ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ສັນຕິພາບ ຢູເຄຣນ ທີ່ເບລາຣຸສ ແຕກຫັກລົງ


ທະຫານຢູເຄຣນ ຄົນໜຶ່ງຍ່າງກວດກາ ຢູ່ທີ່ດ່ານກວດ ໃກ້ໆກັບຄຸ້ມ Debaltseve ທາງພາກຕາເວັນອອກສຽງເໜືອ ຂອງຢູເຄຣນ ໃນຂົງເຂດ ເມືອງ Donetsk, ວັນທີ 24 ທັນວາ 2014.
ທະຫານຢູເຄຣນ ຄົນໜຶ່ງຍ່າງກວດກາ ຢູ່ທີ່ດ່ານກວດ ໃກ້ໆກັບຄຸ້ມ Debaltseve ທາງພາກຕາເວັນອອກສຽງເໜືອ ຂອງຢູເຄຣນ ໃນຂົງເຂດ ເມືອງ Donetsk, ວັນທີ 24 ທັນວາ 2014.

ເຈົ້າໜ້າທີ່ຢູເຄຣນ ແລະພວກກະບົດນິຍົມຣັດເຊຍ ຈະບໍ່ປະຊຸມ
ກັນທີ່ນະຄອນຫລວງ Minsk ຂອງເບລາຣຸສ ໃນການເຈລະຈາ
ສັນຕິພາບອີກຮອບນຶ່ງ ຊຶ່ງກຳນົດໃສ່ວັນສຸກມື້ນີ້.

ເຈົ້າໜ້າທີ່ເບລາຣຸສ ໃນວັນສຸກມື້ນີ້ ໄດ້ປະກາດກ່ຽວກັບການ
ພັງທະລາຍລົງໃນການເຈລະຈາສັນຕິພາບ ແຕ່ກໍບໍ່ໄດ້ໃຫ້
ເຫດຜົນໃດໆ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ ວ່າ ການເຈລະຈາ ກັນຈະເລີ້ມຄືນໃໝ່ອີກຕາມພາຍຫລັງ ຫລືບໍ່.

ການໂອ້ລົມລະຫວ່າງຄະນະເຈລະຈາຂອງລັດຖະບານຢູເຄຣນ
ແລະພວກກະບົດແບ່ງແຍກດິນແດນ ນິຍົມຣັດເຊຍ ບໍ່ສາມາດສ້າງຄວາມກ້າວໜ້າໃດໆ
ເພື່ອຍຸດຕິບັນຫາຂັດແຍ້ງ ທີ່ດຳເນີນມາເປັນເວລາ 8 ເດືອນ ຢູ່ໃນພາກຕາເວັນອອກ
ຂອງຢູເຄຣນ.

ມີການອ້າງຄຳເວົ້າຂອງພວກຜູ້ນຳກະບົດແບ່ງແຍກດິນແດນທີ່ກ່າວໃນວັນພະຫັດວານນີ້
ວ່າ ຜົນຂອງການເຈລະຈາທີ່ເປັນຮູບປະທຳຢູ່ທີ່ເບລາຣຸສໃນອາທິດນີ້ ກໍແມ່ນຂໍ້ຕົກລົງ
ກ່ຽວກັບເງື່ອນໄຂຕ່າງໆ ຂອງການແລກປ່ຽນຊະເລີຍ ປະມານ 400 ຄົນ.

ການດຳເນີນຄວາມພະຍາຍາມ ເພື່ອສ້າງສັນຕິພາບດັ່ງກ່າວນີ້ ຍັງພົວພັນກັບບັນດາ
ເຈົ້າໜ້າທີ່ ຣັດເຊຍ ແລະຜູ້ໄກ່ເກ່ຍຈາກອົງການວ່າດ້ວຍຄວາມໝັ້ນຄົງ ແລະການຮ່ວມມື
ໃນຢູໂຣບ ຫລື OSCE.

UKRAINE VO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG