ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸໄຕ້ຝຸ່ນ Halong ປະທະເຂົ້າຍີ່ປຸ່ນ ເຮັດໃຫ້ຄົນນຶ່ງ ເສຍຊີວິດ (ສະໄລດ໌/ວີດີໂອ)


ທີ່​ຍີ່ປຸ່ນ ຢ່າງນ້ອຍ ນຶ່ງ​ຄົນໄດ້​ເສຍ​ຊີວິດ ​ແລະ ຫຼາຍກວ່າ
30 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ໄຕ້​ຝຸ່ນ ຮາ​ລອງ (Halong)
​ໄດ້​ພັດ​ປະ​ທະ​ເກາະ Shikoku ທາງພາກ​ໃຕ້​ຂອງ​ປະ​ເທດ.

ພາຍຸ​ດັ່ງກ່າວ​ໄດ້​ພັດ​ຂຶ້ນຝັ່ງ ​ໃນ​ຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້
​ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ໄດ້​ມີ​ການ​ເຕືອນໂດຍ​ທັນທີ ໃຫ້​ພົນລະ​ເມືອງ
ຫຼາຍກວ່ານຶ່ງ​ລ້ານ​ຄົນ ​ຍົກຍ້າຍອອກໄປ. ຖ້ຽວບິນຫຼາຍກວ່າ
200 ຖ້ຽວ​ໄດ້​ຖືກ​ງົດ ແລະ ລົດ​ໄຟ​ຄວາມ​ໄວ​ສູງບາງ​ສາຍ ໄດ້
​ຖືກ​ງົດບໍລິການ​ໃນ​ມື້​ນີ້ ຊຶ່ງ​ເປັນ​ວາລະ​ເລີ້ມ​ຕົ້ນ ງານ​ບຸນ​ສາສະໜາ
​ພຸດ Obon ເປັນເວລາ​ນຶ່ງ​ອາທິດ.

ກົມອຸ​ຕຸ​ນິຍົມວິທະຍາ​ຍີ່ປຸ່ນ ​ພະຍາກອນ​ວ່າ​ ພາຍຸຮາ​ລອງ ຈະ​ພັດຂ້າມ ເກາະ​ໃຫຍ່ Honshu ພ້ອມ​ກັບ​ຝົນຕົກໜັກ ປະມານ 40 ​ຊັງ​ຕີ​ແມັດ​ ກ່ອນ​ທີ່​ຈະພັດ​ຜ່ານ​ເຂົ້າ​ໄປ​ຍັງ​ ທະ​ເລ​ຍີ່ປຸ່ນ ​ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ​ມື້​ນີ້.

JAPAN WEATHER VO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG