ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນສະໜັບສະໜຸນ ໃຫ້ລາວເຂົ້າຮ່ວມ WTO


ທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະ ຊວງອຸດສະຫະກໍາ ແລະການຄ້າ
ທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະ ຊວງອຸດສະຫະກໍາ ແລະການຄ້າ

ຢູເຄຣນຕົກລົງໃຫ້ ການສະໜັບສະໜຸນແກ່ລາວ ເພື່ອໃຫ້ໄດ້ເປັນສະມາຊິກຂອງອົງການການ ຄ້າໂລກ ໃນທ້າຍປີ 2012 ນີ້ ໂດຍຄາດວ່າ ລາວຈະໄດ້ຮັບການຮັບຮອງຢ່າງເປັນທາງການ ໃນເດືອນຕຸລານີ້.

ທ່ານຂັນທະວົງ ດາລາວົງ
ເລຂາທິການສະພາການຄ້າ
ແລະອຸດສະຫະກໍາແຫ່ງຊາດ
ລາວ ໄດ້ຖະແຫຼງຢືນຢັນວ່າ
ຄະນະຜູ້ແທນຂອງລັດຖະ
ບານຢູເຄຣນ ປະຈໍາອົງການ
ການຄ້າໂລກ (WTO) ໄດ້
ບັນລຸຂໍ້ຕົກລົງ ແລະໄດ້ມີການ
ລົງນາມໃນສັນຍາການຄ້າ
ແບບທະວິພາຄີ ຮ່ວມກັບ
ຄະນະຜູ້ແທນຂອງລັດຖະບານລາວ ຢ່າງເປັນທາງການແລ້ວ ເມື່ອບໍ່ນານມານີ້.

ການບັນລຸຂໍ້ຕົກລົງດັງກ່າວນີ້ ກໍໝາຍຄວາມວ່າທາງການລາວ ໄດ້ຮັບສຽງສະໜັບສະ
ໜຸນ ເພື່ອໃຫ້ເຂົ້າໄປເປັນປະເທດສະມາຊິກຂອງ WTO ຢ່າງຄົບຖ້ວນແລ້ວ ໃນເວລານີ້
ຈຶ່ງເຮັດໃຫ້ຍັງລໍຖ້າພຽງແຕ່ການລົງມະຕິ ຈາກບັນດາປະເທດສະມາຊິກ ເພື່ອຮັບຮອງ
ໃຫ້ລາວເຂົ້າໄປເປັນປະເທດສະມາຊິກຂອງ WTO ຢ່າງເປັນທາງການເທົ່ານັ້ນ.

ຄະນະຜູ້ແທນລາວທໍາການເຈລະຈາຄັ້ງທີ 6 ກັບຄະນະ ຜູ້ຕາງໜ້າຖາວອນປະຈໍາ WTO ໃນປີ 2010
ຄະນະຜູ້ແທນລາວທໍາການເຈລະຈາຄັ້ງທີ 6 ກັບຄະນະ ຜູ້ຕາງໜ້າຖາວອນປະຈໍາ WTO ໃນປີ 2010

ກ່ອນໜ້ານີ້ ຄະນະຜູ້ແທນຂອງທາງ
ການລາວ ພາຍໃຕ້ການນໍາຂອງທ່ານ
ນາມ ວິຍະເກດ ລັດຖະມົນຕີວ່າການ
ກະຊວງອຸດສະຫະກໍາ ແລະການຄ້າ
ໄດ້ສິ້ນສຸດການເຈລະຈາຄັ້ງທີ 8 ຮ່ວມ
ກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງ
ການການຄ້າໂລກ (WTO) ເມື່ອເດືອນ
ມີນາຜ່ານມາ ຊຶ່ງຖືໄດ້ວ່າ ມີຄວາມຄືບ
ໜ້າເປັນຢ່າງດີເພາະສາມາດບັນລຸຂໍ້ຕົກ
ລົງ ແລະໄດ້ມີການລົງນາມ ໃນສັນຍາ
ການຄ້າແບບທະວີພາຄີ ຮ່ວມກັບຜູ້
ແທນຂອງສະຫະລັດອາເມຣິກາ ຢ່າງເປັນທາງການ ເຊັ່ນດຽວກັນ.

ຍິ່ງໄປກວ່ານັ້ນ ການທີ່ຄະນະຜູ້ແທນຂອງສະຫະລັດກໍຍັງໄດ້ຢືນຢັນ ທີ່ຈະໃຫ້ການສະໜັບ
ສະໜູນໃຫ້ລາວ ໄດ້ເຂົ້າເປັນສະມາຊິກຂອງ WTO ໃຫ້ໄວທີ່ສຸດອີກດ້ວຍນັ້ນ ຈຶ່ງເຮັດໃຫ້
ສາມາດຄາດໝາຍໄດ້ວ່າ ລາວຈະຖືກຮັບຮອງໃຫ້ເຂົ້າໄປເປັນປະເທດສະມາຊິກຂອງ WTO ໃນເດືອນຕຸລາປີນີ້ອີກດ້ວຍ.

ສະຫະລັດຊ່ວຍເຫລືອລາວຈັດການສໍາມະນາກ່ຽວກັບກົດໝາຍ ເພື່ອກຽມເຂົ້າເປັນສະມາຊິກອົງການ WTO ທີ່ຈັດຂຶ້ນໃນຕົ້ນປີນີ້
ສະຫະລັດຊ່ວຍເຫລືອລາວຈັດການສໍາມະນາກ່ຽວກັບກົດໝາຍ ເພື່ອກຽມເຂົ້າເປັນສະມາຊິກອົງການ WTO ທີ່ຈັດຂຶ້ນໃນຕົ້ນປີນີ້

ທີ່ຜ່ານມາ ທາງການລາວ
ກໍໄດ້ປະຕິບັດເງື່ອນໄຂສໍາ
ຄັນຕ່າງໆ ຕາມກໍາໜົດ
ຂອງ WTO ຢ່າງຄົບຖ້ວນ
ແລ້ວ ຊຶ່ງໃນນີ້ກໍລວມເຖິງ
ການພັດທະນາປັບປຸງລະ
ບົບກົດໝາຍ ແລະການບັງ
ຄັບໃຊ້ກົດໝາຍຕ່າງໆ ໃຫ້
ໄດ້ຕາມມາດຕະຖານຂອງ
WTO ອີກດ້ວຍ ຕົວຢ່າງກໍ
ຄື ກອງປະຊຸມສະໄໝສາມັນ
ຄັ້ງທີ 2 ຂອງສະພາແຫ່ງຊາດ
ຊຸດທີ 7 ກໍໄດ້ຮັບຮອງກົດ
ໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບດັດແກ້ໃໝ່ເມື່ອປີກາຍນີ້ ຊຶ່ງກໍຖືວ່າເປັນກົດໝາຍ
ທີ່ WTO ໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ ແລະໄລຍະຕໍ່ໄປນີ້ ທາງການລາວກໍມີໜ້າທີ່ ທີ່ຈະ
ຕ້ອງບັງຄັບໃຊ້ກົດໝາຍໃນພາກຕົວຈິງໃຫ້ນາໆຊາດ ໄດ້ເກີດຄວາມເຊື່ອໝັ້ນ ແລະໝັ້ນໃຈ
ວ່າທາງການລາວ ຈະສາມາດປະຕິບັດຕາມກົດໝາຍໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານນາມໄດ້ ຊີ້ແຈງວ່າ:

ບັນຫາເລື່ອງຊັບສິນທາງປັນຍາເປັນຂໍ້ສົນໃຈທີ່ສຸດຂອງບັນດາປະເທດສະມາຊິກ
ອົງການການຄ້າໂລກ ສະນັ້ນການທີ່ພວກເຮົາມີກົດໝາຍແລ້ວ ພວກເຮົາກໍຍັງຕ້ອງ
ການມີດໍາລັດ ເພື່ອເຮັດແນວໃດໃຫ້ມັນເປັນທີ່ຮອງຮັບໄດ້ ໂດຍສະເພາະແມ່ນການ
ເຊື່ອມໂຍງກັບສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດ ທີ່ພວກເຮົາຄວນຈະໄດ້ປັບປຸງ
ຕື່ມ ຊຶ່ງບາງຈຸດດັ່ງກ່າວນັ້ນ ໃນ ກົດໝາຍຂອງພວກເຮົາກະໄດ້ເວົ້າຢູ່ ແຕ່ມັນບໍ່ທັນ
ລະອຽດ ຊຶ່ງພວກເຂົາເຈົ້າຢາກໃຫ້ພວກເຮົາຊີ້ແຈງ ແລະປັບປຸງໃຫ້ມັນລະອຽດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດ ກໍໄດ້ຖະແຫຼງຢືນຢັນວ່າ ການທີ່ລາວ
ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ລະຫວ່າງຜູ້ນໍາລັດຖະບານອາຊີ ກັບສະຫະພາບ
ຢູໂຣບ (ASEM) ຄັ້ງທີ 9 ໃນຕົ້ນເດືອນພະຈິກປີນີ້ ຢູ່ນະຄອນຫຼວງວຽງຈັນ ຈະເຮັດໃຫ້ລາວ
ໄດ້ຮັບການຍອມຮັບ ໃນລະດັບສາກົນເພີ່ມຂຶ້ນ ຊຶ່ງກໍລວມເຖິງການຍອມຮັບຈາກບັນດາປະ
ເທດສະມາຊິກຂອງອົງການການຄ້າໂລກນັ້ນເອງ.

XS
SM
MD
LG