ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ຢູເຄຣນ ເດີນທາງ ໄປເຖິງ Brussels ເພື່ອເຈລະຈາ ກັບເຈົ້າໜ້າທີ່ອີຢູ (ສະໄລດ໌/ວີດີໂອ)


ປະທານາທິບໍດີ Petro Poroshenko ຖະແຫຼງທີ່ສະໜາມບິນ Boryspil ທີ່ນະຄອນ Kyiv (28 ສິງຫາ 2014)
ປະທານາທິບໍດີ Petro Poroshenko ຖະແຫຼງທີ່ສະໜາມບິນ Boryspil ທີ່ນະຄອນ Kyiv (28 ສິງຫາ 2014)

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ເດີນທາງ
ໄປເຖິງນະຄອນ Brussels ໃນວັນເສົາມື້ນີ້ ບ່ອນທີ່ທ່ານຈະພະ
ຍາຍາມຊັກຊວນໃຫ້ສະຫະພາບຢູໂຣບຫຼື EU ດຳເນີນການເພີ້ມ
ຕື່ມເພື່ອຢັບຢັ້ບ ບໍ່ໃຫ້ປະທານາທິບໍດີຣັດເຊຍ ທ່ານ Vladimir
Putin ໃຫ້ການສະໜັບສະໜຸນ ພວກກະບົດແບ່ງແຍກດິນແດນ
ໃນຢູເຄຣນ.

ໃນຕອນເຊົ້າຂອງວັນເສົາມື້ນີ້ ພວກເຈົ້າໜ້າທີ່ທະຫານ ຂອງຢູ
ເຄຣນກ່າວວ່າ ເຮືອບິນລົບອາຍພົ່ນລຳນຶ່ງ ໄດ້ຖືກຍິງຕົກໂດຍ
ລູກສອນໄຟຣັດເຊຍ ໃນການສູ້ລົບ ລະຫວ່າງທະຫານລັດຖະ
ບານຢູເຄຣນແລະພວກກະບົດແບ່ງແຍກດິນແດນນິຍົມຣັດເຊຍ ຢູ່ໃນພາກຕາເວັນອອກ ຂອງປະເທດ.

ຖະແຫຼງການຂອງກອງທັບຢູເຄຣນກ່າວວ່າ ເຮືອບິນ Su-25 ໄດ້ຖືກຍິງຕົກໃນມື້ວັນສຸກວານນີ້ ແລະນັກບິນສາມາດໂດດຈ້ອງອອກໄດ້ຢ່າງປອດໄພ. ບໍ່ໄດ້ມີການແຈ້ງໃຫ້ຊາບຢ່າງຄັກແນ່ວ່າ ເຫດຮ້າຍດັ່ງກ່າວນີ້ເກີດຂຶ້ນຢູ່ໃສແທ້.

ໃນວັນສຸກວານນີ້ຢູເຄຣນປະກາດວ່າ ຕົນຢາກເປັນສະມາຊິກໂດຍເຕັມຂອງອົງການເນໂຕ້
ຂະນະທີ່ແນວລົບທີສາມເປີດຂຶ້ນໃນບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາຫລາຍໆເດືອນ
ກັບພວກແບ່ງແຍກດິນແດນ.

UKRAINE VO
please wait
Embed

No media source currently available

0:00 0:00:41 0:00

ຢູເຄຣນພວກຊອກສະແຫວງຫາການຊ່ອຍເຫຼືອທາງດ້ານທະຫານຈາກປະເທດຕາເວັນຕົກ ຂະນະທີ່ປະເທດດັ່ງກ່າວພວມທຳການສູ້ລົບກັບພວກກະບົດຢູ່ຕາມເຂດຊາຍແດນທາງກ້ຳ
ຕາເວັນອອກຂອງປະເທດບ່ອນທີ່ປາກົດວ່າພວກກະ ບົດແບ່ງແຍກດິນແດນໄດ້ເຂົ້າຄວບ ຄຸມ ເມືອງ Novoazovsk ຫລັງຈາກໄດ້ມີການສູ້ລົບກັນເປັນເວລາຫຼາຍໆມື້.

ປະທານາທິບໍດີຣັດເຊຍ ທ່ານ Putin ທີ່ພວກຜູ້ນຳຂອງຢູໂຣບແລະສະຫະລັດ ກ່າວຫາວ່າ
ໃຫ້ການສະໜັບສະໜຸນຢ່າງຫຼວງຫຼາຍແກ່ພວກກະບົດແບ່ງແຍກດິນແດນນັ້ນ ໄດ້ກ່າວຫາ ຢູເຄຣນວ່າ ກົດຂີ່ຕໍ່ຝ່າຍກົງກັນຂ້າມຢູ່ໃນເຂດພາກຕາເວັນອອກຂອງປະເທດ.

Ukraine Battles Pro-Russia Rebel Assault
please wait

No media source currently available

0:00 0:02:52 0:00

XS
SM
MD
LG