ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ຍຸຕິທຳ ຢູເຄຣນ ຂູ່ຈະປະກາດໃຊ້ ພາວະສຸກເສີນ (ສະ​ໄລ​ດ໌/ວິດີໂອ)


ແຜນທີ່ສະແດງ ບ່ອນຕັ້ງຂອງ ກະຊວງຍຸຕິທໍາ ຢູເຄຣນ ທີ່ພວກປະທ້ວງເຂົ້າໄປຍຶດຄອງ.
ແຜນທີ່ສະແດງ ບ່ອນຕັ້ງຂອງ ກະຊວງຍຸຕິທໍາ ຢູເຄຣນ ທີ່ພວກປະທ້ວງເຂົ້າໄປຍຶດຄອງ.
ລັດຖະມົນຕີກະຊວງຍຸຕິ​ທຳຂອງຢູ​ເຄຣນ ​ໄດ້ຂູ່​ທີ່​ຈະ​ປະກາດ​ໃຊ້
​ກົດ​ພາວະ​ສຸກ​ເສີນ ຖ້າພວກ​ປະ​ທ້ວງ​ບໍ່ອອກໄປຈາກກະຊວງ​ຍຸຕິ
​ທຳ​ໃນ​ກຸງ Kyiv ທີ່ເຂົາ​ເຈົ້າ​ໄດ້ເຂົ້າ​ຍຶດມາ​ຕັ້ງແຕ່​ແລງ​ວັນ​ອາທິດ​
ວານ​ນີ້.

​ໃນ​ການ​ປະກາດ​ອອກ​ທາງໂທລະພາບ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ນາງ
Olena Lukash ລັດຖະມົນຕີ​ຍຸຕິ​ທຳ​ຍັງ​ໄດ້​ກ່າວ​ເຕືອນ​ເຊັ່ນ​ກັນ
​ວ່າ ທ່ານ​ນາງ​ຈະ​ຂໍໃຫ້ ປະທານາທິບໍດີ Viktor Yunakovych
ຍຸດຕິການ​ໂອ້ລົມ​ສົນທະນາ​ກັບ​ຝ່າຍ​ຄ້ານ​ນັ້ນ ຖ້າ​ພວກ​ປະ​ທ້ວງ
​ບໍ່​ຍອມ​ມອບ​ຕຶກດັ່ງກ່າວ​ຄືນ​ໃຫ້​ລັດຖະບານ.

Ukraine 1-27-14
please wait
Embed

No media source currently available

0:00 0:01:25 0:00

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ ​ໄດ້​ກ່າວວ່າ ຂໍ້​ສະ​ເໜີຂອງ​ທ່ານ Yanukovych ທີ່​ຈະ​ແຕ່ງຕັ້ງທ່ານ
Arseniy Yatsenyuk ຜູ້ນຳ​ພວກ​ປະ​ທ້ວງ ຈາກ​ພັກ​ປິຕຸ​ພູມ​ຫຼື Fatherland Party ​ເປັນ​ນາຍົກລັດຖະມົນຕີ ​ແລະ​ທ່ານ Vitaly Klitchko ອະດີດ​ຊັມມວຍ ​ແລະ​ຜູ້ນຳ​ພັກ Udar ​ໃຫ້​ເປັນ​ຮອງ​ນາຍົກລັດຖະມົນຕີນັ້ນ ​ແມ່ນ​ບໍ່​ພຽງພໍ​ເພື່ອ​ໃຫ້​ຍຸດຕິ​ທຳ​ການເດີນ​ຂະບວນປະ​ທ້ວງ ຊຶ່ງ​ເວລາ​ນີ້​ກຳລັງ​ແຜ່​ລາມ​ໄປ​ຍັງສູ່​ຫຼາຍເຂດທາງ​ທິດຕາ​ເວັນ​ອອກ​ຂອງຢູ​ ເຄຣນ ທີ່​ຖື​ວ່າ​ເປັນເຂດຂອງ​ພວກ​ທີ່​ສະໜັບສະໜຸນ​ປະທານາທິບໍດີ​ນັ້ນ.

ທ່ານ Yatsenyuk ກ່າວ​ຕໍ່​ຝູງ​ຊົນ​ວ່າ ພວກ​ຝ່າຍ​ຄ້ານ​ບໍ່​ມີ​ຄວາມ​ຢ້ານ​ກົວ ທີ່​ຈະ​ຮັບ​ເອົາ ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ​ຫຼາຍ​ຂຶ້ນ ​ແຕ່​ທ່ານ​ກ່າວ​ຕໍ່​ໄປ​ວ່າ ທ່ານ Yanukovych ຍັງ​ຈະ​ຕ້ອງ​ໄດ້ຕອບ​ສະໜອງ ຕໍ່​ຄຳ​ຮຽກຮ້ອງອີກ​ຫຼາຍ​ຢ່າງກ່ອນ ຊຶ່ງ​ມີ​ຮວມທັງ​ ຈັດການ​ເລືອກຕັ້ງ​ຂຶ້ນ​ກ່ອນ​ກຳນົດ ​ປ່ອຍ​ໂຕ​ພວກ​ປະ​ທ້ວງ​ທີ່​ຖືກ​ຄຸມ​ຂັງ​ຢູ່​ນັ້ນ​ເປັນ​ອິດ​ສະລະ ​ແລະ​ລົບ​ລ້າງ​ພວກ​ກົດໝາຍ​ຕໍ່ຕ້ານ​ການ​ປະ​ທ້ວງ​ ​ນຳ.

XS
SM
MD
LG