ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢູເຄຣນ ປະຕິເສດ ການຫລຸດ ລາຄາແກັສ ທີ່ ຣັດເຊຍ ໄດ້ສະເໜີ ຂາຍໃຫ້ (ສະໄລດ໌/ວີດີໂອ)


ບ່ອນຊັ່ງແກັສ ຢູ່ໃກ້ກັບ ເມືອງ Uzhhorod ໃນພາກຕາເວັນຕົກ ຂອງ Ukraine.
ບ່ອນຊັ່ງແກັສ ຢູ່ໃກ້ກັບ ເມືອງ Uzhhorod ໃນພາກຕາເວັນຕົກ ຂອງ Ukraine.
ຢູ​ເຄຣນ ​ໄດ້​ປະຕິ​ເສດ ຕໍ່ການສະເໜີຂອງ​ຣັດ​ເຊຍ ທີ່ວ່າຈະ
​ຕັດ​ລາຄາ​ແກັສ ທີ່ Kyiv ຈ່າຍ ລົງ​ 20 ​ເປີ​ເຊັນ.

ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Arseny Yatseniuk
ກ່າ​ວທີ່​ກອງ​ປະຊຸ​ມລັດ ຖະບານ​ໃນ​ວັນ​ພຸດ​ມື້​ນີ້​ວ່າ “ການ
ຫລຸດ​ລາ​ຄາ” ລົງ 100 ​ໂດ​ລາ​ຕໍ່ພັນແມັດກ້ອນ ນັ້ນ ບໍ່​ເປັນ
​ທີ່​ເໝາະ​ສົມ ​ທີ່ຈະໃຊ້ແທນ ກັບ​ການ​ຂຽນ​ສັນຍາ​ໃໝ່ ທີ່
ຢູ​ເຄຣນ ​ໄດ້​ສະ​ແຫວ​ງຫາ.

ທ່ານ Yatseniuk ກ່າວວ່າ “ຣັດ​ເຊຍ ​ໄດ້​ສະ​ເໜີ​ຫລຸດ​ລາ
ຄາ​ແກັສ ​ໃຫ້​ແກ່​ພວກ​ເຮົາ100 ​ໂດ​ລາ ໃນອັນ​ທີ່​ຮ້ອງກັນ​
ວ່າ​ເປັນການ​ຫລຸດ​ລາຄາພິເສດ. ຂ້າພະ​ເຈົ້າ ຢາກ​ກ່າວ​ຢ່າງເປັນ​ທາງ​ການ​ວ່າ ພວກ​
ເຮົາລື້​ງ​ເຄີຍ​ມາແລ້ວກັບກົນອຸບາຍແບບນີ້ ຂອງຣັດ​ເຊຍ.
CN-Ukraine's Poroshenko Negotiates With Russia
please wait

No media source currently available

0:00 0:02:36 0:00

ການ​ຫລຸດ​ລາຄາພິເສດນີ້ແມ່ນກຳນົດຂຶ້ນໂດຍລັດຖະບານ ຂອງ ສະຫະ​ພັນຣັດ​ເຊຍ​
ແລະ​ສາມາດ​ລົບ​ລ້າງໄດ້ ​ໂດຍ​ກາ​ນຕັດສິນ​ໃຈ​ຂອງ ລັດຖະ ບານສະຫະພັນຣັ​ດ​ເຊຍ​.”
ສັນຍາ​ປັດຈຸບັນ​ທີ່​ທັງ​ສອງ​ປະ​ເທດ​ໄດ້​ເຊັນໃນ​ປີ 2009 ນັ້ນ ແມ່ນຕັ້ງ​ລາຄາ​ແກັສ ທີ່ຣັດ
​ເຊຍ ສົ່ງໃຫ້ຢູ​ເຄຣນ 485 ​ໂດ​ລາ ຕໍ່ 1 ​ພັນ​ແມັດກ້ອນ.

ບັນດາ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ຝ່າຍ ​ຍັງສືບຕໍ່​ການ​ເຈ​ລະ​ຈາ​ກັນ ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ນະຄອນ​
Brussels ​ໃນ​ຂະນະ​ທີ່​ເຂົາ​ເຈົ້າພະຍາຍາມ​ແກ້​ໄຂ​ການ​ຖົກ​ຖຽງ​ກັນ ​ກ່ຽວກັບເລື່ອງ​ລາ
ຄາ ​ແລະ​ການ​ເປັນ​ໜີ້​ສິນທາງດ້ານພະລັງງານຫຼາຍພັນລ້ານ ໂດລາຂອງຢູ​ເຄຣນ.
XS
SM
MD
LG