ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ ຫຼາຍພັນ ໂຮມຊຸມນຸມ ຢູ່ຂ້າງນອກ ຕຶກສະພາ ຢູເຄຣນ (ສະໄລດ໌)


ພວກຕໍາຫຼວດຢືນຕັນທາງເພື່ອສະກັດກັ້ນພວກປະທ້ວງ
ພວກຕໍາຫຼວດຢືນຕັນທາງເພື່ອສະກັດກັ້ນພວກປະທ້ວງ
ພວກ​ປະ​ທ້ວງ​ຊາວ Uklaine ຈໍານວນ​ຫຼາຍ​ພັນ​ຄົນ ​ໄດ້​ໂຮມ
​ຊຸມນຸມ​ກັນ​ຢູ່ຂ້າງ​ນອກ​ ຕຶກ​ສະພາຂອງປະເທດ ໃນ​ກຸງ Kyiv
ໃນວັນອັງຄານມື້ນີ້ ​ເພື່ອຮຽກຮ້ອງໃຫ້ມີການປະຕິວັດ ຫຼັງຈາກ
ປະທານາທິບໍດີ Viktor Yanukovych ປະຕິເສດບໍ່ຍອມ
ລົງນາມໃນຂໍ້​ຕົກລົງ ການຄ້າເສລີ ກັບສະຫະພາບເອີໂຣບ.

​ເປັນ​ທີ່​ຄາດ​ກັນ​ວ່າ ລັດຖະສະພາຈະພິຈາລະນາ ໃນວັນ
ອັງຄານມື້ນີ້ ເພື່ອລົງມະຕິບໍ່ໄວ້​ວາງ​ໃຈ. ຍັງບໍ່ທັນເປັນທີ່
ແຈ້ງຂາວເທື່ອວ່າ ມາດ​ຕະການດັ່ງກ່າວນີ້ ຈະມີການສະໜັບ
ສະໜູນພຽງພໍຫຼືບໍ່?


ໃນຂະນະດຽວກັນນີ້ ປະທານາທິບໍດີ Yanukovych ໄດ້ອອກຈາກປະເທດ​ໄປ ​ເພື່ອ​ຢ້ຽມ
ຢາມຈີນຢ່າງເປັນທາງການແລ້ວ.


ໃນວັນຈັນວານນີ້ ພວກ​ປະ​ທ້ວງ​ ຈໍານວນ​ຫຼາຍ​ຮ້ອຍ​ຄົນ ໄດ້ພາກັນຕັນທາງ ບໍ່ໄຫ້ເຂົ້າຕຶກ
ສໍາຄັນຂອງລັດຖະບານຕ່າງໆ ເຊັ່ນ ຕຶກຄະນະ​ລັດຖະບານ ແລະຕຶກທະນາຄານກາງ
ໃນ​ກຸງ Kyiv. ນຶ່ງມື້ກ່ອນໜ້ານີ້ ຜູ້ຄົນຫຼາຍກວ່າ 100 ພັນຄົນ ​ໄດ້​ພາກັນເດີນຂະບວນຢູ່​
ຕາມ ທ້ອງຖະໜົນ ​ໃນ​ນະຄອນຫຼວງ ໂດຍໄດ້ມີປະມານ 200 ຄົນບາດເຈັບ ຫຼັງຈາກ
ພວກປະ ທ້ວງພະຍາຍາມບຸກເຂົ້າ​ໄປຍຶດຕຶກລັດຖະບານ ຕໍາຫຼວດໄດ້​ໃຊ້ລະ​ເບີ​ດນໍ້າຕາ
ແລະລະເບີດ ທີ່​ມີ​ສຽງ​ດັງ​ແລະ​ແສງ​ຈ້າ ເພື່ອສະກັດກັ້ນພວກປະທ້ວງ.

ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Mykola Azarov ໄດ້ກ່າວວ່າ ພວກປະທ້ວງແມ່ນ
ໂວຍວາຍແບບຄວາມຄຸມບໍ່ໄດ້ ແລະນັ້ນແມ່ນສັນຍານຂອງ “ການກໍ່ລັດຖະປະຫານ.”

ຂະນະ​ດຽວ​ກັນ ຜູ້ນໍາຝ່າຍຄ້ານ ຂອງ Uklaine ທ່ານ Arsenity Yatsenyuk ໄດ້ບອກ
ກັບທາງພວກນັກຂ່າວວ່າ ການເລືອກຕັ້ງກ່ອນ​ກຳນົດນັ້ນແມ່ນເປັນທາງອອກອັນດຽວ
ທີ່ຈະ ຍຸຕິການປະ​ເຊີນ​ໜ້າ​ກັນ.
XS
SM
MD
LG