ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາຜູ້ສະໝັກ ລົງແຂ່ງຂັນ ໃນການເລືອກຕັ້ງ ໃນອູການດາ ຮ້ອງຂໍ ໃຫ້ປະຊາຊົນ ອອກມາປ່ອນບັດ


Uganda Elections
please wait
Embed

No media source currently available

0:00 0:00:48 0:00

ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະລັດຖະສະພາ
ຢ່າງ​ເປັນ​ທາງ​ການ​ໃນ​ອູ​ການ​ດາ ​ໄດເລີ້ມ​ຂຶ້ນ​ແລ້ວ ​ແຕ່​ວ່າ​ພວກ​ມີ
​ສິດປ່ອນ​ບັດ​ ແມ່ນໄດ້​ປະ​ເ​ຊີນກັບ​ການ​ເຂົ້າແຖວ​ຍາວ​ຢຽດ ​ແລະ
​ການ​ເປີດ​ໜ່ວຍ​ປ່ອນ​ບັດ​ທີ່​ຊັກຊ້າ​ໃນ​ບາງ​ສະຖານ​ທີ່ ​ໃນ​ວັນ​ພະຫັດ
​ມື້​ນີ້ ຍ້ອນ​ການ​ສົ່ງ​ບັດໄປ​ໃຫ້ ມີ​ການ​ຊັກ​ຊ້າ​ນັ້ນ. ​

ຫຼັງ​ຈາ​ກກາ​ນຊັກ​ຊ້າ​ໃນ​ບາງ​ເຂ​ດ ​ໃນ​ນະຄອນ​ຫຼວງ Kampala ​ແລ້ວ ຄະນະ​ກຳມະການ​
ເລືອກຕັ້ງ​ຂອງ​ອູ​ການ​ດາ ​ໄດ້​ອອກ​ຖະ​ແຫຼງການສະບັບ​ນຶ່ງ​ວ່າ “ການ​ເລືອກ​ຕັ້ງ ແມ່ນ​ເປີ​ດ
ຕາມ​ເວລາ ​ໃນເຂດ​ຕ່າງໆ​ຂອງ​ປະ​ເທດ.”
​ແຕ່ໃຫ້​ຂໍ້​ສັງ​ເກດ​ວ່າ ໄດ້ມີການຊັກຊ້າ​ລົງ​ ໃນ
ຫຼາຍເຂດ​ ຂອງນະຄອນຫຼວງ ແລະ​ທີ່​ເມືອງ Wakiso. ຖະ​ແຫຼງການ​ຍັງ​ໄດ້​ກ່າວ​ອີກ​ວ່າ
ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄດ້​ສະ​ແດງຄວາມເສຍ​ໃຈ ​ໃນ​ການ​ຈັດ​ສົ່ງ​ອຸບປະກອນ ​ໃນ​
ການບັດປ່ອນບັດ​ອອກ​ໄປ​ຊ້າ ​ໃຫ້​ຫລາຍໆ​ເຂດນັ້ນ.

ທ້າວ Ivan Ssebuliba ນັກ​ສຶກສາ ຈາກມະຫາວິທະຍາ​ໄລ Makerere ກ່າວ​ວ່າ “ຖ້ານີ້
ຫາກເກີດ​ຂຶ້ນ​ ໃນນະຄອນຫຼວງ Kampala ຊຶ່ງ​ຕັ້ງຢູ່​ໃກ້​ທີ່​ສຸດ​ກັບຄະນະ​ກຳມະການ​
ເລືອກ​ຕັ້ງ​ແລ້ວ​ນັ້ນ ​ແມ່ນ​ຫຍັງ​ລະ​ທີ່​ຈະ​ເກີດ​ຂຶ້ນ ​ກັບ​ໝູ່​ບ້ານ​ທີ່​ຫ່າງ​ໄກ​ສອກຫຼີກ.”

ພວກ​ມີ​ສິດປ່ອນ​ບັດ​ ທີ່​ໄປ​ຮອດ​ໜ່ວຍ​ປ່ອນ​ບັດຕ່າງໆ​ກ່ອນ​ເວລານັ້ນ ​ແມ່ນ​ຖືກ​ບັງຄັບໃຫ້​
ຢືນເຂົ້າ​ແຖວ ​ແລະ​ລໍຖ້າກາງ​ຄວາມ​ຮ້ອນ​ເອົ້າ​ ຊຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ບໍ່ພໍ​ໃຈ​ແລະ​ງຸດງິດ.
​ແຕ່​ວ່າ ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄດ້​ໃຫ້ການຄ້ຳປະກັນ​ແກ່​ພວກ​ທີ່​ມີ​ສິດລົງຄະ​ແນນ​ນັ້ນ​
ວ່າ ຖ້າ​ຜູ້​ໃດ​ທີ່​ໄດ້​ຢືນ​ເຂົ້າ​ແຖວ​ທັນ 4 ​ໂມງ​ແລງ​ແລ້ວ ​ແມ່ນ​ມີ​ສິດ​ປ່ອນ​ບັດ​ໄດ້.

ຊາ​ຍຄົນ​ນຶ່ງ​ກ່າວ​ຕໍ່ Jill Craig ຜູ້​ສື່​ຂ່າວ VOA ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຄວນ​ຈະ​
ປ່ອນ​ບັດ​ໃນ​ມື້​ອື່ນ.”

ໜ່ວຍ​ປ່ອນ​ບັດບາງແຫ່ງ​ແມ່ນ​ຍັງ​ປິດ​ຢູ່ ​ດົນ​ນານ​ຮອດ 4 ຊົ່ວ​ໂມງ ຫຼັງ​ຈາກ​ທີ່​ທາງ​ການ​ປະ
ກາດ​ໃຫ້ການ​ປ່ອນ​ບັດ​ເລີ້ມ​ຂຶ້ນແລ້ວນັ້ນ ພາ​ໃຫ້​ມີ​ການ​ປະ​ເຊີນ​ໜ້າ​ກັນ ​ລະຫວ່າງພວກ​ທີ່​
ຈະ​ ປ່ອນ​ບັດ ​ແລະ​ພວກສາລະວັດ​ທະຫານ​ທີ່​ຕິດ​ອາວຸດເຕັມ​ອັດຕາ ​ໃນ​ເຂດ​ຊານ​ເມືອງ
ຂອງ ​ເມືອງ​ Kyabando Erisa.



Voting has officially begun in Uganda's presidential and parliamentary elections, but voters are facing long lines and delayed openings at some polling stations Thursday because of late ballot deliveries.

After delays in some locations in the capital, Kampala, the Ugandan electoral commission released a statement saying "polling has started on time in various parts of the country," but noting delays in parts of the capital and in Wakiso District. The statement said the commission expresses its regrets for the late delivery of polling materials to those locations.

Makerere University education student Ivan Ssebuliba said "If this is happening in Kampala, so close to the Electoral Commission, what is going on in the villages?"

Voters who had arrived early were forced to stand and wait in long lines in the heat, leaving them frustrated and irritable. But the electoral commission has assured voters that all who are in line by 4pm will be allowed to cast their ballots.

One man told VOA's Jill Craig "We shall vote tomorrow I think."

Some polling stations still remained closed as long as four hours after voting was scheduled to start, causing a confrontation between would-be voters and heavily-armored military police in the suburb of Kyabando Erisa.

XS
SM
MD
LG