ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ປະກາດຢຸດຍິງ ກັບພວກກະບົດ ເລີ້ມວັນທີ 9 ເດືອນນີ້


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko

ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ສັ່ງ​
ໃຫ້​ມີ​ການ​ຢຸດ​ຍິງ​ຄັ້ງໃໝ່ໃນ​ອາທິດ​ໜ້າ ອັນເປັນ​ພາກສ່ວນ​ນຶ່ງ
ຂອງການຊຸກ​ຍູ້​ໃຫ້​ຍຸດຕິການສູ້​ລົບ​ກັນ​ທີ່​ມີ​ມາເປັນເວລາ​ຫຼາຍ​
ເດືອນ ກັບ​ພວກ​ກະບົດ ທີ່​ນິຍົມຣັດ​ເຊຍ ຢູ່​ໃກ້​ກັບ​ຊາຍ​ແດນ
ຣັດ​ເຊຍ.

ການ​ປະກາດ​ໃນ​ວັນ​ພະຫັດວານ​ນີ້ ແຈ້ງ​ວ່າ ທະຫານ​ຢູ​ເຄຣນ
​ຈະພາກັນໄວ້ອາ ໄລຢູ່ໃນຄວາມສະຫງົບ ເປັນເວລານຶ່ງມື້​ໃນ
​ວັນ​ອັງຄານ ​ເພື່ອ​ເປັນ​ການ​ເລີ້ມຕົ້ນ ​ການຢຸດ​ຍິງ. ສື່ມວນຊົນ
ຂອງຣັດ​ເຊຍ​ແລະ​ປະເທດ​ຕາ​ເວັນ​ຕົກ ໄດ້ອ້າງ​ຄຳ​ເວົ້າ​ຂອງ
ບັນດາຜູ້ນຳ​ພວກ​ກະບົດທີ່ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ໃຫ້ການສະໜັບສະໜຸນ ຕໍ່ຂໍ້​ສະ​ເໜີດັ່ງ
ກ່າວ.

ການ​ປະກາດ​ທີ່​ບໍ່​ຄາດ​ຝັນດັ່ງກ່າວ ​ແມ່ນເປັນ​ຄັ້ງ​ທີ​ສາມ​ໃນ​ຄວາມພະຍາ​ຍາມເພື່ອຍຸດຕິ
ການ​ສູ້​ລົບໃນຂອບເຂດທີ່ກວ້າງຂວາງ ຊຶ່ງໄດ້ລະເບີດຂຶ້ນນັບຕັ້ງ​ແຕ່​ເດືອນ​ເມສາຜ່ານມາ
​ແລະ​ແຕ່ນັ້ນມາ ກໍໄດ້​ເອົາຊີວິດຜູ້ຄົນໄປແລ້ວ ຫຼາຍ​ກວ່າ 4,300 ຄົນ. ການ​ຕົກລົງ​ຢຸດ​ຍິງ
​ຄັ້ງສຳຄັນທີ່ໄດ້​ປະກາດ​ເມື່ອ​ວັນ​ທີ 5 ​ເດືອນ​ກັນຍາຜ່ານ ມາ ໄດ້​ພັງ​ທະລາ​ຍລົງ​ບໍ່​ເທົ່າ​ໃດ​
ມື້ຫລັງຈາກນັ້ນ ​ໃນ​ຂະນະ​ທີ່​ການ​ຢຸດ​ຍິງ​ ຊຶ່ງກຳນົດ​ຈະ​ເລີ້ມ​ຂຶ້ນໃນ​ອາທິດ​ນີ້ ພັງ​ລົງ​ມາ
ພາຍ​ໃຕ້​ການ​ຍິງ​ປືນ​ໃຫຍ່ໂຈມຕີ​ຢູ່​ໃນພາກ​ຕາ​ເວັນ​ອອກຂອງປະເທດ ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ
​ໂມງ​ຫລັງຈາກມີການ​ປະກາດ.

ອົງການ​ຂ່າວ​ຝຣັ່ງ ອ້າງ​ແຫລ່ງຂ່າວທີ່​ໃກ້​ຊິດກັບທ່ານ Poroshenko ທີ່ກ່າວ​ວ່າ ການ​ຢຸດ
​ຍິງ​ຈະ​ເລີ້ມ​ໃນ​ວັນ​ທີ 9 ເດືອນ​ທັນວານີ້ ​ພ້ອມດ້ວຍການ​ຖອນ​ປືນ​ໃຫຍ່​ອອກ​ຈາກ​ເຂດແນວ
​ໜ້າ ຕາບໃດ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ​ຍັງ​ໃຫ້​ການເຄົາລົບ​ຕໍ່​ຂໍ້​ຕົກລົງຢຸດຍິງດັ່ງກ່າວ.​

UKRAINE CNPK
please wait
Embed

No media source currently available

0:00 0:02:32 0:00

XS
SM
MD
LG