ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຢູເຄຣນ ອ້ອນວອນ ໃຫ້ຣັດເຊຍ ຖອນທະຫານ ອອກຈາກຢູເຄຣນ


ປ. Petro Poroshenko ແຫ່ງຢູເຄຣນ ພົບປະກັບ ປ. Tony Tan ແຫ່ງສິງກະໂປ, ວັນທີ 9 ທັນວາ 2014.
ປ. Petro Poroshenko ແຫ່ງຢູເຄຣນ ພົບປະກັບ ປ. Tony Tan ແຫ່ງສິງກະໂປ, ວັນທີ 9 ທັນວາ 2014.

ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ຮຽກຮ້ອງ
ອ້ອນວອນໃຫ້ ຣັດ​ເຊຍຖອນ​ທະຫານ​ຂອງ​ຕົນ​ ອອກ​ຈາກພາກ​
ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງ
ຄາມ​ນັ້ນ.

ປະທານາທິບໍດີ Poroshenko ທຳ​ຄວາມ​ຮຽກຮ້ອງ​ດັ່ງກ່າວ​
ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ການ​ເລີ້ມ​ຕົ້ນ​ການ​ຢ້ຽມຢາມເປັນ​ເວລາ 3 ມື້
​ ​ທີ່​ອອສ​ເຕຣ​ເລຍ ຊຶ່ງ​ເປັນ​ພັນທະ​ມິດຕາ​ເວັນ​ຕົກ​ທີ່​ສຳຄັນ​ປະ​ເທດ
​ນຶ່ງ. ​ໃນ​ການ​ ຖະ​ແຫຼ​ງຕໍ່​ບັນດາ​ນັກ​ຂ່າວ ທ່ານ Poroshenko ກ່າວ​
ວ່າ ຖ້າຣັດ​ເຊຍ​ອັດ​ຊາຍ​ແດນ​ຂອງ​ຕົນ​ກັບ​ຢູ​ເຄຣນ ​ກໍ​ແມ່ນຈະ​ມີ
”ສັນຕິພາບ ​ແລະ ສະຖຽນ​ລະ​ພາບ” ພາຍ​ໃນ​ບໍ່​ເທົ່າ​ໃດ​ສັບປະດາ.

ຢູ​ເຄຣນ​ໄດ້ກ່າວ​ຫາຣັດ​ເຊຍ ຊ້ຳ​ແລ້ວ​ຊ້ຳ​ອີກ ​ວ່າ​ສະໜອງ​ອາວຸດ ​ແລະ​ສົ່ງ​ທະຫານ​ເຂົ້າ​
ໄປ​ຊ່ອຍ​ເຫຼືອ​ພວກ​ກະບົດ ​ທີ່​ກຳລັງ​ທຳ​ການ​ຕໍ່ສູ້​ກັບ​ລັດຖະບານ Kyiv ຢູ່​ໃນ​ເວລາ​ນີ້. ​ແຕ່
ຣັດ​ເຊຍ ​ໄດ້​ປະຕິ​ເສດ​ຢ່າງ​ໜັກ​ແໜ້ນ​ມາ​ຕໍ່​ການ​ກ່າວ​ຫາ​ດັ່ງກ່າວ ​ແລະ​ກ່າວ​ວ່າ ຖ້າ​ມີທະ
ຫານຣັດ​ເຊຍ​ຄົນ​ໃດ​ຢູ່​ໃນ​ຂົງ​ເຂດ​ນັ້ນ ​ກໍແມ່ນເຂົາ​ເຈົ້າໄປ​ດ້ວຍຄວາມ​ສະໝັກ​ໃຈ​ຂອງເຂົາ​ເຈົ້າ​ເອງ.

​ໃນ​ວັນ​ພຸດ​ວານ​ນີ້ ຢູ​ເຄຣນ ​ໄດ້​ປະຕິ​ເສດ​ທີ່​ຈະ​ທຳ​ການເຈລະຈາ​ສັນຕິ ພາບ​ກັນ​ໃນ​ສັບປະ
ດາ​ນີ້ ​ໂດຍ​ກ່າວ​ວ່າ ພວກ​ກະບົດ​ບໍ່​ສົນ​ໃຈ​ໃນ​ການເຈລະຈາແກ້​ໄຂ​ບັນຫາ​ກັນ. ການ​ເຈລະ
ຈາ​ກັນ​ດັ່ງກ່າວ​ໄດ້ມີ​ໝາຍ​ກຳນົດຈະ​ມີ​ຂຶ້ນ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ທີ່ Belarus ​ແຕ່​ລັດຖະບານ Kyiv ກ່າວ​ວ່າ ​ເລື້ອງ​ນີ້​ເປັນ​ໄປ​ບໍ່​ໄດ້ ຫຼັງ​ຈາກ​ທີ່ພວກ​ຫົວ​ແບ່ງ​ແຍກໄດ້​ລະ​ເມີດ​ການ​ຢຸດ​ຍິງ​.

ກອງທັບ​ຢູ​ເຄຣນ ​ລາຍ​ງານ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພວກ​ຫົວ​ແບ່ງ​ແຍກ ​ໄດ້​ເປີດ​ສາກ​ໂຈມ​ຕີ 12 ຄັ້ງ ​ໃນ​ເວລາ​ພຽງ​ 24 ຊົ່ວ​ໂມງ ຫຼັງ​ຈາກ​ທັງ​ສອງ​ຝ່າຍ ​ໄດ້​ເລີ້ມ​ປະຕິບັດການ​ຢຸດ​ຍິງ​ໃນ​ວັນ​ອັງຄານ ​ທີ່​ເອີ້ນກັນ​ວ່າ“ວັນ​ແຫ່ງ​ຄວາມ​ມິດ​ງຽບ” ນັ້ນ. ກອງທັບ​ຢູ​ເຄຣນ ​ເວົ້າ​ຕື່ມ​ວ່າ ພວກ​ກະບົດ​ໄດ້​ໃຊ້​ປືນ​ຍິງ​ລະ​ເບີດ ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງ ປືນ​ຄົກ ອາວຸດ​ຂະໜາດ​ນ້ອຍ ​ແລະ​ອາວຸດ​ຕ້ານ​ລົດ​ຖັງ.

ukraine11december14
please wait
Embed

No media source currently available

0:00 0:00:35 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG