ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

2 ຄົນ ບາດເຈັບ ໃກ້ໆຄ້າຍ ພວກປະທ້ວງ ທີ່ ບາງກອກ (ສະໄລດ໌)


ຄ້າຍຂອງພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ສວນລຸມພີນີ ບາງກອກ ປະເທດໄທ (ຕຸລາ 4 2014)
ຄ້າຍຂອງພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ສວນລຸມພີນີ ບາງກອກ ປະເທດໄທ (ຕຸລາ 4 2014)
ເຈົ້າໜ້າທີ່ການແພດຂອງໄທກ່າວວ່າ ມີ 2 ຄົນຖືກຍິງບາດເຈັບ ໃນ
ເຫດຮ້າຍ 2 ຄັ້ງທີ່ບາງກອກໃນຄືນແລ້ວນີ້ໃກ້ໆກັບຄ້າຍຂອງພວກ
ປະທ້ວງຕໍ່ ຕ້ານລັດຖະບານ.

ສູນກາງປິ່ນປົວສຸກເສີນເອຣະວັນກ່າວໃນຕອນເຊົ້າຂອງວັນສຸກມື້
ນີ້ວ່າ ຫຼັງຈາກໄດ້ມີສຽງປືນດັງຂຶ້ນ ໃກ້ໆສວນລຸມພິນີ ຊຶ່ງເປັນຄ້າຍ ຂອງຄະນະກຳມະການປະຊາຊົນ ເພື່ອການປ່ຽນແປງປະເທດໄທ
ໃຫ້ເປັນປະຊາທິປະໄຕ ທີ່ສົມບູນ ອັນມີີພະມະຫາກະສັດ ເປັນປະ
ມຸກທີ່ເອີ້ນຫຍໍ້ວ່າ ກປປສ ນັ້ນແລ້ວ ກໍພົບວ່າ ມີຜູ້ຊາຍຄົນນຶ່ງແລະ
ແມ່ຍິງຄົນນຶ່ງໄດ້ຮັບບາດເຈັບ. ບຸກຄົນທັງສອງ ໄດ້ຖືກສົ່ງ ໄປຮັບ
ການປິ່ນປົວທີ່ໂຮງໝໍ ແລະເວລານີ້ອອກມາແລ້ວ.

ມີປະມານ 20 ຄົນໄດ້ເສຍຊີວິດແລະອີກຫລາຍກວ່າ 700 ຄົນໄດ້ຮັບບາດເຈັບນັບຕັ້ງແຕ່ບັນ
ຫາຂັດແຍ້ງທາງດ້ານການເມືອງຮອບຫລ້າສຸດ ເລີ້ມຂຶ້ນໃນເດືອນພະຈິກປີກາຍນີ້.

ພວກເດີນຂະບວນປະທ້ວງ ແມ່ນພາກັນຮຽກຮ້ອງ ໃຫ້ນາຍົກລັດຖະມົນຕີ ຮັກສາການ ທ່ານ
ນາງຍິ່ງລັກ ຊິນນະວັດ ລາອອກ ແລະມອບອຳນາດໃຫ້ແກ່ສະພາຊົ່ວຄາວ ທີ່ບໍ່ໄດ້ຖືກເລືອກ ຈາກປະຊາຊົນ ເຂົ້າມາທຳການປະຕິຮູບລະບອບການເມືອງ ແລະສະຖາບັນຕ່າງໆ.

XS
SM
MD
LG