ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພາຍຸໄຕ້ຝຸ່ນ ກົບປູ ພັດຂຶ້ນຝັ່ງ ຖະຫລົ່ມ ພາກເໜືອ ຂອງ ຟີລິບປິນ

ນັກພະຍາກອນອາກາດ ທ່ານ Aldczar Aurelio ຈາກກົມອຸຕຸນິຍົມ ທຳການອະທິບາຍ ໃນລະຫວ່າງ ການຖະແຫລງການສັ້ນໆ ຕໍ່ສື່ມວນຊົນ ກ່ຽວກັບ ພາຍຸໄຕ້ຝຸ່ນ Koppu, ເມື່ອວັນເສົາ ທີ 17 ຕຸລາ 2015 ຢູ່ທີ່ ເຂດຊານເມືອງ Quezon, ກ້ຳຕາເວັນອອກສຽງເໜືອຂອງນະຄອນຫຼວງ Manila, ປະເທດຟີລິບປິນ.

ພາຍຸໄຕ້ຝຸ່ນ Koppu ທີ່​ມີ​ພະລັງ​ແຮງສູງ ​ແລະ ​ເຄື່ອນ​ຍ້າຍ
​ຢ່າງ​ຊ້າໆ ​ໄດ້​ພັດຖະຫລົ່ມພາກ​ເໜືອ​ຂອງຟີ​ລິບ​ປິນ ​ເມື່ອ​ຕອນ
​ເຊົ້າວັນ​ອາທິດ​ມື້​ນີ້ ເຮັດ​ໃຫ້ໄຟຟ້າມອດ ​ແລະ ການ​ສື່ສານ​ຢຸດ
​ສະ​ງັກ​ ດ້ວຍ​ລົມຄວາມ​ແຮງສູງ ​ແລະ ຝົນຕົກ ທີ່​ອາດ​ມີ​ຢູ່​ຕໍ່​ໄປ​ຈົນ
​ເຖິງ​ວັນ​ພຸດ ອັນ​ເປັນ​ມື້​ນຶ່ງ​ຕື່ມ​ອີກ ຈາກ​ການ​ທຳນາຍ​ໃນ​ເບື້ອງຕົ້ນ.

ບໍ່​ມີ​ລາຍງານເຖິງ​ການ​ເສຍ​ຊີວິດ​ແຕ່​ຢ່າງ​ໃດ ​ໃນ​ຂະນະ​ທີ່ ພາຍຸ​
ໄຕ້​ຝຸ່ນ ກົບ​ປູ ​ໄດ້​ພັດ​ຂຶ້ນຝັ່ງ ໃນຕອນ​ເຊົ້າ ວັນ​ອາທິດ​ມື້​ນີ້ ຢູ່​ທີ່​ເມືອງ
​ແຄມ​ຝັ່ງ Casiguran ​ໃນແຂວງ Aurora ທີ່​ຫ່າງ​ໄກ​ສອກ​ຫລີກ.

ບັນດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ​ພາຍຸໄຕ້​ຝຸ່ນ ກົບ​ປູ ຈະ​ຍັງ​ຄົງ​ປົກ​ຄຸມ​ເກາະ Luzon ຢູ່​ເປັນ​ເວລາ ສອງ​ສາມ​ມື້ ຍ້ອນ​ວ່າ​ມີ​ອາກາດ​ຄວາມ​ກົດ​ດັນ​ສູງ ​ໃນ​ບໍລິ​ເວນ ພາກ​ເໜືອ ​ແລະ ມີ​ພາຍຸໄຕ້​ຝຸ່ນ​ອີກ​ຫົວ​ນຶ່ງ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາຊີ​ຟິກ.

ບັນດາ​ນັກ​ພະຍາກອນ​ອາກາດ ຄາດ​ຄະ​ເນ​ວ່າ ພາຍຸ​ດັ່ງກ່າວ ອາດຈະມີຝົນຕົກໜັກ ​ໃນ​ປະລິມານ 600 ມີ​ລິ​ແມັດ ​ໃນ​ລະຍະ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.

Philippines Typhoon
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG