ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີ 4 ຄົນ ເສຍຊີວິດ ຍ້ອນລົມພາຍຸ ໄຕ້ຝຸ່ນ Bopha


ຊາວບ້ານພາກັນເລື່ອຍຕົ້ນໄມ້ທີ່ຫັກລົ້ມລົງ ອັນເນື່ອງມາຈາກພາຍຸ Bopha
ຊາວບ້ານພາກັນເລື່ອຍຕົ້ນໄມ້ທີ່ຫັກລົ້ມລົງ ອັນເນື່ອງມາຈາກພາຍຸ Bopha
ລົມພາຍຸໄຕ້ຝຸ່ນຂະໜາດແຮງຫົວນຶ່ງພັດເຂົ້າຖະຫຼົ່ມພາກໃຕ້ຂອງ
ຟິລິບປີນ ພາໃຫ້ຕົ້ນໄມ້ໂຄ່ນ ຫຼັງຄາເຮືອນເປີດ ແລະເຮັດໃຫ້ຜູ້ຄົນ
ຫຼາຍພັນຄົນຕ້ອງໄດ້ຍົກຍ້າຍອອກຈາກທີ່ຢູ່ອາໄສຂອງພວກເຂົາ
ເຈົ້າ ໄປຢູ່ບ່ອນຫຼົບໄພທີ່ທາງການຈັດໃຫ້ຊົ່ວຄາວ.

ລົມພາຍຸໄຕ້ຝຸ່ນ Bopha ມີລົມແຮງ ເຖິງ 210 ກິໂລແມັດຕໍ່ຊົ່ວໂມງ
ໃນຂະນະທີ່ພັດຂຶ້ນຝັ່ງ ໃນຕອນເຊົ້າຂອງວັນອັງຄານມື້ນີ້ ທີ່ເກາະ
Mindanao ທາງພາກໃຕ້ຂອງຟີລິບປິນ. ມີຢ່າງ ນ້ອຍ 4 ຄົນ
ເສຍຊີວິດ ແລະອີກຫຼາຍໆຄົນໄດ້ຮັບບາດເຈັບຍ້ອນຖືກຊາກ
ຫັກພັງຕ່າງໆທີ່ປີວມານັ້ນ.

ທ່ານ Joe Curry ຫົວໜ້າໜ່ວຍບໍລິການບັນເທົາທຸກຂອງ
ຄາໂຕລິກ ໃນຟິລິບປີນ ກ່າວກັບ VOA ວ່າ ເບິ່ງຄືວ່າທາງການ
ໄດ້ມີການຕຽມພ້ອມເປັນຢ່າງດີເພື່ອຮັບມືກັບພາຍຸຫົວນີ້ຫຼາຍກ່ວາລົມພາຍຸເຂດຮ້ອນ Washi
ທີ່ພັດເຂົ້າຖະຫຼົ່ມໃນປີກາຍທີ່ເຮັດໃຫ້ມີ 1,200 ກວ່າຄົນເສຍຊີວິດໄປນັ້ນ.

ເຈົ້າໜ້າທີ່ຍັງກ່າວວ່າ ມີຫຼາຍກວ່າ 41,000 ຄົນໃນເຂດທີ່ມັກມີນໍ້າຖ້ວມນັ້ນ ໄດ້ຖືກຍົກຍ້າຍ
ໄປອາໄສຢູ່ທີ່ພັກຂອງທາງການຊົ່ວຄາວຢູ່ເກາະ Mindanao. ຜູ້ຄົນທີ່ຢູ່ອາໄສຢູ່ໃນຢ່າງ
ນ້ອຍ 8 ເຂດ ແມ່ນບໍ່ມີໄຟຟ້າໃຊ້ ຫຼັງຈາກທີ່ທາງການໄດ້ຕັດໄຟຟ້າແລ້ວ. ມີຖ້ຽວບິນພາຍ
ໃນປະເທດຢ່າງນ້ອຍ 80 ຖ້ຽວ ໄດ້ຖືກຍົກເລີກ ໃນຂະນະທີ່ກໍາປັ່ນທັງຫຼາຍນັ້ນໄດ້ຖືກສັ່ງບໍ່
ໃຫ້ອອກຈາກທ່າໄປ.

ພວກນັກພະຍາກອນອາກາດກ່າວວ່າ ຄາດວ່າພາຍຸຫົວນີ້ຈະອ່ອນກຳລັງລົງແລະເຄື່ອນ
ອອກ ສູ່ທະເລຈີນໃຕ້ພາຍໃນວັນພະຫັດ. ເຈົ້າໜ້າທີ່ຟີລິບປິນກ່າວວ່າ ຕົນໄດ້ຕຽມ
ເຂົ້າປາອາຫານໄວ້ພຽບພ້ອມແລະອຸບປະກອນກູ້ໄພຕ່າງໆຕາມເສັ້ນທາງທີ່ຄາດວ່າລົມ
ພາຍຸຫົວນີ້ຈະພັດຜ່ານໄປນັ້ນ.
XS
SM
MD
LG