ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ Donetsk ຍັງຖືກໂຈມຕີ ທັງໆທີ່ ມີການປະກາດ ຢຸດຍິງ (ສະໄລດ໌/ວີດີໂອ)


ແຜນທີ່ເມືອງ Donetsk ໃນພາກຕາເວັນອອກ ຂອງຢູເຄຣນ
ແຜນທີ່ເມືອງ Donetsk ໃນພາກຕາເວັນອອກ ຂອງຢູເຄຣນ

ມີການຍິງປືນໃຫຍ່ໂຈມຕີເມືອງ Donetsk ໃນພາກຕາເວັນອອກ
ຂອງຢູເຄຣນ ໃນຄືນແລ້ວນີ້ ທັງໆທີ່ໄດ້ມີການລົງນາມໃນຂໍ້ຕົກລົງ ຢຸດຍິງລະຫວ່າງລັດຖະບານ ແລະພວກກະບົດແບ່ງແຍກດິນແດນ
ນິຍົມຣັດເຊຍ ໃນສັບປະດາແລ້ວນີ້.

ພວກທີ່ເຫັນເຫດການກ່າວວ່າ ທີ່ໝັ້ນຂອງຝ່າຍລັດຖະບານຢູ່ໃນ
ຫົວເມືອງທີ່ຄວບຄຸມໂດຍພວກກະບົດ ໄດ້ຖືກຍິງໂຈມຕີດ້ວຍປືນ
ຄົກ ແລະຈະຫຼວດ 4 ເທື່ອ ໃນ ຄືນແລ້ວນີ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີຜູ້ບາດເຈັບລົ້ມຕາຍຫຼືບໍ່.

ສ່ວນໃຫຍ່ແລ້ວການຢຸດຍິງ ແມ່ນຍັງໄດ້ຮັບການເຄົາລົບຢູ່ຕໍ່ມາ ໃນທົ່ວພາກຕາເວັນອອກ ຂອງຢູເຄຣນ ນັບຕັ້ງແຕ່ເລີ້ມມີຜົນບັງຄັບໃຊ້ ໃນມື້ວັນສຸກແລ້ວ. ແຕ່ກໍມີລາຍງານວ່າ ໄດ້ ເກີດການສູ້ລົບກັນຂຶ້ນຢູ່ໃນຫຼາຍໆເຂດທາງພາກຕາເວັນອອກຂອງຢູເຄຣນໂດຍສະເພາະ ແມ່ນຢູ່ໃນເຂດສູນກາງອຸດສາຫະກຳໃນເມືອງ Donetsk ແລະໃກ້ໆເມືອງທ່າ Mariupol.

ໃນວັນອັງຄານມື້ນີ້ ອົງການຂ່າວ Interfax ລາຍງານວ່າ ທະຫານຢູເຄຣນ 4 ຄົນໄດ້ເສຍ ຊີວິດນັບຕັ້ງແຕ່ໄດ້ມີການລົງນາມໃນຂໍ້ຕົກລົງຢຸດຍິງ. ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ທ່ານ Vitaly Andronaty ໄດ້ແຈ້ງໃຫ້ອົງການຂ່າວ Interfax ຊາບວ່າ ມີ 29 ຄົນ ໄດ້ຮັບ ບາດເຈັບ.

ທັງສອງຝ່າຍ ຕ່າງກໍໄດ້ຖິ້ມໂທດໃສ່ກັນແລະກັນວ່າ ເປັນຜູ້ລະເມີດການຢຸດຍິງ.

ໃນອີກດ້ານນຶ່ງນັ້ນ ໃນວັນອັງຄານມື້ນີ້ປະທານາທິບໍດີຢູເຄຣນ ທ່ານ Petro Poroshen-
ko ກ່າວວ່າ ທະຫານຢູເຄຣນ 1200 ຄົນທີ່ຖືກຈັບໂຕໄປນັ້ນ ໄດ້ຖືກປ່ອຍແລ້ວນັບຕັ້ງແຕ່ ໄດ້ມີການປະກາດຢຸດຍິງ ແລະອີກ 20 ຄົນຈະຖືກປ່ອຍໃນໄວໆນີ້.

UKRAINE VOSOT
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG