ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູເຄຣນ ຈະບໍ່ໃຊ້ກຳລັງ ຮັບມືກັບ ການທ້າທາຍ ຂອງຣັດເຊຍ (ສະໄລດ໌/ວີດີໂອ)


ລົດທະຫານ ຕັນທາງເຂົ້າສະໜາມບິນ Belbek ໃນເຂດ Crimea ຂອງຢູເຄຣນ (1 ມີນາ 2014)
ລົດທະຫານ ຕັນທາງເຂົ້າສະໜາມບິນ Belbek ໃນເຂດ Crimea ຂອງຢູເຄຣນ (1 ມີນາ 2014)
ຢູເຄຣນກ່າວວ່າ ຕົນໄດ້ປະຕິເສດທີ່ຈະໃຊ້ກຳລັງຕໍ່ການທ້າທາຍ
ເກາະຜິດຂອງຣັດເຊຍ ຢູ່ໃນເຂດ Crimea ຊຶ່ງເປັນຂົງເຂດທາງ
ພາກໃຕ້ຂອງຢູເຄຣນ ທີ່ມີສາຍສຳພັນອັນເຂັ້ມແຂງ ກັບຣັດເຊຍ
ນັ້ນແລະຮຽກຮ້ອງໃຫ້ຣັດເຊຍຍຸດຕິທຸກການເຄື່ອນໄຫວທາງທະ
ຫານ ຢູ່ໃນເຂດດັ່ງກ່າວ.

ນາຍົກລັດຖະມົນຕີຢູເຄຣນ ທ່ານ Arsenly Yatsenyuk ກ່າວ
ໃນວັນເສົາມື້ນີ້ວ່າ ປະເທດຂອງທ່ານ ຈະບໍ່ຖືກແກ່ດຶງເຂົ້າໄປສູ່
ການຂັດແຍ້ງທາງທະຫານ ກັບຣັດເຊຍ. ໃນຂະນະດຽວກັນ ນາ
ຍົກລັດຖະມົນຕີ ທີ່ຖືກແຕ່ງຕັ້ງຄົນໃໝ່ຂອງເຂດ Crimea ທ່ານ
Sergei Aksenov ອ້າງວ່າທ່ານໄດ້ຄວບຄຸມທຸກກອງກຳລັງຮັກ
ສາຄວາມສະຫງົບຢູ່ໃນເຂດດັ່ງກ່າວແລ້ວແລະຮ້ອງຂໍໃຫ້ປະທານາທິບໍດີຣັດເຊຍຊ່ອຍເຫຼືອ ໃນການຟື້ນຟູສັນຕິພາບແລະຄວາມສະຫງົບສຸກ.

Ukraine Seeks Hague Trial for Yanukovych
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ

ທ່ານ Aksenov ກ່າວໃນວັນເສົາມື້ນີ້ວ່າ ຜູ້ບັນຊາການກອງກຳລັງຄົນໃດກໍຕາມ ທີ່ບໍ່ຍອມປະ ຕິບັດຕາມຄຳສັ່ງຂອງທ່ານແລ້ວ ຄວນເດີນທາງອອກໄປຈາກເຂດດັ່ງກ່າວ. ທ່ານ Aksenov
ບໍ່ໄດ້ກ່າວຢ່າງສະເພາະເຈາະຈົງວ່າແມ່ນຄວາມຊ່ອຍເຫຼືອຫຍັງແດ່ທີ່ທ່ານຢາກໄດ້ຈາກປະທາ ນາທິບໍດີຣັດເຊຍທ່ານ Vladimir Putin.

ທ່ານ Aksenov ໄດ້ຖືກແຕ່ງຕັ້ງ ໂດຍສະພາເຂດ Crimea ໃນຕົ້ນອາທິດນີ້ ຂະນະທີ່ຄວາມ ເຄັ່ງຕຶງເພີ້ມທະວີຂຶ້ນ ກ່ຽວກັບການຕໍ່ຕ້ານ ຂອງເຂດ Crimea ຕໍ່ລັດຖະບານໃໝ່ທີ່ນະຄອນ
Kyiv ຊຶ່ງຫາກໍເຂົ້າກຳອຳນາດໃນອາທິດແລ້ວນີ້.

ທະຫານທີ່ບໍ່ຊາບຝ່າຍຄົນນຶ່ງ ລາດຕະເວນຢູ່ນອກສະພາ Crimea
ທະຫານທີ່ບໍ່ຊາບຝ່າຍຄົນນຶ່ງ ລາດຕະເວນຢູ່ນອກສະພາ Crimea

Elizabeth Arrott ຜູ້ສື່ຂ່າວຂອງວີໂອເອກ່າວວ່າ ທະຫານແລະ
ລົດທະຫານ ທີ່ບໍ່ຊາບຝ່າຍ ໄດ້ປະກົດເຫັນ ຢູ່ໃນເຂດ Crimea ນອກຄ້າຍໃນເຂດທ້ອງຖິ່ນຂອງພວກເຂົາເຈົ້າ. Elizabeth ເວົ້າ
ວ່າ ມີຢ່າງໜ້ອຍ 10 ກວ່າຄົນ ໄດ້ປະຈຳການ ຢູ່ນອກຕຶກສະພາ
ແຫ່ງຊາດ ທີ່ເມືອງ Simferopol ໃນວັນເສົາມື້ນີ້.

ຣັດເຊຍກ່າວວ່າການເຄື່ອນໄຫວຂອງກຳລັງທະຫານຕົນໃນເຂດ
Crimea ແມ່ນນອນຢູ່ໃນຂໍ້ຕົກລົງ ກັບຢູເຄຣນ ບ່ອນທີ່ຣັດເຊຍ
ໄດ້ເຊົ່າຖານທັບເຮືອ ຢູ່ທີ່ນະຄອນ Sevastopol ນັ້ນ.

Armed Men Seize Airports in Ukraine's Crimea
please wait

No media source currently available

0:00 0:02:04 0:00
ລິງໂດຍກົງ

ນອກນັ້ນເຈົ້າໜ້າທີ່ຢູເຄຣນຍັງເວົ້າວ່າ ຣັດເຊຍໄດ້ລ່ວງລໍ້າເຂດອາກາດຂອງຕົນ ໃນອັນທີ່ປະ ກົດວ່າໝາຍເຖິງເຮືອບິນເຮຣີຄອບເຕີ້ທະຫານທີ່ໄດ້ບິນຜ່ານເຂດ Crimea ທີ່ນິຍົມຣັດເຊຍ ນັ້ນ. ພ້ອມນີ້ພວກເຈົ້າໜ້າທີ່ຍັງໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວຂອງ ກອງທັບເຮືອຣັດເຊຍ ຢູ່ໃນທະເລດຳນຳດ້ວຍ.

ປະທານາທິບໍດີຊົ່ວຄາວ ຂອງຢູເຄຣນ ທ່ານ Oleksandr Turchynov ກ່າວໃນມື້ວັນສຸກ ວານນີ້ວ່າ ການກະທຳຂອງຣັດເຊຍ ແມ່ນການຮຸກຮານ ຢ່າງເປີດແປນ. ທ່ານໄດ້ສົມທຽບ ການກະທຳດັ່ງກ່າວ ໃສ່ເຫດການກ່ອນໜ້າ ການຮຸກຮານຂອງຣັດເຊຍ ເຂົ້າໄປໃນເຂດ Abkhazia ຊຶ່ງເປັນເຂດທີ່ນິຍົມຣັດເຊຍ ຢູ່ໃນປະເທດຈໍເຈຍ ເມື່ອປີ 2008 ນັ້ນ.

XS
SM
MD
LG