ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ການຕ່າງປະເທດ ສຫລ ຈະພົບປະ ຜູ້ນຳຝ່າຍຄ້ານ ຢູເຄຣນ (ສະໄລດ໌/ວີດີໂອ)


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ຖະແຫຼງ ໃນລະຫວ່າງກອງປະຊຸມຄວາມໝັ້ນຄົງ ທີ່ໂຮງແຮມ Bayerischer Hof ນະຄອນ Munich ໃນພາກໃຕ້ເຢຍຣະມັນ (1 ກຸມພາ 2014)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ຖະແຫຼງ ໃນລະຫວ່າງກອງປະຊຸມຄວາມໝັ້ນຄົງ ທີ່ໂຮງແຮມ Bayerischer Hof ນະຄອນ Munich ໃນພາກໃຕ້ເຢຍຣະມັນ (1 ກຸມພາ 2014)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ທີ່
ກຳລັງຢູ່ໃນລະຫວ່າງ ການຢ້ຽມຢາມເຢຍຣະມັນ ຈະພົບປະກັບ
ພວກຜູ້ນຳຝ່າຍຄ້ານຢູເຄຣນ ຢູ່ຂ້າງນອກຂອງກອງປະຊຸມຄວາມ
ໝັ້ນຄົງນາໆຊາດ.

ທ່ານ Kerry ຈະເຈລະຈາຫາລືທີ່ນະຄອນ Munich ໃນວັນເສົາ
ມື້ນີ້ ກັບພວກນັກການເມືອງຝ່າຍຄ້ານຢູເຄຣນ ຄືທ່ານ Arseny
Yatsenyuk ແລະອະດີດແຊ້ມປ້ຽນນັກມວຍ ທີ່ກາຍມາເປັນນັກ
ເຄື່ອນໄຫວ ທ່ານ Vitaly Klitschko.

ການເຈລະຈາຫາລືທີ່ວ່ານີ້ມີຂຶ້ນຫຼັງຈາກປະທານາທິບໍດີຢູເຄຣນ
ທ່ານ Viktor Yanukovych ໄດ້ລົງນາມໃນຮ່າງກົດໝາຍສະບັບນຶ່ງໃນວັນສຸກວານນີ້ທີ່ໃຫ້
ອະໄພຍະໂທດແກ່ພວກປະທ້ວງຖືກຈັບ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ. ແຕ່
ແນວໃດກໍຕາມ ການໃຫ້ອະໄພຍະໂທດດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ກໍຕໍ່ເມື່ອພວກປະທ້ວງ ພາກັນຖອນຕົວອອກໄປຈາກໂຮງການລັດຖະບານທີ່ພວກເຂົາເຈົ້າຢຶດຄອງຢູ່.



ພວກຜູ້ນຳຝ່າຍຄ້ານໄດ້ປະຕິເສດຕໍ່ການໃຫ້ອະໄພຍະໂທດນີ້ ຊຶ່ງປະທານາທິບໍດີໄດ້ເຊັນຫຼັງ ຈາກມີການປະກາດນຶ່ງມື້ກ່ອນນັ້ນວ່າທ່ານໄດ້ລາພັກບໍ່ສະບາຍຍ້ອນມີບັນຫາກ່ຽວກັບລະບົບ ຫາຍໃຈຢ່າງຮ້າຍແຮງພ້ອມກັບເປັນໄຂ້.

ຄວາມເຄັ່ງຕຶງໄດ້ເພີ້ມທະວີຂຶ້ນໃນຢູເຄຣນ ໃນມື້ວັນພະຫັດຜ່ານມາ ຫຼັງຈາກນັກເຄື່ອນໄຫວ ຝ່າຍຄ້ານ ທ່ານ Dmytro Bulatov ທີ່ຫາຍສາບສູນໄປຕັ້ງແຕ່ວັນທີ 22 ມັງກອນໄດ້ຖືກພົບ ເຫັນຢູ່ນອກນະຄອນ Kyiv ໂດຍມີຮອຍຂີດແລະຮອຍຊໍ້າ ຢູ່ທີ່ໜ້າຂອງທ່ານ ພ້ອມກັບບາດ ແຜອື່ນໆອີກ. ທ່ານ Bulatov ເວົ້າວ່າ ທ່ານໄດ້ຖືກພາໂຕໄປ ໂດຍກຸ່ມບຸກຄົນທີ່ບໍ່ຊາບຝ່າຍ ພ້ອມທັງຖືກທໍລະມານ ແລະກັກໄວ້ ເປັນເວລາຫລາຍໆມື້ ກ່ອນທີ່ຈະຖືກປ່ອຍຖິ້ມໄວ້ຢູ່ໃນ ປ່າແຫ່ງນຶງ. ທ່ານ Bulatov ກ່າວວ່າ ທ່ານໄດ້ເດີນທາງໄປຫາບ້ານນຶ່ງທີ່ຢູ່ໃກ້ໆນັ້ນບ່ອນທີ່ ທ່ານ ໄດ້ຕິດຕໍ່ຫາໝູ່ເພື່ອນຂອງທ່ານໂດຍທາງໂທລະສັບ.

Ukraine
please wait
Embed

No media source currently available

0:00 0:01:14 0:00
XS
SM
MD
LG