ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກຝ່າຍຄ້ານ ປະຕິເສດ ຜົນການເລືອກຕັ້ງ ເອົາທ່ານ Museveni ເປັນປະທານາທິບໍດີຄືນ


ຜູ້ສະໜັບສະໜູນ ປະທານາທິບໍດີ Yoweri Museveni ສະເຫຼີມສະຫຼອງ ທັ້ງໆທີ່ຄະນະກຳມະທິການ ການ
ເລືອກຕັ້ງໄດ້ປະກາດ ໃຫ້ທ່ານ Yoweri Museveni ເປັນຜູ້ຊະນະ ໃນການເລືອກຕັ້ງປະທານາທິບໍດີ ໃນນະຄອນຫຼວງ Kampala, 20 ກຸມພາ, 2016.
ຜູ້ສະໜັບສະໜູນ ປະທານາທິບໍດີ Yoweri Museveni ສະເຫຼີມສະຫຼອງ ທັ້ງໆທີ່ຄະນະກຳມະທິການ ການ ເລືອກຕັ້ງໄດ້ປະກາດ ໃຫ້ທ່ານ Yoweri Museveni ເປັນຜູ້ຊະນະ ໃນການເລືອກຕັ້ງປະທານາທິບໍດີ ໃນນະຄອນຫຼວງ Kampala, 20 ກຸມພາ, 2016.

ຄະນະກຳມາທິການເລືອກຕັ້ງ ຂອງຢູການດາ ໄດ້ແຈ້ງຊື່ຜູ້ນຳ ທ່ານ Yoweri Museveni ຊຶ່ງດຳລົງຕຳແໜ່ງຢູ່ໃນປັດຈຸບັນວ່າເປັນຜູ້ ຊະນະໃນການເລືອກຕັ້ງປະທານາທິບໍດີ ເມື່ອວັນພະຫັດຜ່ານມາ ແຕ່ພັກຝ່າຍຄ້ານຫຼັກ ແມ່ນບໍ່ຍອມຮັບເອົາຜົນການເລືອກຕັ້ງໂດຍ ຫາ ວ່າມີການສໍ້ໂກງ.

ປະທານຂອງພັກ Forum for Democratic Change ຫຼື FCD ທ່ານ Mugish Muntu ກ່າວວ່າ ຜົນການເລືອກຕັ້ງທີ່ໄດ້ປະກາດ ໄປ ຢູ່ສູນນັບຄະແນນສຽງແຫ່ງຊາດ ໃນນະຄອນຫຼວງ ກຳປາລາ ນັ້ນ ແມ່ນ “ບໍ່ສອດຄ່ອງ” ກັບຜົນທີ່ໄດ້ປະກາດອອກມາ ຢູ່ໜ່ວຍ ເລືອກຕັ້ງຕ່າງໆ.

ໃນການໃຫ້ສຳພາດໃນວັນເສົາວານນີ້ແກ່ Peter Clotter ຜູ້ສື່ຂ່າວຂອງວີໂອເອທ່ານ Muntu ເວົ້າວ່າ ພັກຂອງທ່ານກຳລັງເກັບກຳຫຼັກຖານເພື່ອສະແດງໃຫ້ ຊາວຢູການດາ ແລະ ບັນດາຜູ້ ສັງເກດການ ການເລືອກຕັ້ງ ເຫັນວ່າ ການເລືອກຕັ້ງໄດ້ຖືກຈັດແຈງໃຫ້ອອກມາ ໃນທາງທີ່ເອື້ອ ອຳນວຍໃຫ້ ປະທານາທິບໍດີ Museveni ໄດ້ເປັນຜູ້ຊະນະ.

ຜູ້ນຳພັກຝ່າຍຄ້ານຂອງປະເທດ Uganda ທ່ານ Kizza Besigye, ພົບ ປະກັບຜູ້ສະໜັບສະໜູນຂອງທ່ານ ຫຼັງຈາກທ່ານໄດ້ໄປປ່ອນບັດທີ່ສູນ ເລືອກຕັ້ງໃນເມືອງ Rukungiri, ປະມານ 700 ກິໂລແມັດທາງພາກ ຕາເວັນຕົກຂອງນະຄອນຫຼວງ Kampala. 18 ກຸມພາ 2016.
ຜູ້ນຳພັກຝ່າຍຄ້ານຂອງປະເທດ Uganda ທ່ານ Kizza Besigye, ພົບ ປະກັບຜູ້ສະໜັບສະໜູນຂອງທ່ານ ຫຼັງຈາກທ່ານໄດ້ໄປປ່ອນບັດທີ່ສູນ ເລືອກຕັ້ງໃນເມືອງ Rukungiri, ປະມານ 700 ກິໂລແມັດທາງພາກ ຕາເວັນຕົກຂອງນະຄອນຫຼວງ Kampala. 18 ກຸມພາ 2016.

ທ່ານ Muntu ເວົ້າວ່າ “ສິ່ງໜຶ່ງ ທີ່ພວກເຮົາສາມາດເວົ້າໄດ້ຢ່າງ ແນ່ນອນ ຊຶ່ງມັນບໍ່ແມ່ນເລື່ອງໃໝ່ເລີຍ ສຳລັບພວກທີ່ສະໜັບສະ ໜູນພັກຂອງພວກເຮົາ ກໍແມ່ນວ່າ ການເລືອກຕັ້ງເປັນການສໍ້ ໂກງ.”

ຄະນະກຳມາທິການເລືອກຕັ້ງຂອງ ຢູການດາ ໄດ້ກ່າວໃນວັນເສົາ ວານນີ້ວ່າ ປະທານາທິບໍດີ Museveni ໄດ້ຮັບໄຊຊະນະການ ເລືອກຕັ້ງດ້ວຍຄະແນນສຽງເກືອບ 61 ເປີເຊັນ ຂອງການລົງຄະ ແນນສຽງ ຊຶ່ງຫຼາຍພໍ ທີ່ຈະໄດ້ຮັບໄຊຊະນະໃນການເລືອກຕັ້ງຮອບ ທຳອິດ. ຄະນະກຳມາທະການກ່າວອີກວ່າຄູ່ ແຂ່ງທີ່ແຂງຂັນທີ່ສຸດ ຂອງທ່ານ Museveni ຄືຜູ້ສະໝັກ ຈາກພັກ FCD ທ່ານ Kizza Besigye ໄດ້ຮັບຄະແນນສຽງ ແຕ່ 35 ເປີເຊັນ.

ທ່ານ Besigye ຜູ້ທີ່ໄດ້ຖືກຈັບກຸມ ໃນຂະນະທີ່ ພະຍາຍາມຈັດກອງປະຊຸມຖະແຫລງເມື່ອວັນ ສຸກຜ່ານມາ ແມ່ນຍັງຢູ່ພາຍໃຕ້ການກັກບໍລິເວນຢູ່ໃນບ້ານຂອງທ່ານ.

XS
SM
MD
LG