ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

8 ຄົນ​ເສຍ​ຊີວິດ ທີ່ເກົາຫຼີໃຕ້ ຍ້ອນ​​ໄຕ້ຝຸ່ນບໍລະ​ເວນ


​ຟອງ​ແຮງ​ຂຶ້ນ ຂະນະ​ທີ່ພັດເຂົ້າ​ປະ​ທະ​ແຄມ​ຝັ່ງ​ທະ ​ເລ​ຂອງເກົາຫຼີໃຕ້ ທີ່​ເກາະ Jeju.
​ຟອງ​ແຮງ​ຂຶ້ນ ຂະນະ​ທີ່ພັດເຂົ້າ​ປະ​ທະ​ແຄມ​ຝັ່ງ​ທະ ​ເລ​ຂອງເກົາຫຼີໃຕ້ ທີ່​ເກາະ Jeju.
ພາຍຸໄຕ້ຝຸ່ນບໍລະ​ເວນໄດ້​ນຳ​ເອົາລົມ​ແຮງ​ແລະ​ຝົນຕົກ​ໜັກ​ມາສູ່
ທັງເກົາຫຼີເໜືອ​ແລະ​ເກົາຫຼີໃຕ້ ທີ່​ເຮັດ​ໃຫ້​ຢ່າງ​ນ້ອຍ 8 ຄົນ​ເສຍ​
ຊີວິດ ​ແ​ລະ​ຫຼາຍ​ພັນ​ຄົນ​ບໍ່​ມີ​ໄຟຟ້າ​ໃຊ້.

ພາຍຸໄຕ້ຝຸ່ນບໍລະ​ເວນ ​ໄດ້​ພາ​ໃຫ້​ເກີດ​ຟອງ​ແຮງ​ຂຶ້ນ ຂະນະ​ທີ່ພັດ​
ເຂົ້າ​ປະ​ທະ​ແຄມ​ຝັ່ງ​ທະ ​ເລ​ຂອງເກົາຫຼີໃຕ້ ​ໃນ​ວັນ​ອັງຄານ​ມື້​ນີ້
ກ່ອນ​ທີ່​ຈະພັດ​ຂຶ້ນຝັ່ງ​ທີ່ເກົາຫຼີ​ເໜືອບ່ອນ​ທີ່​ຍັງ​ມີ​ນໍ້າ​ຖ້ວມ​ຢູ່​ນັ້ນ.

​ຊາວປະມົງ​ຈີນ 5 ຄົນ​ໄດ້​ເສຍ​ຊີວິດຫຼັງ​ຈາກ​ທີ່​ເຮືອຂອງ​ພວກ​ເຂົາ​
ເຈົ້າຕໍາ​ກັບໂງ່ນຫີນທີ່​ເກາະ Jeju ​ໃນ​ພາກ​ໃຕ້​ຂອງເກົາຫຼີໃຕ້ ​
ໃນ​ວັນ​ອັງ​ຄານ​ມື້​ນີ້. ໜ່ວຍຍາມ​ຝັ່ງຂອງ​ເກົາຫຼີ​ໃຕ້ ​ໄດ້​ປະຕິບັດ
​ງານ​ກູ້​ໄພ ຊ່ອຍພວກຊາວ​ປະມົງຈີນຢ່າງ​ນ້ອຍ 11 ຄົນ​ ສູ່​ຄວາມ
​ປອດ​ໄພ 6 ຄົນ​ສາມາດ​ລອຍ​ເຂົ້າ​ຝັ່ງ ​ແຕ່​ວ່າ ຍັງ​ອີກ 12 ຄົນ​ ​
ຫາ​ບໍ່​ພໍ້​ເທື່ອ.

​ພາຍຸ​ນີ້ເຮັດ​ໃຫ້​ເສົາ​ໄຟຟ້າ​ຫັກ​ພັງ, ຮວມທັງ​ປ້າຍ​ຕ່າງໆ​ແລະ​ຍອດ​ໂບດ​ນໍາ ຂະນະທີ່​ພັດ ​
ເຂົ້າປະ​ທະ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນຕົກຂອງເກົາຫຼີໃຕ້ ບ່ອນ​ທີ່​ 3 ຄົນ​ໄດ້​ເສຍ​ຊີວິດ​ນັ້ນ.

​ຄົນ​ລາວ​ອາ​ເມຣິກັນ​ຄົນ​ນຶ່ງ ທີ່​ກໍາລັງ​ຫລົບ​ໄພ​ພາຍຸ​ບໍລະ​ເວນ​ຢູ່​ເກົາຫລີ​ໃຕ້ ກໍ​ຄື​ຕຸລາ​ພອນ
ຈິດຕະວໍລະ​ວົງ ທີ່​ເຮົາ​ໄດ້​ສໍາ​ພາດ​ມາສະ​ເໜີ​ທ່ານ​ໃນ​ລາ​ຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​
ແດນ​ຂອງ​ເຮົາ​ເມື່ອ​ບໍ່​ນານ​ມາ​ນີ້ ຊຶ່ງ​ຕຸລາ​ພອນ​ໄດ້​ລົມ​ສູ່​ພວກ​ເຮົາ​ຟັງ​ກ່ຽວ​ກັບ​ສະຖານ​ນະ​
ການ​ໃນ​ເມືອງ​ອິນ​ຈົນ​. (ຟັງສຽງຕຸລາພອນໃນຂ່າວ)
XS
SM
MD
LG