ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ເລີ້ມດຳເນີນງານ ເພື່ອຈັດຕັ້ງລັດຖະບານ ສາມັກຄີຊາດຂຶ້ນ (ສະໄລດ໌/ວີດີໂອ)


ບໍ່​ເປັນ​ທີ່​ຮູ້​ຈັກວ່າ ປະທານາທິບໍດີ Viktor Yanukovych
ຢູ່​ແຫ່ງ​ຫົນ​ໃດ​ ​ໃນ​ວັນ​ອາທິດ​ມື້​ນີ້ ຫຼັງຈາກ​ທີ່​ທ່ານອອກ​ຈາກ​
ນະຄອນຫຼວງ Kyiv ​ໄປ​ ​ໃນ​ວັນ​ເສົາ​ວານ​ນີ້ ແລະ​ ຜູ້ນຳ​ຝ່າຍ
​ຄ້ານ​ແລະອະດີດ​ນາຍົກລັດຖະມົນຕີ Yulia Tymoshenko
​ໄດ້​ຖືກປ່ອຍ​ອອກ​ຈາກ​ຄຸກ.

ໜ່ວຍ​ຍາມ​ຊາຍ​ແດນ​ເວົ້າ​ວ່າ ​ເຮືອບິນ​ລຳນຶ່ງທີ່​ຈະ​ພາ​ທ່ານ
Yanukovych ​ເດີນທາງ​ອອກ​ນອກ​ປະ​ເທດ ​ໃນ​ມື້ວານ​ນີ້ ​
ໄດ້​ຖືກ​ຂັດຂວາງ​ບໍ່​ໃຫ້​ຂຶ້ນ​ຈາກ​ເດີ່ນ.

ຜູ້​ນຳຝ່າຍຄ້ານ ທ່ານ Vitali Klitschko ກ່າວ​ໃນ​ມື້​ນີ້​ວ່າ ອະດີດ​
ຜູ້​ນຳທີ່​ຖືກ​ໂຄ່ນ​ລົ້ມ ຄວນ​ຈະ​ເປັນ​ຜູ້​ຮັບຜິດ​ຊອ​ບ​ໂດຍ​ເຕັມ ສຳລັບ​ຄວາມ​ຮຸນ​ແຮງເຖິງຕາຍ​
ທີ່​ເກີດ​ຂຶ້ນ​ເມື່ອ 2-3 ມື້​ມາ​ນີ້. ທ່ານໄດ້​ມີ​ຄວາມ​ເຫັນ ຕໍ່​ຊາວ​ຢູ​ເຄຣນຈຳນວນຫຼວງຫຼາຍ
ທີ່​ຍັງຢູ່​ທີ່​ບໍລິ​ເວນ​ນຶ່ງ​ຂອງ​ເມືອງ​ຫຼວງ ທີ່​ໄດ້​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ປະ​ທ້ວງ​ທີ່​ພາ​ໃຫ້​ມີ
​ຄົນ​ເສຍ​ຊີວິດ​ນັ້ນ.

ປາກົດ​ວ່າ ພວກ​ປະຊາຊົນ​ເຫຼົ່ານັ້ນ ກຳລັງ​ຖ້າ​ຟັງ​ເບິ່ງ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ໄປ.

ຂະນະ​ດຽວ​ກັນ ສະພາ​ແຫ່ງ​ຊາດ​ຂອງ​ຢູ​ເຄຣນ​ໄດ້​ປະຊຸມ​ພິ​ເສດ​ກັນ ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​
ຄວາມ​ພະຍາຍາມ​ເພື່ອ​ປະກອບ​ລັດຖະບານ​ສາມັກຄີຊາດ​ຂຶ້ນ.​ ໃນວັນ​ເສົາ​ວານ​ນີ້ ສະພາ​ແຫ່ງ​ຊາດຢູ​ເຄຣນ ​ໄດ້​ລົງມະຕິ​ປົດ​ປະທານາທິບໍດີ Yanukovych ອອກ​ຈາກ​ຕຳ​ແໜ່​ງ ​
ແລະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກຳນົດ ​ໃນ​ວັນ​ທີ 25 ພຶດສະພາ​ປີ​ນີ້.

ນອກ​ນີ້ ສະພາ​ຍັງ​ໄດ້ເລືອກ​ຕັ້ງ​ເອົາ​ປະທານ​ສະພາ​ຄົນ​ໃໝ່ ທ່ານ Oleksandr Turchynov
ຊຶ່ງ​ເປັນພັນທະ​ມິດ​ຂອງ​ທ່ານ​ນາງ Tymoshenko ມາ​ຕັ້ງ​ແຕ່​ດົນ​ນານ. ອະດີດປະທານສະ
ພາແລະ​ຜູ້​ສະໜັບສະໜຸນ​ລັດຖະບານ ທ່ານ Voloymyr Rybak ​ ໄດ້​ລາ​ອອກຈາກ​ຕຳແໜ່​ງ.

Ukraine Protests
please wait
Embed

No media source currently available

0:00 0:01:55 0:00

ປະຊາຊົນ​ຢູ​ເຄຣນ​ໄດ້ໃຫ້​ການ​ຕ້ອນຮັບ​ ແບບ​ວີລະ​ສະ​ຕີ ​ແກ່​ຜູ້ນຳ​ຝ່າຍ​ຄ້ານ​ແລະອະດີດ ​
ນາຍົກລັດຖະມົນຕີ Yulia Tymoshenko ທີ່​ຫາ​ກໍ​ຖືກປ່ອຍ​ອອກ​ຈາກ​ຄຸກ​ນັ້ນ ເວລາທ່ານ​
ນາງ​ກ່າວ​ປາ​ໄສ​ຕໍ່​ພວກ​ປະ​ທ້ວງ​ທີ່ ​ກຸງ Kyiev ​ໃນ​ວັນ​ເສົາ​ວານ​ນີ້ ​ ​ຮຽກຮ້ອງ​ໃຫ້​ພວກ​ເຂົາ
ເຈົ້າ​ທໍ​າການຊຸມນຸມປະ​ທ້ວງ​ຕໍ່​ໄປ.

​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງຂໍ້​ຕົກລົງ ​ເພື່ອ​ຍຸດຕິ​ຄວາມ​ວຸ້ນວາຍ​ທີ່ໄດ້ມີ​ມາ​ ເປັນເວລາ​
ຫຼາຍ​ສັບປະດາ​ແລ້ວ​ນັ້ນ ທ່ານ​ນາງ Tymoshenko ​ໄດ້​ຖືກ​ປ່ອຍ​ໂຕ​ເປັນ​ອິດ​ສະລະ ຈາກ​
ໂຮງໝໍ​ໃນ​ຄຸກ​ແຫ່ງ​ນຶ່ງ ບອ່ນທີ່​ທ່ານ​ນາງ​ໄດ້​ຮັບ​ໃຊ້​ໂທດ​ ໃນ​ຂໍ້​ຫາໃຊ້​ອຳນາດ​ເກີນຂອບເຂດ
ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ​ທີ່​ພວກ​ສະໜັບສະໜຸນ​ທ່ານ​ນາງ​ເວົ້າ​ວ່າ ​ເປັນ​ການ​ແກ້​ແຄ້ນ​ທາງ​ດ້ານ​
ການ​ເມືອງ​ ຂອງປະທານາທິບໍດີ Viktor Yanukovych.

ປະທານາທິບໍດີ Yanukovych ທີ່​ໄດ້​ຫລົບໜີ​ຈາກ​ກຸງ Kyiev ​ໄປ​ຍັງ​ເມືອງ Khartiv ​ໃນ​
ພາກ​ຕ​າ​ເວັນ​ອອກ​ຂອງ​ຢູ​ເຄຣນ ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ສະພາ​ແມ່ນ​ “ຜິດ​ກົດໝາຍ.”
ທ່ານ​ໄດ້​ສົບ​ທຽບ​ຝ່າຍ​ຄ້ານ​ໃສ່​ພວກ Nazis ​ແລະ​ຢືນ​ຢັດ​ວ່າ ທ່ານ​ຈະ​ບໍ່​ຍອມ​ລາ​ອອກ​ຈາກ​
ຕຳ​ແໜ່​ງ ຫຼື​ອອກ​ຈາກ​ຢູ​ເຄຣນ​ໄປ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Yanukovych ​ກໍໄດ້​ຖືກ​ປົດ​ອອກ​ຈາກ​ອຳນາດ​ ເກືອບ​ວ່າ​ບໍ່​ມີ​ຫຍັງ​
ແລ້ວ. ຄະນະ​ລັດຖະມົນຕີ​ຂອງ​ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ໃຫ້ການ​ສະໜັບສະ​ໜຸນຄະນະ
ລັດຖະບານ​ໃໝ່. ຝ່າຍ​ຕຳຫຼວດ​ກໍກ່າວ​ວ່າ ພວກ​ຕົນ​ສະໜັບສະ​ໜຸນ​ຝ່າຍ​ຄ້ານ ​ແຕ່ທາງກອງ
ທັບກ່າວ​ວ່າ ພວກ​ຕົນ​ຈະ​ບໍ່​ເຂົ້າ​ພົວພັນ.

ການ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້ ​ເວລາ​ປະທານາທິບໍດີ Yanukovych
ປ່ຽນ​ໃຈ​ບໍ່​ຍອມ​ເຊັນ​ຂໍ້​ຕົກລົງ​ການ​ຄ້າ​ກັບ​ສະຫະພາບ​ຢູ​ໂຣບ ​ແລ້ວ​ຫັນ​ໄປ​ຜູກສາຍ​ພົວພັນ
​ທີ່​ໃກ້​ຊິດ​ຂຶ້ນ​ກັບຣັດ​ເຊຍ. ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ຢ່າງ​ສັນຕິ ​ແຕ່​ໄດ້​ກາຍ​ມາ​ເປັນຄວາມ
​ຮຸນ​ແຮງ. ມີເກືອບ 100 ຄົນ​ເສຍ​ຊີວິດ ຮວມທັງ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ ທີ່​ຖືກ​ພວກແມ່ນ
ປືນຂອງຕຳຫຼວດ ລອບ​ຍິງ​.

ວີດີໂອ: ຊາວຢູເຄຣນສົ່ງສະການ ພວກຊີວິດ ຍ້ອນການປະທ້ວງ:

Amid Upheaval, 'Glory to the Heroes'
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ
XS
SM
MD
LG