ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາຜູ້ນຳ ຢູໂຣບ ຈະປຶກສາຫາລື ຄວາມໝັ້ນຄົງ ດ້ານ ພະລັງງານ ແລະ ຂໍ້ຂັດແຍ້ງ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko
ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko

ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ແມ່ນພ້ອມ
ແລ້ວ​ທີ່ຈະ​ໄປຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ທີ່​ຈະ​ມີ​ຂຶ້ນ​ໃນ​ອາທິດ​ໜ້າ
ກັບຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍ ທ່ານ Vladimir Putin ​ເພື່ອ​ຈະ​ປຶກ
ສາ​ຫາລື ​ກ່ຽວກັບວິ​ກິດ​ການ​ຢູ່​ໃນ​ພາກ​ຕາ​ເວັນ​ອອກຂອງ​ຢູ​ເຄຣນ.

ທຳນຽບ​ຂອງທ່ານ Poroshenko ​ໄດ້​ອະທິບາຍ​ວ່າ ​ກອງ​ປະຊຸມ​
ສຸດ​ຍອດ ຢູ່​ນະຄອນຫລວງ Minsk ຂອງ Belarus ​ໃນ​ວັນ​ທີ 26
ນີ້ ​ເປັນຄວາມ​ພະຍາຍາມ ​ທີ່​ແນ​ໃສ່ ​ເພື່ອ “ເຮັດໃຫ້​ສະຖານະ​
ການ​ໃນ​ຢູ​ເຄຣນ​ມີຄວາມທຸ່ນທ່ຽງຂຶ້ນ.”
ທ່ານ​ນາງ Valery
Chaly ຫົວໜ້າທີ່​ປຶກສາ​ຂອງ​ທ່ານ Poroshenko ກ່າວ​ວ່າ ການ
​ເຈລະຈາ​ກັນ​ນີ້ ຈະລວມທັງ ການ​ຂະຫຍາຍສາຍພົວພັນ ​ດ້ານ​ເສດຖະກິດຂອງ​ຢູ​ເຄຣນ ກັບ ສະຫະພາບ​ຢູ​ໂຣບ ​ແລະ ຄວາມ​ໝັ້ນຄົງ​ດ້ານພະລັງງານ.

ຖະແຫຼງຂ່າວຂອງວັງ Kremlin ກ່າວວ່າ ຈະ​ມີ​ການ​ພົບ​ປະກັນກັບຫຼາຍໆ​ພາກສ່ວນ​ຢູ່ກອງ​ ປະຊຸມ​ສຸດ​ຍອດ ຊຶ່ງ​ລວມ​ເຖິງຄະນະ​ຜູ້​ຕາງ​ໜ້າ ​ຂອງສະຫະ​ພາບ​ຢູ​ໂຣບ ​ແລະ ບັນດາຜູ້ນຳ ຂອງເບ​ລາຣຸສ ແລະ ກາ​ຊັກ​ສະຖານ.

In Ukraine, Fear and Distrust Remain Where Fighting has Stopped
please wait

No media source currently available

0:00 0:02:21 0:00

ການ​ເຈລະຈາດັ່ງກ່າວນີ້ຈະ​ນຳ​ເອົາ ທ່ານ Poroshenko ​ແລະທ່ານ Putin ​ໃຫ້ມາພົບປະ ກັນເປັນຄັ້ງທຳ​ອິດ ຕັ້ງ​ແຕ່​ໄດ້​ພົບ​ພໍ້ກັນເປັນ​ເວລາ​ສັ້ນໆ ຢູ່​ທີ່ຝຣັ່ງ ​ເມື່ອ​ເດືອນ​ມິ​ຖຸນາ​ຜ່ານ​ມາ ​ແລະພາໃຫ້ມີຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່ຈະເປີດການເຈລະຈາ​ໂດຍ​ກົງ​ເປັນ​ເທື່ອທຳ​ ອິດ ນັບຕັ້ງ​ແຕ່ພວກ​ກະບົດ​ນິຍົມຣັດ​ເຊຍ ໄດ້​ກໍ່​ກະບົດ​ຂຶ້ນ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ເມື່ອ​ເດືອ​ນ​ເມສາ​ຜ່ານ​ມາ.

UKRAINE VO
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG