ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

16 ເສຍຊີວິດ ໃນເຫດລະເບີດ ຢູ່ບໍ່ຖ່ານຫີນຢູເຄຣນ


ເຈົ້າໜ້າທີ່ຈາກກະຊວງຄຸ້ມຄອງເຫດການສຸກເສີນຂອງຢູເຄຣນ ພວມປະຕິບັດງານທີ່ບໍ່ຖ່ານຫີນ Bazhanov ໃນພາກຕາເວັນອອກຢູເຄນ (29 ກໍລະກົດ 2011)
ເຈົ້າໜ້າທີ່ຈາກກະຊວງຄຸ້ມຄອງເຫດການສຸກເສີນຂອງຢູເຄຣນ ພວມປະຕິບັດງານທີ່ບໍ່ຖ່ານຫີນ Bazhanov ໃນພາກຕາເວັນອອກຢູເຄນ (29 ກໍລະກົດ 2011)

ກະຊວງຄຸ້ມຄອງເຫດການສຸກເສີນຂອງຢູເຄຣນກ່າວວ່າ ມີພວກຄົນງານ 16 ຄົນເສຍຊີວິດ
ໃນເຫດລະເບີດຢູ່ບໍ່ຖ່ານຫີນແຫ່ງນຶ່ງໃນພາກຕາເວັນອອກຂອງປະເທດ

ກະຊວງດັ່ງກ່າວແຈ້ງໃຫ້ຊາບຕື່ມວ່າ ນອກນັ້ນຍັງມີພວກຄົນງານອີກ 3 ຄົນໄດ້ຮັບບາດເຈັບ
ໃນເຫດລະເບີດທີ່ເກີດຂຶ້ນໃນຕອນເຊົ້າຂອງວັນສຸກມື້ນີ້ ແລະພວກກ່ຽວໄດ້ຖືກນຳສົ່ງໂຮງພະ
ຍາບານແລ້ວຂະນະທີ່ອີກ 9 ຄົນຍັງຫາຍສາບສູນ.

ເຫດລະເບີດໄດ້ເກີດຂຶ້ນທີ່ບໍ່ຖ່ານຫີນແຫ່ງນຶ່ງໃນແຄວ້ນ Luhansk. ລາຍງານຂ່າວໄດ້ອ້າງ
ຄຳເວົ້າຂອງພວກເຈົ້າໜ້າທີ່ທ້ອງຖິ່ນທີ່ກ່າວວ່າ ຕົນເຊື່ອວ່າ ແກັສເມເທນຄືສາເຫດທີ່ພາໃຫ້
ເກີດລະເບີດ.

ບໍ່ຖ່ານຫີນຂອງຢູເຄຣນ ແມ່ນຮວມຢູ່ໃນບັນດາບໍ່ຖ່ານຫີນ ທີ່ເປັນອັນຕະລາຍຮ້າຍແຮງສຸດ
ໃນໂລກ ສ່ວນນຶ່ງແມ່ນເປັນຍ້ອນອຸບປະກອນທີ່ເກົ່າແກ່ລ້າສະໄໝ.

ເປັນທີ່ຄາດກັນວ່າ ປະທານາທິບໍດີ Viktor Yanukovych ຈະບິນໄປຍັງບ່ອນທີ່ເກີດເຫດ
ລະເບີດໃນວັນສຸກມື້ນີ້ ຂະນະເຈົ້າໜ້າທີ່ພວມດຳເນີນການ ເພື່ອກວດພິສູດກ່ຽວກັບສາເຫດ
ຂອງການລະເບີດ.

XS
SM
MD
LG