ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນິຍົມຣັດເຊຍ ໃນຢູເຄຣນ ກຳນົດ ໂອ້ລົມກັນ ກ່ຽວກັບ ຄຳຮຽກຮ້ອງ ​ຂອງທ່ານ Putin (ສະໄລດ໌/ວີດີໂອ)


ນາຍ Denis Pushilin ຜູ້ນຳກຸ່ມຫົວແບ່ງແຍກ ນິຍົມຣັດເຊຍ (ຄົນກາງ) ກ່າວຕໍ່ກອງປະຊຸມນັກຂ່າວ ໃນຕຶກອາຄານ ລັດຖະບານ ທີ່ເມືອງ Donetsk ວັນທີ 8 ພຶດສະພາ, 2014.
ນາຍ Denis Pushilin ຜູ້ນຳກຸ່ມຫົວແບ່ງແຍກ ນິຍົມຣັດເຊຍ (ຄົນກາງ) ກ່າວຕໍ່ກອງປະຊຸມນັກຂ່າວ ໃນຕຶກອາຄານ ລັດຖະບານ ທີ່ເມືອງ Donetsk ວັນທີ 8 ພຶດສະພາ, 2014.
ຄາດ​ກັນ​ວ່າ​ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ນິຍົມ
ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຈະໂອ້ລົມ​ສົນ
ທະນາ​ກັນ​ເລື້ອງ​ຄຳ​ຮຽກຮ້ອງ​ຂອງ​ປະທານາທິບໍດີ Vladimir
Putin ​ແຫ່ງ​ຣັດ​ເຊຍ ​ທີ່​ຂໍໃຫ້​ເລື່ອນເວລາການ​ລົງ​ປະຊາ​ມະຕິ​
ວ່າ​ດ້ວຍການ​ປົກຄອງ​ຕົນ​ເອງ​ຈາກລັດຖະບານ Kiev ທີ່​ນິຍົມ
​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ ໃນ​ວັນ​ພຸດ​ວານ​ນີ້ ທີ່​ວັງ Kremlin
ທ່ານ​ພູ​ຕິນ ​ໃຫ້​ຄຳ​ແນະນຳ​ຕໍ່​ພວກ​ຫົວ​ແບ່ງ​ແຍກ ​ໃນ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ ​ເລື່ອນເວລາ​ການ​ລົງ​ປະຊາ​ມະຕິໃນ
​ການ​ແຍກ​ໂຕ​ອອກ ​ທີ່​ກຳນົດ​ໃສ່​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້. ນອກ​
ນັ້ນທ່ານ​ຍັງ​ສະ​ເໜີ​ແນະ​ຢ່າງ​ເປີດ​ເຜີຍ ເປັນ​ເທື່ອ​ທຳ​ອິດ​ວ່າການ​ເລືອກ​ຕັ້ງປະທານາ
ທິບໍດີ​ຂອງ​ຢູ​ເຄຣນ​ໃນ​ວັນ​ທີ 25 ພຶດສະພາ​ນີ້ຊຶ່ງ​ເປັນ​ເປົ້າ​ຂອງ​ການ​ເຍາະເຍີ້​ຍຂອງ​ວັງ Kremlinຫວ່າງ​ໄວໆ​ມາ​ນີ້ ບັດ​ນີ້ “​ເປັນ​ການ​ເຄື່ອນ​ໄຫວ​ໃນ​ທິດ​ທາງ​ທີ່ຖືກຕ້ອງ​.”

ນາຍົກລັດຖະມົນຕີ Arseny Yatseniuk ​ແຫ່ງ​ຢູ​ເຄຣນ ປະຕິ​ເສດ​ຕໍ່ຄຳ​ສະ​ເໜີ​ແນະ
​ຂອງ​ທ່ານ​ພູ​ຕິນນັ້ນ​ວ່າ ​ເປັນ “ຄວາມ​ເວົ້າ ​ທີ່ບໍ່ມີຫຍັງແນໃສ່ເພື່ອສ້າງຄວາມປະ
ທັບໃຈ”
ນັ້ນ.

ທ່ານ​ພູ​ຕິນ ຍັງ​ກ່າວເຊັ່ນ​ກັນ​ວ່າ ໜ່ວຍ​ທະຫານ​ຂອງຣັດ​ເຊຍ​ທີ່ຮວມ​ໂຕ​ກັນ​ເລາະ​ຕາມ
​ຊາຍ​ແດນ​ຂອງ​ຢູ​ເຄຣນນັ້ນ ​ໄດ້​ຖອນ​ໂຕ​ຄືນ​ໄປຍັງ​ທີ່​ໝັ້ນ ເດີມ​ຂອງ​ພວກ​ເຂົາ​ແລ້ວ. ​
ເຖິງ​ຢ່າງ​ໃດ​ກໍ​ດີ ທຳນຽບຂາວ ທຳນຽບຫ້າ​ແຈ ​ແລະ​ກຸ່ມ​ເນ​ໂຕ້ ຕ່າງກໍ​ກ່າວ​ວ່າບໍ່​ມີ​ຮ່ອງ
ຮອຍ​ໃດໆໃນ​ເວລາ​ນີ້ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ທະຫານ​ຣັດເຊຍໄດ້​ຖອນ​ຄືນໄປ​ແລ້ວ​.
World Reacts With Suspicion to Putin's Endorsement of Ukraine's Election
please wait

No media source currently available

0:00 0:02:36 0:00
XS
SM
MD
LG