ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ຈະສະເໜີ ຕໍ່ສະພາ ໃຫ້ບາງເຂດ ມີສິດປົກຄອງ ຕົນເອງຫຼາຍຂຶ້ນ (ສະໄລດ໌/ວີດີໂອ)


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ Petro Poroshenko (ຂວາ) ​ລົມ​ກັນ​ກັບ ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseny Yatseniuk ໃນ​ລະ​ຫວ່າງກອງ​ປະ​ຊຸມ ​ຄະ​ນະ​ລັດ​ຖະ​ບານ ທີ​ນະ​ຄອນ Kyiv (ວັນ​ທີ 10 ກັນ​ຍາ 2014)
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ Petro Poroshenko (ຂວາ) ​ລົມ​ກັນ​ກັບ ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseny Yatseniuk ໃນ​ລະ​ຫວ່າງກອງ​ປະ​ຊຸມ ​ຄະ​ນະ​ລັດ​ຖະ​ບານ ທີ​ນະ​ຄອນ Kyiv (ວັນ​ທີ 10 ກັນ​ຍາ 2014)

ປະທານາທິບໍດີຢູເຄຣນ ທ່ານ Petro Peroshenko ກ່າວວ່າ
ທ່ານຈະນຳສະເໜີຮ່າງກົດໝາຍສະບັບນຶ່ງຕໍ່ສະພາໃນອາທິດ
ໜ້ານີ້ ເພື່ອອະນຸມັດໃຫ້ບາງເຂດ ໃນພາກຕາເວັນອອກ ຂອງ
ປະເທດທີ່ຢາກແບ່ງແຍກດິນແດນນັ້ນ ມີສິດໃນການປົກຄອງ
ຕົນເອງຫຼາຍຂຶ້ນ ແຕ່ໃຫ້ເຂດເຫຼົ່ານີ້ສືບຕໍ່ເປັນພາກສ່ວນຂອງ
ປະເທດຢູເຄຣນ.

ທ່ານ Peroshenko ໄດ້ປະກາດກ່ຽວກັບການເຄື່ອນໄຫວ
ດັ່ງກ່າວ ໃນກອງປະຊຸມຄະນະລັດຖະບານ ໃນວັນພຸດມື້ນີ້.

ທ່ານສັນຍາ ທີ່ຈະໃຫ້ຖານະພິເສດແກ່ບາງເຂດທີ່ພວກກະ
ບົດຄວບຄຸມໃນແຄວ້ນ Donetsk ແລະ Luhan ແຕ່ໄດ້ປະຕິເສດກ່ຽວກັບການເຈລະຈາ
ໃດໆກໍຕາມ ທີ່ຈະສ້າງຕັ້ງສະຫະພັນລັດ ຫຼືການເປັນເອກະລາດໂດຍສົມບູນນັ້ນ.

ພວກກະບົດແບ່ງແຍກດິນແດນນິຍົມຣັດເຊຍ ໄດ້ເລີ້ມທຳການສູ້ລົບກັບທະຫານລັດຖະ
ບານ ຢູ່ໃນພາກຕາເວັນອອກຂອງຢູເຄຣນໃນໄລຍະຫຼາຍໆເດືອນຜ່ານມາ.

ໃນອາທິດແລ້ວນີ້ ລັດຖະບານຢູເຄຣນ ແລະພວກກະບົດ ໄດ້ຕົກລົງຢຸດຍິງ ຊຶ່ງປາກົດວ່າ ໂດຍທົ່ວໄປແລ້ວຍັງໄດ້ຮັບການເຄົາລົບຢູ່ຕໍ່ມາເຖິງແມ່ນວ່າໄດ້ມີການລະເມີດຈຳນວນນຶ່ງ
ເກີດຂຶ້ນກໍຕາມ.

ໃນວັນອັງຄານຜ່ານມານີ້ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ເວົ້າວ່າ ທ່ານມີ
ຄວາມໝາຍໝັ້ນຕໍ່ການແກ້ໄຂວິກິດການໃນຢູເຄຣນ ດ້ວຍສັນຕິວິທີ.

ອົງການຂ່າວ ຂອງວັງເຄຣັມລິນ ລາຍງານວ່າ ທ່ານ Putin ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານ Peroshenko ແລະພວກຜູ້ນຳທັງສອງໄດ້ຫາລືກັນ ກ່ຽວກັບການໃຫ້ຄວາມສະໜັບ
ສະໜຸນຕໍ່ຂໍ້ຕົກລົງຢຸດຍິງ ທີ່ໄດ້ບັນລຸກັນໃນອາທິດແລ້ວນີ້.

ນອກນັ້ນ ໃນວັນອັງຄານວານນີ້ ສະຫະລັດຍັງກ່າວວ່າ ຕົນໄດ້ຕັດສິນໃຈຂັ້ນສຸດທ້າຍກ່ຽວ
ກັບມາດຕະການ ຂະຫຍາຍການລົງໂທດຕໍ່ຣັດເຊຍ ທີ່ໄດ້ບຸກລຸກເຂົ້າໄປໃນຢູເຄຣນນັ້ນ.

ຢູເຄຣນ ແລະອົງການເນໂຕ້ ໄດ້ກ່າວຫາຣັດເຊຍວ່າ ສະໜອງການຊ່ວຍເຫຼືອໂດຍກົງ ຕໍ່ ພວກແບ່ງແຍກດິນແດນ ແຕ່ຣັດເຊຍໄດ້ປະຕິເສດວ່າ ຕົນບໍ່ໄດ້ກະທຳ.

UKRAINE SOTVO
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG