ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃຕຝຸ່ນ Sanba ຖະຫລົ່ມເກາະ Okinawa ແລ້ວມູ້ງໜ້າສູ່ ເກົາຫລີ ແລະຈີນ


ພາຍຸ​ໃຕ້​ຝຸ່ນ Sanba ​ໄດ້​ພັດຖະຫລົ່ມ ​ເກາະ Okinawa ​
ຢູ່ພາກ​ໃຕ້​ຂອງ ຍີ່​ປຸ່ນ.

ຝົນທີ່​ທັ່ງ​ເທ​ລົງ​ມາ​ຢ່າງ​ໜັກ​ຍ້ອນພາຍຸ​ດັ່ງກ່າວ ໃນ​ວັນ​ອາທິດມື້​ນີ້ ​ໄດ້​ບັງ​ຄັບ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕ້ອງລົບ​ລ້າງ​ຖ້ຽວບິນ​ຫລາຍໆຖ້ຽວ ອັດຖະ​ໜົນຫົນທາງ ​ແລະ​ປິດ​ການ​ບໍລິການ​ເຮືອ​ບັກຂ້າມ​ນໍ້າ.

ເປັນ​ທີ່ຄາ​ດກັນ​ວ່າ ​ໃຕ້​ຝຸ່​ນ Santa ທີ່ພະລັງ​ເຄື່ອນ​ໄຫວເກືອບຮອບ 200 ກິ​ໂລ ແມັດ ຕໍ່​ຊົ່ວ​ໂມງ ​ແລະກະ​ແສ​ລົມ​ພັດ​ແຮງຫລາຍນັ້ນ ຈະ​ນໍາ​ສະພາບ​ດຽວ​ກັນນີ້​ມາສູ່ແຫລມເກົາຫລີ ​ແລະ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ​ໃນ​ບໍ່​ເທົ່າ​ໃດ​ວັນ​ຂ້າງ​ໜ້າ​ນີ້.

ພາຍຸ Sanba ​ແມ່ນ​ເປັນໃຕ້​ຝຸ່ນຫົວ​ສາມ ທີ່​ພັດ​ປະ​ທະຂົງ​ເຂດ​ນີ້​ໃນ​ປີ​ນີ້ ຊຶ່ງຕິດ ຕາມ​ມາ​ ຫລັງ​ຈາກ ​ໃຕ້​ຝຸ່ນ​ບໍລ​ະ​ເວນ ​ແລະ Tambin.
XS
SM
MD
LG