ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄູບາ ທິເບດ ສອງອົງ ຈູດໄຟເຜົາໂຕເອງ (ວີດີໂອກ່ຽວຂ້ອງ)


ູຄູບາທິເບດ ອົງນຶ່ງ ຍົກຮູບອົງ ດາໄລ ລາມະ ຜູ້ນຳທາງຈິດໃຈ
ູຄູບາທິເບດ ອົງນຶ່ງ ຍົກຮູບອົງ ດາໄລ ລາມະ ຜູ້ນຳທາງຈິດໃຈ
ຄູບາ​ທິ​ເບ​ດສອງອົງ ​ເຜົາ​ໂຕເອງ​ ໃນ​ວັນ​ອາທິດ​ວານ​ນີ້ ​ເພື່​ອ
ປະ​ທ້ວງການປົກຄອງ ​ຂອງ​ຈີນ.

​ແຫ​ລ່ງຂ່າວ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາທິ​ເບ​ດ ວ່າ
ຄູບາ Losang Palden ຈາກ ວັດ Kirkit ​ໃນ​ແຂວງ Sichuan
ຂອງ​ຈີນ ​ໄດ້​ເຜົາ​ໂຕເອງ ຢູ່​ໃກ້​ກັບ​ວັດ. ກຳລັງ​ຮັກສາ​ຄວາມ
​ປອດ​ໄພ​ຈີນ ​ໄດ້​ເອົາຕົວ ຄູບາ Palden ​ໄປ ​ແຕ່​ບໍ່​ເປັນ​ທີ່ແຈ້ງ​ຂາວ​ວ່າ ທ່ານຍັງ​ມີ​ຊີວິດ​ຢູ່ ຫລື ​ຕາຍ​ແລ້ວ.

ຄູບາ ອົງ​ທີ່​ສອງ ​ໄດ້ເຜົາ​ໂຕ ຢູ່​ໃນ​ເຂດຊົນ​ເຜົ່າ​ທິ​ເບ​ດ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຈີນ.

​ອົງການ​ຂ່າ​ວຊິນ​ຫົວ ຂອງ​ທາງ​ການ​ຈີນ ກ່າວ​ວ່າ ຄູບ​າອົງ​ນີ້ ​ມາ​ຈາກ​ວັດ Shaderi ​ໃນ
ເຂດປົກຄອງຕົນ​ເອງ​ Huannan ຂອງ​ຊາວທິ​ເບ​ດ ​ໃນແຂວງ Qinghai. ສະພາບ​ການ​
ຂອງ ຄູບາອົງ​ດັ່ງກ່າວ ບໍ່ເປັນ​ທີ່​ຊາບ​ໄດ້.

ນັບ​ຕັ້ງ​ແຕ່​ປີ 2009 ມາ ມີຊາວ​ທິ​ເບ​ດ ທີ່​ຮຽກຮ້ອງ​ໃຫ້ຜູ້​ນຳ​ທາງ​ດ້ານ​ຈິດ​ໃຈ ອົງ​ດາ​ໄລ
ລາ​ມະ ກັບ​ຄືນ​ມາ ​ແລະຮຽກຮ້ອງ​ເອົາ​ເສລີພາບ​ໃຫ້​ທິ​ເບ​ດນັ້ນ ​ໄດ້​ເຜົາ​ໂຕ​ຕາຍ ຫລາຍ​
ກວ່າ 120 ຄົນ​ແລ້ວ.

ລັດຖະບານ​ພັດ​ຖິ່ນຂອງ​ຊາວທິ​ເບ​ດ ທີ່​ເມືອງ Dharamsala ປະ​ເທດ ອິນ​ເດຍ ​ໄດ້​ຮຽກ
ຮ້ອງ​ໃຫ້ຊາວ​ທິ​ເບ​ດ ຢ່າ​ເອົາ​ມາດ​ຕະການ​ທີ່​ຮ້າຍ​ແຮງ​ດັ່ງກ່າວ ​ແລະສະຫະລັດ ກໍໄດ້ຮຽກ
ຮ້ອງ​ໃຫ້ຈີນ ຈົ່ງ​ແກ້​ໄຂ​ບັນ​ຫາ​ຊາວ​ທິ​ເບ​ດ ດ້ວຍການຮື້​ຟື້ນ ການສົນທະນາ​ກັບ ບັນດາ​ຜູ້
ຕາງໜ້າ ຂອງອົງ​ດາ​ໄລ ລາ​ມະ​.

ວີດີໂອ ພາສາລາວ: ເປັນຫຍັງຊາວທິເບດ ຈຶ່ງເຜົາໂຕເອງ?

XS
SM
MD
LG