ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Shaker Aamer ຖືກປ່ອຍ ຈາກຄຸກ ກວນຕານາໂມ ໃນ ຄິວບາ


ພວກນັກເຄື່ອນໄຫວສິດທິມະນຸດ ຖືປ້າຍຄຳຂວັນ​ທີ່ມີຮູບທ້າວ
Shaker Aamer
ພວກນັກເຄື່ອນໄຫວສິດທິມະນຸດ ຖືປ້າຍຄຳຂວັນ​ທີ່ມີຮູບທ້າວ Shaker Aamer

ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ອັງກິດ​ຜູ້​ສຸດ​ທ້າຍ ​ທີ່ຕິດ​ຄຸກສະຫະລັດຢູ່
​ອ່າວ​ກວນ​ຕານາ​ໂມ ປະ​ເທດ​ຄິວບາໄດ້​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະ
ຫຼະ​ແລ້ວ.

ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ທ່ານ Philip Hammond
ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າທ້າວ Shaker Aamer ຊຶ່ງ​ເປັນ​ຄົນ​ສັນຊາດ
ຊາ​ອຸ​ດີ ອາຣາ​ເບຍ​ ​ໄດ້​ຖືກ​ປ່ອຍ ​ແລະ​ຈະ​ເດີນທາງ​ໄປ​ເຖິງ​ປະ​ເທດ
​ອັງກິດ​ ໃນ​ວັນ​ສຸກ​ມື້ນີ້.

ທ້າວ Aamer ​ໄດ້​ຖືກ​ຄຸກ​ທະຫານ​ສະຫະລັດ ຢູ່​ປະ​ເທດ​ຄິວ​ບາ​ມາ
ຕັ້ງ​ແຕ່​ປີ​ 2002 ​ແຕ່​ບໍ່​ເຄີຍ​ຖືກກ່າວ​ຫາ ຫລື​ດຳ​ເນີນ​ຄະດີ​ເລີຍ.

ທ່ານ Andy Worthington ຜູ້ອຳນວຍການ​ຮ່ວມ​ຂອງ​ກຸ່ມປຸກລະດົມພວກ​ເຮົາ​ຮ່ວມ​ຕໍ່ສູ້
ກັບ​ທ້າວ Aamer ​ໃນ​ອັງກິດກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ພວກ​ເຮົາ​ດີ​ໃຈທີ່ໄດ້​ຍິນ​ວ່າ ການຄຸມ
ຂັງ​ມາ​ເປັນ​ເວລາ​ດົນ​ນານ ​ແລະ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ຂອງ​ລາວໄດ້​ສິ້ນສຸດ​ລົງ​ແລ້ວ.

ທ້າວ Aamer ​ໄດ້​ຖືກ​ຈັບ​ຢູ່​ອັຟກາ​ນິສຖານ​ໃນ​ປີ 2001.ເຈົ້າໜ້າ​ທີ່​ສະຫະລັດ​ ໄດ້ກ່າວ​ຫາ​
ລາວ​ວ່າ ​ເປັນ​ຜູ້ນຳ​ພາ​ກຳລັງ​ສູ້​ລົບ​ຂອງ​ກຸ່ມ​ຕາ​ລີ​ບານ​ຈຸ​ນຶ່ງ​ ​ແລະ​ເຄີຍ​ພົບກັບ​ອະດີດ​ມື້ລາງ
​ຜູ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາທ້າວ​ໂອຊາ​ມາບິນລາ​ເດັນ​ມາ​ແລ້ວ. ​ແຕ່​ທ້າວ​ Aamer
ຍັງ​ສືບ​ຕໍ່ປະຕິ​ເສດ​ວ່າ​ ລາວ​ໄປ​ອັຟການິສຖານ ພ້ອມ​ກັບ​ຄອບຄົວ​ຂອງ​ລາວ ​ເພື່ອ​ເຮັດ​ວຽກ
ໃນ​ດ້ານ​ການ​ກຸສົນ.

ຜູ້ກ່ຽວ​ໄດ້​ພົບ​ເຫັນ​ວ່າ​ພົ້ນຜິດ​ແລະ​ພ້ອມ​ແລ້ວ​ທີ່​ຈະ​ຖືກ​ປ່ອຍ​ຈາກ​ຄຸກກວນ​ຕານາ​ໂມ​ໃນ​ປີ
​2007 ​ແຕ່​ຍັງ​ຖືກ​ຄຸມ​ຂັງ​ຢູ່​ທີ່​ນັ້ນຕໍ່​ມາ.

ພວກທະນາຍຄວາມ​ຂອງ​ທ້າວ Aamer ກ່າວ​ວ່າ ລູກຄວາ​ມຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ຖືກ
​ທໍລະມານ​ທີ່​ອ່າວ​ກວນ​ຕານາ​ໂມ.

ສະຫະລັດ​ໄດ້​ປະກາດ​ໃນ​ເດືອນ​ກັນຍາ​ຜ່ານ​ມານີ້ວ່າ ທ້າວ Aamer ຈະ​ຖືກ​ປ່ອຍໂຕ.

XS
SM
MD
LG