ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ Ukraine ຫຼາຍພັນຄົນ ເດີນຂະບວນ ປະທ້ວງ (ວີດີໂອ)


ຮູບພາບຂອງທ່ານນາງ Yulia Tymoshenko ອະດີດນາຍົກລັດຖະ ມົນຕີ Ukraine
ຮູບພາບຂອງທ່ານນາງ Yulia Tymoshenko ອະດີດນາຍົກລັດຖະ ມົນຕີ Ukraine
ຊາວ​ຢູ​ເຄຣນຫຼາຍພັນ​ຄົນ ​ພາກັນຫຼັ່ງ​ໄຫຼລົງ​ສູ່​ຖະໜົນ​ຫົນທາງ
​ໃນ​ນະຄອນຫລວງ Kyiv ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ​ທ່ານ​ນາງ
Yulia Tymoshenko ອະດີດ​ນາຍົກ​ລັດຖະມົນຕີ ​ທີ່​ຖືກ​ຈໍາ​
ຄຸກ ​ຢູ່​ໃນ​ຂະນະ​ນີ້.

ຕໍາຫຼວດ​ເວົ້າ​ວ່າ ມີ​ປະຊາຊົນ​ປະມານ 10,000 ຄົນ​ເຂົ້າປະກອບ
ສ່ວນ​ໃນການເດີນ​ຂະ​ບວນ​ ກັນ ທີ່​ຈັດ​ຂຶ້ນໂດຍ​ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ.

ທ່ານ​ນາງ Tymoshenko ຖືກ​ຕັດສິນ​ຈໍາ​ຄຸກ 7 ປີ ​ໃນ​ປີ 2011 ຫຼັງຈາກ ສານ​ພົບວ່າ​ ທ່ານ​ນາງ​ມີ​ຄວາມ​ຜິດ​ຖານ​ໃຊ້​ອໍານາດ​ໃນ​ຕໍາ​ແໜ່​ງຢ່າງ​ບໍ່​ຖືກ ຕ້ອງ.

ຂໍ້​ຫາ​ດັ່ງກ່າວ​ແມ່ນ​ເກີດ​ຂຶ້ນຈາກ​ການ​ເຮັດ​ສັນ​ຍາ​ຊື້​ຂາຍ​ແກັສທໍາ​ມະ​ຊາດ​ກັບຣັດ​ເຊຍ​
ໃນ​ປີ 2009.

​ເມື່ອ​ເດືອນ​ຜ່ານ​ມາ ສານ​ສິດ​ທິມະນຸດຂອງ​ຢູ​ໂຣບ ​ເອີ້ນ​ການ​ດໍາ​ເນີນ​ຄະດີ​ດັ່ງກ່າວ​ວ່າ
ມີ​ສາ​ເຫດມາຈາກ​ທາງ​ການ​ເມືອງຫຼາຍກວ່າ.

ຊາວ Ukraine ຫຼາຍພັນຄົນປະທ້ວງ
please wait

No media source currently available

0:00 0:00:22 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG