ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເຕືອນຣັດເຊຍ ບໍ່ໃຫ້ໃຊ້ຄຳເວົ້າ ທີ່ເປັນການຂົ່ມຂູ່ ຕໍ່ຢູເຄຣນ


ທະຫານຢູເຄຣນ ໃນເຂດແນວໜ້າ ໃກ້ເມືອງ Avdeyevka.
ທະຫານຢູເຄຣນ ໃນເຂດແນວໜ້າ ໃກ້ເມືອງ Avdeyevka.

ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ບອກ​ໃຫ້ຣັດ​ເຊຍຫລຸດຜ່ອນ​ການ​ເວົ້າຈາ ແບບທ້າ​ທາຍ​ກ່ຽວ​ກັບ​ຢູ​ເຄຣນຂອງ​ຕົນ​ລົງ ​ໂດຍ​ເຕືອນ​ວ່າ ມົສກູ​ອາດ​ຈະເຮັດ​ໃຫ້ສະຖາ ນະ​ຖານ​ທີ່​ເຄັ່ງ​ຕຶງ​ແລະ​ບອບ​ບາງ​ຢູ່​ແລ້ວນັ້ນ ລຸກ​ເປັນ​ໄຟ​ຕື່ມ.

“ພວກ​ເຮົາ​ມີ​ຄວາມເປັນຫ່ວງ​ກັງວົນ​ທີ່​ສຸດ” ຮອງ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ທ່ານ Gordon Trowbridge ກ່າວ​ໃນ​ວັນ​ສຸກວານ​ນີ້ ​ໂດຍ​ຢ້ຳວ່າ ຣັດ​ເຊຍ​ຄວນ​ດຳ​ເນີນ​ການ​ຕື່ມເພື່ອ​ປ້ອງ​ ກັນ​ບໍ່​ໃຫ້​ສະຖານະ​ການ​ຮ້າຍ​ແຮງເພີ້ມ​ຂຶ້ນ.

ທ່ານ​ກ່າວ​ວ່າ “ຣັດ​ເຊຍ​ແມ່ນ​ຍັງ​ສືບ​ຕໍ່​ໃນ​ທິດ​ທາງ​ທີ່​ໃຊ້​ສຳນວນ​ໂວຫານ​ແບບ​ທ້າ​ທາຍ​ ຊຶ່ງ​ເປັນ​ທີ່​ຈະ​ແຈ້ງ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ຫຼາຍໆ​ຄົນ ​ທີ່​ວ່າ​ກຳລັງ​ມີບາງ​ສິ່ງ​ບາງ​ຢ່າງ​ທີ່​ສຳຄັນ ​ພວມ​ເກີດ​ຂຶ້ນຢູ່​ທີ່​ນັ້ນ.”

ນອກ​ນັ້ນ ທ່ານ Trowbridge ຍັງ​ກ່າວ​ວ່າ ສະຫະລັດ​ ຍັງ​ບໍ່​ພົບ​ເຫັນ​ຫລັກ​ຖານ​ໃດໆ ທີ່​ສະ ໜັບສະໜຸນ​ການກ່າວ​ອ້າງ​ຂອງຣັດ​ເຊຍ​ທີ່​ວ່າຢູເຄຣນ​ໄດ້​ພະຍາຍາມທີ່​ຈະ​ທຳ​ການ​ກໍ່​ການ​ຮ້າຍ ​ໂດຍ​ອ້າ​ງ​ໃນ​ອັນ​ທີ່ທ່ານ​ເອີ້ນວ່າ “ປະຫວັດ​ຂອງມົສກູ ​ໃນ​ການ​ມັກ​ກ່າວ​ຫາ​ແບບ​ບໍ່​ມີ​ມູນ​ຄວາມ​ຈິງ​ໃສ່​ຢູ​ເຄຣນນັ້ນ.”

ທີ່​ນະຄອນຫຼວງມົສກູ ​ໃນເຊົ້າວັນ​ສຸກ​ວານ​ນີ້ນາຍົກລັດຖະມົນຕີ Dmitry Medvedev ກ່າວ​ວ່າ ຣັດ​ເຊຍ​ອາດ​ຈະ​ຕັດ​ຄວາມ​ສຳພັນ​ທາງ​ການ​ທູດ​ກັບ​ຢູ​ເຄຣນຫຼັງ ຈາກໄດ້​ເກີດ​ຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ຄວາມ​ໝັ້ນຄົງ​ເມື່ອ​ໄວໆ​ມານີ້.

ສື່​ມວ​ນຊົນ​ຂອງ​ທາງ​ການຣັດ​ເຊຍ​ໄດ້​ອ້າງ​ຄຳ​ເວົ້າຂອງ​ທ່ານ Medvedev ທີ່​ກ່າວວ່າ “ຖ້າ​ຫາກ​ບໍ່​ມີ​ວິທີ​ທາງ​ອື່ນ​ທີ່​ຈະ​ປ່ຽນ​ແປງສະຖາ​ນະ​ການ​ແລ້ວ ປະທານາທິບໍດີ Vladimir Putin ອາດ​ຈະ​ເອົາ​ບາດກ້າວ​ນີ້.”

ໄຄຣເມຍ
ໄຄຣເມຍ

ຄວາມ​ສຳພັນ​ທາງ​ການ​ທູດ​ລະຫວ່າງຣັດ​ເຊຍ​ແລະ​ຢູ​ເຄຣນຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຕາມປົກກະ ຕິຫລັງ​ຈາກຣັດ​ເຊຍ ​ໄດ້​ປະກາດ​ຮວມ​ເອົາ​ແຫຼມ​ໄຄຣ​ເມຍ​ ຊຶ່ງ​ເປັນ​ດິນ​ແດນຂອງ​ຢູເຄຣນ​ເຂົ້າ​ເປັນ​ຂອງ​ຕົນ​ ໂດຍ​ທີ່​ປະຊາຊົນ​ໃນ​ເຂດ​ດັ່ງກ່າວ ໄດ້​ລົງ​ປະຊາ​ມະຕິ ​ແຍກໂຕຈາກ​ຢູ​ເຄຣນ ​ໃນ​ປີ 2014​ ຫຼືເວລາຣັດ​ເຊຍ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອດ້ານອາວຸດ​ເປັນ​ຈຳນວນ​ຫຼວງ ຫຼາຍ​ໃນ​ເວລາ​ຕໍ່​ແກ່​ພວກ​ກະບົດແບ່ງ​ແຍກ​ດິນ​ແດນ ​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່ໄດ້​ປະກາດ​ເປັນເອກ​ກະລາດ​ຈາກ Kyiv.

ຣັດ​ເຊຍ​ໄດ້​ສົ່ງ​ລະບົບ​ລູກ​ສອນ​ໄຟ​ຕໍ່ຕ້ານ​ເຮືອບິນ ທີ່​ກ້າວໜ້າ​ທັນ​ສະ​ໄໝ​ໄປ​ຍັງໄຄຣ​ເມຍ ອີງ​ຕາມ​ຖະ​ແຫຼງການ​ທາງ​ທະຫານ ​ໃນ​ວັນ​ສຸກ​ວານ​ນີ້. ອົງການ​ຂ່າວ​ຝຣັ່ງ ລາຍ​ງານ​ວ່າ ລະບົບ​ລູກ​ສອນ​ໄຟ​ຕໍ່ຕ້ານ​ເຮືອບິນ S-400 ​ແມ່ນ​ສາມາດ​ຕິດຕາມ ເປົ້າໝາຍ​ຕ່າງໆ​ໄດ້​ເຖິງ 300 ​ເປົ້າໝາຍ ແລະ​ສາມາດ​ຍິງ​ທຳລາຍ​ເປົ້າໝາຍເຫລົ່ານັ້ນ​ໄດ້ເກືອບ 30 ​ເປົ້າໝາຍ​ພ້ອມໆ​ກັນ.

​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ວ່າ ຕົນ​ພວມ​ຕິດຕາມ​ເບິ່ງ​ສະຖານະ​ການ​ຢ່າງ​ໃກ້ຊິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG