍໄດ້ເກີດການປະທະກັນລະຫວ່າງທະຫານລັດຖະບານຢູເຄຣນແລະກຳລັງຂອງພວກ
ກະບົດ.

XS
SM
MD
LG