ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

13 ຄົນ ເສຍຊີວິດ ຢູ່ ຟີລິບປິນ ຍ້ອນພາຍຸ ເຂດຮ້ອນ ນາຣີ (ວີດີໂອ)


ແຜນທີ່ ຟີລິບປິນ
ແຜນທີ່ ຟີລິບປິນ
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນຟີ​ລິບ​ປີນ ກ່າວ​ວ່າ ຢ່າງ​ໝ້ອຍ 13 ​ຄົນ
​ໄດ້​ເສຍ​ຊີວິດ ຫລັງ​ຈາກ​ລົມພາຍຸ​ເຂດຮ້ອນ​ຮ້າຍ​ແຮງ ​ໄດ້ພັດ​
ຖະຫລົ່​ມພາກ​ເໜືອ​ຂອງປະ​ເທດ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພາຍຸ​ໄຕ້​ຝຸ່ນ Nari ​ໄດ້ພັດ​ຖະຫລົ່ມ
ແຄມຝັ່ງ​ທະ​ເລ​ກໍ້າຕາ​ເວັນ​ອອກ​ ປະມານ​ຕອນທ່ຽງ​ຄືນວັນ​ສຸກ
​ເຮັດ​ໃຫ້​ຕົ້ນ​ໄມ້ ​ແລະ​ເສົາ​ໄຟຟ້າ​ຫັກ ​ແລະພາ​ໃຫ້​ເກີດຝົນຕົກ
​ໜັກຢູ່​ທົ່ວ​ເຂດປູກ​ເຂົ້າ​ໃນ ບໍລິ​ເວນ​ທົ່ງຮາບພາກ​ກາງຂອງ​
ເກາະ Luzon.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນກ່າວ​ວ່າ ພາຍຸ​ດັ່ງກ່າວ​ນີ້ ​ເຮັດ​ໃຫ້​ປະຊາຊົນ ຫລາຍ​ກວ່າ 2 ລ້ານ
​ຄົນ ບໍ່​ມີ​ໄຟຟ້າ​ໃຊ້.

ພ້ອມ​ດຽວ​ກັນນີ້ ຍັງ​ມີ​ການ​ຍົກຍ້າຍ​ປະຊາຊົນຫລາຍ​ພັນ​ຄົນ ​ອອກ​ຈາກ​ໝູ່​ບ້ານໃນ​ເຂດຊາຍ​
ຝັ່ງທະ​ເລ ກ່ອນ​ພາຍຸນາຣີ​ໄປ​ເຖິງ.

ພາຍຸ Nari ​ໄດ້​ບັງ​ຄັບ ໃຫ້ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຕ້ອງ​ຍົກ​
ເລີກ​ການ​ເດີນທາງ​ໄປ​ຢ້ຽມຢາມ ນະຄອນຫຼວງ ມະ​ນິລາ ຊຶ່ງ​ມີ​ກຳນົດ​ໃສ່​ວັນ​ສຸກ ແລະເສົາມື້
ນີ້.ທ່ານ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ພະຫັດ​ຜ່ານ​ມາ​ວ່າ ທ່ານຈະ​ພະຍາ​ຍາມເຮັດໝາຍ​ ກຳນົດການ​ໃໝ່ ການ​ເດີນ​ທາງ​ໄປ​ຢ້ຽມຢາມ​ຟີລິບ​ປິນ ​ໃນ​ສອງ​ສາມ​ອາທິດ ຂ້າງ​ໜ້ານີ້.

Typhoon
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG