ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູເຄຣນ ສະເໜີ ໃຫ້ນິລະໂທດກຳ ແກ່ພວກປະທ້ວງ ແບ່ງແຍກ ດິນແດນ (ສະໄລດ໌/ວີດີໂອ)


ukraine10april14
please wait
Embed

No media source currently available

0:00 0:01:29 0:00
ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນທ່ານ
Oleksandr Turchynov ​ໃຫ້​ຄຳ​ໝັ້ນ​ສັນຍາ​ ທີ່​ຈະ​ໃຫ້
​ນິລະໂທດ​ກຳ ​ແກ່​ພວກ​ປະ​ທ້ວງ​ ຫົວ​ນິຍົມຣັດ​ເຊຍ ຖ້າ
​ຫາກ​ພວກ​ເຂົາ​ເຈົ້າ​ຍອມ​ວາງ​ອາວຸດແລະ​ໜີ​ອອກຈາກ​
ອາຄານ​ຕ່າງໆ​ ຂອງ​ລັດຖະບານ ທີ່​ພວກ​ເຂົາ​ເຈົ້າ​ເຂົ້າ​
ຍຶດ ໃນ​ສອງ​ຫົວ​ເມືອງ ​ໃນ​ພາກ​ຕາ​ເວັນ​ອອກ​ ຂອງ​ຢູ​
ເຄຣນນັ້ນ.

ທ່ານ Turchynov ກ່າວ​ໃນ​ວັນ​ພະຫັດ​ ມື້​ນີ້​ວ່າ ທ່ານ
​ມີ​ຄວາມ​ເຕັມ​ໃຈ​ ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ ຢ່າງ
ເປັນ​ທາງ​ການໂດຍການອອກຄຳ​ປະກາດ​ປະທານາ
ທິບໍດີ​ນັ້ນ.

ມາ​ຮອດ​ປັດຈຸບັນ​ນີ້ ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ໃດໆຈາກ​ພວກ​ປະ​ທ້ວງ​ເທື່ອ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ຢູ​ເຄຣນ ທ່ານ Arsen Avakov ກ່າວ​ໃນ​ວັນພຸດ​
ວານ​ນີ້​ວ່າ ຢູ​ເຄຣນຈະເຮັດໃຫ້ການ​ຄອບ​ຄອງ​ພວກ​ອາ ຄານ​ເຫຼົ່າ​ນີ້​ສິ້ນສຸດລົງ​ພາຍ
​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ໂດຍ​ທາງ​ການ​ເຈລະຈາຫຼື​ບໍ່​ດັ່ງ​ນັ້ນ​ກໍຈະ​ໃຊ້​ກຳລັງ.

ພວກຫົວ​ຮຸນ​ແຮງ​ນິຍົມຣັດ​ເຊຍ ​ໄດ້​ເຂົ້າ​ຄອບ​ຄອງ​ຕຶກ​ອາຄານ​ຫຼາຍ​ຫຼັງ​ໃນ​ເມືອງ
Luhansk ​ແລະ​ເມືອງ Donetsk. ພວກເຂົາເຈົ້າໄດ້ຮຽກ ​ ​ຮ້ອງ​ໃຫ້ມີ​ການ​ລົງ​ປະຊາ​
ມະຕິ​ ກ່ຽວກັບວ່າ​ຈະ​ແຍກ​ອອກ​ຈາກ​ຢູ​ເຄຣນ ຫຼື​ເຂົ້າ​ຮ່ວມ​ກັບຣັດ​ເຊຍຫລືບໍ່​ແບບ​ດຽວ​
ກັນ​ກັບການລົງປະຊາມະຕິດ​ທີ່​ໄດ້​ມີ​ຂຶ້ນ​ໃນ​ໄຄຣ​ເມຍ ​ເມື່ອ​ເດືອນ​ແລ້ວ​ນີ້.

ທ່ານ​ນາງ Victoria Nuland ນັກ​ການ​ທູດ​ສະຫະລັດ ກ່າວ​ຕໍ່​ຄະນະ​ກຳມາ​ທິການ​ປະ
ຈຳ​ສະພາ​ຕຳ່ສະຫະລັດວ່າ ການ​ຍຶດ​ເອົາ​ພວກ​ອາຄານເຫຼົ່າ​ນີ້ ​ແມ່ນ​ເປັນການ​ເຄື່ອນ​
ໄຫວ ​ທີ່​ມີ​ການປະສານງານ​ລ່ວງ​ໜ້າ ຢ່າງລະມັດລະວັງທີ່​ສຸດ ພ້ອມ​ທັງ​ ວາງ​ແຜນ​ໄວ້​
ແລະ​ຕັ້ງ​ເປົ້າ​ໝາຍ​ໄວ້ແລ້ວ​ ແລະທ່ານນາງກ່າວຕໍ່ໄປວ່າ ມີ “ຫຼັກຖານຢ່າງຖ້ວມລົ້ນ”
ຂອງການພົວພັນຂອງຣັດເຊຍ ແລະເຕືອນວ່າຈະມີຜົນສະທ້ອນຕາມມາພາຍຫຼັງຖ້າ
“ການ​ເຄື່ອນໄຫວ​ແບບຮຸກຮານ​ນີ້” ບໍ່​ໄດ້​ຮັບ​ການ​ກວດກາ​ນັ້ນ.
XS
SM
MD
LG