ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສັນຕະປາປາ Francis ຊົງແຕ່ງຕັ້ງ ​ມື້ລາງ ສັນຕະປາປາ 2 ອົງ ໃຫ້​ເປັນ​ນັກບຸນ (ສະ​ໄລ​ດ໌/ວີດີໂອ)


ພະສັນຕະປາປາ Francis ໄດ້ຊົງອ່ານຄຳປະກາດ​ຢ່າງເປັນ​ທາງ​ການ ເພື່ອແຕ່ງຕັ້ງ​ມື້ລາງພະສັນຕະປາປາ 2 ອົງ ໃຫ້​ເປັນ​ນັກບຸນ, ວັນທີ 27 ເມສາ 2014.
ພະສັນຕະປາປາ Francis ໄດ້ຊົງອ່ານຄຳປະກາດ​ຢ່າງເປັນ​ທາງ​ການ ເພື່ອແຕ່ງຕັ້ງ​ມື້ລາງພະສັນຕະປາປາ 2 ອົງ ໃຫ້​ເປັນ​ນັກບຸນ, ວັນທີ 27 ເມສາ 2014.
ພະສັນຕະປາປາ Francis ຜູ້ນຳ​ຂອງສາ​ສະໜາຈັກ​ໂຣມັນກາ
ໂຕລິກ ໄດ້​ຊົງປະກາດແຕ່ງຕັ້ງ ໃຫ້ມື້ລາງ ສັນຕະປາປາ 2 ອົງ
ທີ່ເຄີຍຮັບຕຳແໜ່ງມາກ່ອນ​ຄື John ທີ 23 ​ແລະ John Paul
ທີ 2 ​ໃຫ້​ເປັນ ນັກບຸນ ໃນ​ພິທີ​ທາງ​ສາສະໜາ ທີ່ຈັດຂຶ້ນ ໃນ​ວັນ​
ອາ​ທິດມື້ນີ້ ຢູ່​ທີ່ຈະ​ຕຸລັດ St. Peter.

​ເຈົ້າໜ້າ​ທີ່ກ່ຽວ​ຂ້ອງ​ກ່າວ​ວ່າ ມີ​ປະຊາຊົນຫຼາຍກວ່າໜຶ່ງ​ລ້ານ​ຄົນ​
ໄດ້​ພາ ກັນ​ໄປຮ່ວມພິທີ ຢູ່ທີ່ຈະ​ຕຸຣັດ St. Peter ​ແລະຕາມຖະ
ໜົນຫົນທາງ ​ທີ່ຢູ່ໃກ້​ຄຽງ ໃນນະຄອນ​ໂຣມ ຢ່າງ​ແອ​ອັດ ສຳລັບ
​ພິທີປະກາດນັກບຸນ ໃໝ່​ດັ່ງກ່າວ.

ພະສັນຕະປາປາ Francis ໄດ້ຊົງອ່ານຄຳປະກາດ​ເປັນ​ທາງ​ການ ຢູ່ໃນພິທີທາງສາສະໜາ
ເພື່ອແຕ່ງຕັ້ງ​ໃຫ້​ເປັນ​ນັກບຸນດັ່ງກ່າວ ຊຶ່ງມີ​ພະສັນຕະປາປາ Benedict ທີ 16 ທີ່​ໄດ້ຊົງ​ກະ ສຽນ​ແລ້ວ​ ເຂົ້າຮ່ວມດ້ວຍ.
Could John Paul II Sainthood Stem Polish Secularization?
please wait

No media source currently available

0:00 0:02:48 0:00

ນີ້ແມ່ນຄັ້ງ​ທຳ​ອິດ​ທີ່ ມື້ລາງພະສັນຕະປາປາ 2 ອົງ ​ໄດ້​ຖືກສະຖາປະນາ ແຕ່ງຕັ້ງໃຫ້ເປັນ​ນັກ​ບຸນ​ພ້ອມ​ກັນ.

ອັດຖິ ຂອງພວກນັກບຸນໃໝ່ທັງ 2 ອົງ ກໍໄດ້ຖືກນຳໄປຍັງແທ່ນບູຊາ ໃນລະຫວ່າງພິທີ
ທາງສາສະໜາ ຄືເລືອດຂອງມື້ລາງ ພະສັນຕະປາປາ John Paul ທີ 2 ທີ່ໃຊ້ໃນພິທີ
ປະກາດໃຫ້ເພິ່ນເປັນນັກບຸນຂັ້ນທຳອິດ ແລະຊິ້ນສ່ວນນ້ອຍໆ ຂອງໜັງມື້ລາງພະສັນຕະ
ປາປາ John ທີ 23 ຫລັງຈາກໄດ້ຂຸດຄົ້ນເອົາສົບຂອງພະອົງຂຶ້ນມາ ໃນພິທີປະກາດໃຫ້
ເປັນນັກບຸນຂັ້ນທຳອິດນັ້ນ. ອັດຖິເຫຼົ່ານີ້ແມ່ນໃຊ້ເພື່ອຊ່ວຍໃຫ້ພວກທີ່ມີຄວາມເຫຼື້ອມໃສ
ໃຊ້ໃນການສັກກາລະບູຊາ.
Pope Francis Hopes Dual Canonizations Will Reconcile Church
please wait

No media source currently available

0:00 0:02:39 0:00


ວັດແຫ່ງຕ່າງໆ ຂອງສາສະໜາ​ກາໂຕລິກ ໃນ​ທົ່ວ​ນະຄອນຫຼວງໂຣມ​ໄດ້​ເປີດຕັ້ງແຕ່ຄືນ
ວັນເສົາ ເພື່ອ​ຕ້ອນ​ຮັບ​ຜູ້​ສະ​ແຫວ​ງບຸນ​ຈາກ​ທົ່ວ​ໂລກທີ່​ໄປຮ່ວມ​ເປັນ​ສັກຂີພິຍານໃນພິທີ
ແຕ່ງຕັ້ງໃຫ້ພະສັນຕະປາປາທັງສອງພະອົງໃ ນ​ສັດຕະວັດ​ທີ 20 ນີ້ ເປັນນັກບຸນ.

ນັກ​ບຸນ​ໃໝ່​ທັງ​ສອງ​ອົງ​ນີ້​ແມ່ນເບິ່ງກັນຢ່າງກວ້າງຂວາງ​ວ່າ​ເປັນ​ຕົວ​ແທນ​ຂອງພັກຝ່າຍທີ່
ຕ່າງກັນ ໃນ​ສາສະໜາ​ຈັກ​ ໂຣມັນກາໂຕລິກ.
VATICAN POPES VO
please wait
Embed

No media source currently available

0:00 0:00:46 0:00


XS
SM
MD
LG