ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢູເຄຣນ ກ່າວວ່າ ການແກ້ໄຂ ວິກິດການ ຢ່າງສັນຕິ ແມ່ນ ບູລິມະສິດ (ສະໄລດ໌/ວີດີໂອ)


ລັດຖະມົນຕີຮັກສາການກະຊວງຕ່າງປະເທດຂອງຢູເຄຣນ
ທ່ານ Andrii Deshchytsia
ລັດຖະມົນຕີຮັກສາການກະຊວງຕ່າງປະເທດຂອງຢູເຄຣນ ທ່ານ Andrii Deshchytsia
ລັດຖະມົນຕີຮັກສາການກະຊວງຕ່າງປະເທດຂອງຢູເຄຣນ
ໄດ້ຮຽກຮ້ອງໃຫ້ແກ້ ໄຂວິກິດການໃນຢູເຄຣນ ໂດຍທາງ
ການທູດ ແລະຍຸດຕິລົງ ດ້ວຍຄວາມສັນຕິ. ທ່ານ Andrii
Deshchytsia ກ່າວໃນວັນເສົາມື້ນີ້ທີ່ນະຄອນຫຼວງ Kyiv
ວ່າ ການແກ້ໄຂວິກິດການທາງດ້ານການທູດແມ່ນບູລິມະ
ສິດຂອງພວກເຮົາ.

ທ່ານກ່າວວ່າ ຢູເຄຣນແມ່ນເປີດກວ້າງ ຕໍ່ທຸກຄວາມເປັນໄປ
ໄດ້ ທີ່ຈະນຳໄປສູ່ຜົນຮັບອັນໜັກແໜ້ນ ແຕ່ທ່ານກໍໄດ້ກ່າວ
ເນັ້ນວ່າ ແຫຼມ Crimea ແມ່ນແລະກໍຈະແມ່ນດິນແດນຂອງ
ຢູເຄຣນຕໍ່ໄປ.

ທ່ານ Deshchytsia ຮຽກຮ້ອງໃຫ້ຣັດເຊຍຢຸດເຊົາການຂັດຂວາງຕໍ່ຄະນະສັງເກດການ
ນາໆຊາດ ທີ່ຈະເຂົ້າໄປໃນແຫຼມ Crimea.

ປະ​ທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໂອ້​ລົ​ມກັບ ນາ​ຍົກ​ລັດຖະມົນຕີ
ເຢຍຣະມັນ ທ່ານ​ນາງ Angela Merkel ​ໃນ​ວັນ​ສຸກ​ວານ​ນີ້​ກ່ຽວ​ກັບວິ​ກິດ​ການ​ໃນຢູ​ເຄຣນ.



ທຳນຽບຂາວ ກ່າວ​ວ່າ ຢູ່​ໃນ​ຖະ​ແຫລ​ງການວ່າ ປະທານາທິບໍດີ ​ໄດ້​ເຫັນ​ດີ​ກັບ ບັນດາ​ຜູ້​ນໍາ
ຢູ​ໂຣບ ເຖິງຄວາມຈຳເປັນທີ່​ໃຫ້ຣັດ​ເຊຍ ຖອນ​ກຳລັງທະຫານຂອງ ຕົນ​ອອກໄປ ອະນຸຍາດ​
ໃຫ້​ສົ່ງ​ຄະນະສັງ​ເກ​ດການນາໆຊາດແລະ​ຜູ້​ສິ້ງຊອມດ້ານສິດທິ​ມະນຸດ ເຂົ້າໄປໃນແຫຼມ
Crimea ​ແລະ ​ສະໜັບສະໜຸນການເລືອກຕັ້ງປະທານາທິບໍດີຢ່າງ​ເສລີ​ແລະ​ຍຸດຕິ​ທຳໃ​ນ​
ເດືອນ​ພຶດສະພາ ທີ່ຈະມາເຖິງນີ້.

​ໃນ​ຂະນະ​ດຽວ​ກັນ ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບໃນ​ວັ​ນສຸກ​ວານ​ນີ້ ກັບລັດຖະ ມົນຕີຕ່າງ
ປະ​ເທດສະຫະລັດ ທ່ານ John Kerry ນັ້ນ ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ທ່ານ
Sergei Lavrov ​ໄດ້​ເຕືອນສະຫະລັດຕໍ່ການ “​ເອົາ​ບາດ ກ້າວ​ທີ່​ຟ້າວຟັ່ງແລະບໍ່​ມີ​ຄວາມ​
ຮັບຜິດຊອບ” ໃດໆກໍຕາມ ທີ່​ອາດ​ຈະ​ເປັນ​ໄພຕໍ່ ຄວາມສຳພັນ​ລະຫວ່າງຣັດ​ເຊຍກັບສະຫະ
ລັດ. ທ່ານ Lavrov ກ່າວ​ວ່າ ການ​ລົງ​ໂທດ​ຈະກັບ​ຄືນມາ​ຕໍາ ​ສະຫະລັດ ເອງ “ຄື​ກັນ​ກັບ
boomerang.”

Russian Invasion of Crimea Likely to Affect US Foreign Policy
please wait

No media source currently available

0:00 0:03:00 0:00


​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ພວກ​ຜູ້​ຊາຍ​ປະກອບ​ອາວຸດຈຸນຶ່ງ ​ໄດ້​ໃຊ້​ລົດ​ບັນທຸກ ທະຫານ
ຂອງຣັດ​ເຊຍຄັນນຶ່ງ ແລ່ນ​ເຂົ້າໄປຕຳປະຕູ ຄ້າຍປ້ອງ​ກັນ​ສູ​ກສອນ​ໄຟ​ຂອງຢູ​ເຄຣນ ຢູ່​ທີ່
ແຫລມ Crimea ​ແຕ່​ວ່າ ​ເຂົາ​ເຈົ້າ​ບໍ່​ສຳລັດ​ໃນ​ການ​ບຸກເຂົ້າ ໄປຄວບຄຸມ​ເອົາ​ຄ້າຍ​ດັ່ງກ່າວ.
ຢູ່​ນອກ​ຄ້າຍແຫ່ງນີ້ ພວກ​ຜູ້​ຊາຍທີ່ປາກົດ​ວ່າ​ເປັນພວກສະມາຊິກທະຫານບ້ານ ສະໜັບ
ສະໜູນຣັດ​ເຊຍໃນເຂດທ້ອງຖິ່ນ ມີ​ລາຍ​ງານ​ວ່າໄດ້ພາກັນກໍ່ກວນ​ບັນດາ​ນັກ​ຂ່າວ.

ຢູ່​ທີ່​ນະຄອນ Simferopol ພາບຖ່າຍຈາກກ້ອງວົງຈອນປິດຮັກສາຄວາມ​ປອດ​ໄພສະ
​ແດງໃຫ້​ເຫັນ​ຜູ້​ຊາຍ​ຄົນ​ນຶ່ງ ທີ່ມີລາຍ​ງານ​ວ່າ​ເປັນຊ່າງພາບ ໄດ້ຖືກຈີ້ດ້ວຍ​ປືນ​ທີ່​ຫົວ​ຂອງ​
ລາວ ​ໃນ​ຂະນະ​ທີ່ກ້ອງຖ່າຍຮູບ​ຂອງ​ລາວ​ໄດ້​ຖືກ​ຍຶດ​ເອົາ​ໄປ ​ຍ້ອນ ໄດ້ຖ່າຍຮູບ​ເອົາບັນ
ດາ​ນັກ​ຂ່າວ ​ທີ່ກໍາ ລັງ​ຖືກ​ທຸບ​ຕີ ​ແລະ​ຈີ້​ເອົາ​ສິ່ງ​ຂອງໄປນັ້ນ​.

ukraine
please wait
Embed

No media source currently available

0:00 0:01:08 0:00
XS
SM
MD
LG