ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຍັງບໍ່ໄດ້ຮັບ ການຢືນຢັນ ຕໍ່ຂ່າວ ທະຫານຣັດເຊຍ ຂ້າມເຂົ້າໄປ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ລົດທະຫານຣັດເຊຍ ເຄື່ອນໄຫວຢູ່ 9 ກິໂລແມັດ ຈາກຊາຍແດນ ຢູເຄຣນ
ລົດທະຫານຣັດເຊຍ ເຄື່ອນໄຫວຢູ່ 9 ກິໂລແມັດ ຈາກຊາຍແດນ ຢູເຄຣນ

ທຳນ​ຽບຂາວ ກ່າວ​ວ່າ ຕົນບໍ່​ສາມາດ​ໃຫ້ການ​ຢືນຟັນ ກ່ຽວກັບ​
ລາ​ຍງານຂ່າວທີ່​ວ່າ ກຳລັງ​ຢູ​ເຄຣນ ໄດ້​ທຳ​ລາຍ​ຂະ​ບວນລົດ​
ທະຫານຣັດ​ເຊຍ ທີ່ກ່າວ​ຫາ​ວ່າ ​ຂ້າມ​ເຂົ້າ​ໄປໃນພາກ​ຕາ​ເວັນ​
ອອກ​ຂອງຢູ​ເຄຣນ.

​ໂຄສົກ​ຍິງ ທ່ານ​ນາງ Caitlin Hayden ກ່າວ​ໃນ​ຕອນ​ແລງ​
ວັນ​ສຸກ​ວານ​ນີ້ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ພວມດຳເນີນງານ ​ເພື່ອ
ເກັບ​ກຳ​ຂໍ້ມູນລາຍ​ລະອຽດກ່ຽວ​ກັບ​ສະ ຖານະ​ການດັ່ງກ່າວ
ຢູ່. ທ່ານ​ນາງກ່າວ​ວ່າ ສະຫະລັດຍັງ​ສືບຕໍ່ມີ​ຄວາມ​ເປັນ​ຫ່ວງ
​ກ່ຽວ​ກັບ​ການ​ລ່ວງລ້ຳຊ້ຳແລ້ວຊ້ຳອີກໂດຍຣັດ​ເຊຍ ​ແລະໃຫ້
ການສະໜັບສະໜຸນໂດຍຣັດເຊຍ ​ເຂົ້າ​ໄປ​ຢູ​ເຄຣນ.

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ຣັດ​ເຊຍ​ໄດ້​ປະ​ຕິ​ເສດ ​ຕໍ່ລາຍ​ງານຂ່າວທີ່​ວ່າ ຂະ​ບວນລົດທະ
ຫານຣັດ​ເຊຍ​ໄດ້​ຂ້າມ​ເຂົ້າ​ໄປໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນໃນ​ຕອນ​ແລງ​ວັນ​ພະຫັດ ຜ່ານມາ ​ແລະ​ໄດ້​ຖືກທໍາລາຍ​ໂດຍທະຫານ​ຢູ​ເຄຣນ.

​ແຕ່ ຫ້ອງການປະທານາທິບໍດີ ຢູ​ເຄຣນ ທ່ານ Petro Poroshenko ກ່າວ​ວ່າ ຢູ​ເຄຣນ​ໄດ້​
ທຳ​ລາຍ​ສ່ວນ​ໃຫຍ່​ຂອງຂະ​ບວນລົດ​ທະຫານຣັດເຊຍ. ທ່ານ Poro-shenko ຍັງ​ຢືນ​ຢັນ
ຕໍ່ສື່​ມ່ວນ​ຊົນ​ລາຍ​ງານ​ວ່າ ລົດທະຫານຣັດ​ເຊຍ​ໄດ້​ເຫັນ​ຂ້າມ ​ເຂົ້າ​ໄປໃນ​ຢູ​ເຄຣນ ປະມານ
30 ກິໂລ​ແມັດ​ ຫ່າງຈາກ​ບ່ອນ​ທີ່ຂະ​ບວນລົດ​ຊ່ວຍ​ເຫລືອຂອງຣັດ​ເຊຍ ​ໄດ້​ຢຸດ​ເພື່ອ​ກວດ
ກາ.

ທຳນຽບຫ້າ​ແຈ ກ່າວ​ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ Sergei Shoygu
​ແລະ ທ່ານ Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ​ໄດ້ຫາ ລືກັນກ່ຽວກັບເລື່ອງ
ຂະບວນລົດຂົນສົ່ງການຊ່ວຍເຫຼືອ ໃນການໂອ້ລົມທາງໂທ ລະສັບໃນມື້ວານນີ້.

ໂຄສົກຂອງທຳນຽບຫ້າແຈພົນເຮືອຕີ John Kirby ກ່າວວ່າ ທ່ານ Hagel ໄດ້ຂໍ​ຄວາມ​
ກະຈ່າງ​ແຈ້ງກ່ຽວ​ກັບ​ຂະ​ບວນລົດດັ່ງກ່າວ ​ແລະ​ທ່ານ Shougu ​ໄດ້​ໃຫ້ການ​ຄໍ້າ​ ປະກັນ
​ຕໍ່ທ່ານວ່າ ຂະ​ບວນລົດ​ບໍ່​ໄດ້​ບັນຈຸທະ​ຫານ ​ແລະ​ບໍ່​ໄດ້​ໃຊ້​ເປັນສາກບັງ​ໜ້າ ເພື່ອໃຫ້ຣັດ
ເຊຍແຊກ​ແຊງ ​ເຂົ້າ​ໄປ​ໃນຢູ​ເຄຣນເພີ້ມຕື່ມແຕ່ປະການໃດ.

UKRAINE SOTVO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG