ອະດີດລັດຖະມົນຕີພາຍໃນ ຢູເຄຣນ ແລະຜູ້ນໍາຝ່າຍຄ້ານ ໃນ
ປັດຈຸບັນ ທ່ານ Yurliy Lutsenko ໄດ້ເຂົ້າຮັບການປິ່ນປົວ ຢູ່
ຫ້ອງສຸກເສີນຂອງໂຮງໝໍຫລັງຈາກໄດ້ຖືກທຸບຕີໃນການປະທະ
ກັນ ທີ່ເກີດຂື້ນລະຫວ່າງພວກປະທ້ວງທີ່ສະໜັບສະໜຸນສະຫະ
ພາບຢູໂຣບ ແລະຕໍາຫລວດ ທີ່ຖືໄມ້ຄ້ອນ.
ການປະເຊີນໜ້າ ໄດ້ເກີດຂື້ນໃນຕອນແລງວັນສຸກວານນີ້ ຫຼັງ
ຈາກສານນະຄອນ Kyiv ໄດ້ຕັດສິນລົງໂທດຜູ້ຊາຍສາມຄົນ
ໃຫ້ຕິດຄຸກຫົກປີ ໃນຖານວາງແຜນໃນ ປີ 2011 ທີ່ຈະລະເບີດ
ຮູບປັ້ນ ຜູ້ກໍ່ຕັ້ງ ສະຫະພາບໂຊຫວຽດ ທ່ານ Vladimir Lenin.
ຂ່າວທ້ອງຖິ່ນລາຍງານ ທີ່ອອກອາກາດຢູ່ໃນຢູເຄຣນ ແມ່ນໄດ້ສະແດງໃຫ້ເຫັນ ພວກປະ
ທ້ວງທີ່ຖືກທຸບຕີຢ່າງຮ້າຍແຮງ ຮວມທັງ ທ່ານ Lutsenko ທີ່ມີລາຍງານວ່າ ຖືກຕີຢູ່ຫົວນັ້ນ.
ພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ພາກັນເດີນຂະບວນ ຢູ່ຕາມຖະໜົນຫົນທາງສາຍ
ຕ່າງໆໃນກຸງ Kyiv ແລະຫົວເມືອງອື່ນໆຂອງຢູເຄຣນ ຕັ້ງແຕ່ເດືອນພະຈິກ ເປັນຕົ້ນມາ
ເວລາປະທານາທິບໍດີ Viktor Yanukovych ໄດ້ປ່ຽນທ່າທີຢ່າງກະທັນຫັນ ແລະປະຕິເສດບໍ່ຍອມລົງນາມ ໃນຂໍ້ຕົກລົງການຄ້າ ກັບສະຫະພາບຢູໂຣບ ໂດຍເລືອກເອົາ ການ
ມີສໍາພັນຢ່າງໃກ້ຊິດກັບຣັດເຊຍຫລາຍຂື້ນແທນ. ນັບແຕ່ນັ້ນມາ ກຸງມົສກູໄດ້ໃຫ້ຄໍາໝັ້ນ
ສັນຍາທີ່ຈະຊື້ໜີ້ສິນມູນຄ່າ 15 ພັນລ້ານໂດລາຂອງຢູເຄຣນ ແລະຫຼຸດລາຄາແກັສຂອງ
ຣັດເຊຍ ທີ່ສົ່ງໃຫ້ແກ່ຢູເຄຣນລົງ ເພື່ອຊຸກຍູ້ເສດຖະກິດ ທີ່ພວມດີ້ນລົນຂອງປະເທດດັ່ງ
ກ່າວ.
ພວກປະທ້ວງ ພາກັນຮຽກຮ້ອງໃຫ້ລັດຖະບານ ປະຕິບັດຕາມຄໍາໜັ້ນສັນຍາທີ່ໄດ້ໃຫ້ໄວ້
ນັ້ນວ່າ ຈະລົງນາມໃນຂໍ້ຕົກລົງການຄ້າ ກັບສະຫະພາຍຢູໂຣບ.