ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ຊາຍມຽນມາ 2 ຄົນ ຮັບສາລະພາບ ວ່າສັງຫານ ຄູ່ຜົວເມຍ ນັກທ່ອງທ່ຽວ ອັງກິດ ໃນໄທ


ທ້າວ Saw (ຊ້າຍ) ແລະ ທ້າວ Win (ຂວາ) ຄົນງານຕ່າງ​ດ້າວຈາກ​ມຽນມາ ​ຮັບ​ສາລະພາບ ກ່ຽວກັບການຄາດຕະກຳ
ນັກທ່ອງທ່ຽວອັງກິດ.
ທ້າວ Saw (ຊ້າຍ) ແລະ ທ້າວ Win (ຂວາ) ຄົນງານຕ່າງ​ດ້າວຈາກ​ມຽນມາ ​ຮັບ​ສາລະພາບ ກ່ຽວກັບການຄາດຕະກຳ ນັກທ່ອງທ່ຽວອັງກິດ.

ຕຳຫລວດໄທ ກ່າວ​ວ່າ ຜູ້​ຊາຍ​ສອງ​ຄົນ​ຈາກມຽນມາ ​ໄດ້​ຮັບ​ສາ
ລະພາບກ່ຽວກັບ ການ​ຄາດ​ຕະກຳຄູ່​ຜົ​ວ​ເມຍ​ຊາວ​ອັງ​ກິດ ຢ່າງ
ໂຫດຮ້າ​ຍ​ ເມື່ອ​ເດືອນ​ແລ້ວ​ນີ້ ທີ່​ໄດ້​ໄປ​ພັກຜ່ອນ​ຢູ່​ເກາະແຫ່ງນຶ່ງ
ໃນພາກ​ໃຕ້ຂອງໄທ.

​ສົບ​ຂອງນາງ Hanna Witheridge ອາຍຸ 23 ປີ ​ແລະ​ທ້າວ
David Miller ອາຍຸ 24 ປີ ​ໄດ້​ຖືກ​ພົບເຫັນໃນ​ເດືອນ​ກັນຍາຜ່ານ
ມາ ຢູ່​ທີ່​ເກາະເຕົ່າ ປະມານ 140 ກິ​ໂລ​ແມັດ ຫ່າງຈາກບາງກອກ
ໄປທາງທິດໃຕ້.

ຕຳຫລວດ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຄົນງານຕ່າງ​ດ້າວທັງ​ສອງຈາກ
​ມຽນມາ ​ໄດ້​ຮັບ​ສາລະພາບ​ກ່ຽວກັບການຄາດຕະກຳບຸກຄົນທັງສອງ ພ້ອມທັງຍອມຮັບວ່າ
ໄດ້ຂົ່ມ ຂືນນາງ Witheridge ນຳດ້ວຍ.

ຜູ້ບັນຊາການຕຳຫຼວດແຫ່ງຊາດຂອງໄທ ນາຍພົນ Somyot Poompan-moung ກ່າວ
ວ່າ ຜູ້ຕ້ອງສົງໄສທັງສອງ ປະເຊີນກັບຂໍ້ຫາຄາດຕະກຳ ຂົ່ມຂືນສຳເລົາ ແລະລັກຂະໂມຍ.

ຕຳຫຼວດເວົ້າວ່າ ຫລັກຖານຈາກກ້ອງວົງຈອນປິດແລະ DNA ໃຫ້ການສະໜັບ ສະໜຸນຕໍ່
ການສາລະພາບຂອງພວກຜູ້ຕ້ອງສົງໄສ. ຍັງບໍ່ທັນເປັນທີ່ຈະ​ແຈ້ງເທື່ອ ວ່າ​ ​ແມ່ນ​ຫຍັງ​ແທ້
ທີ່ພາ​ໃຫ້ມີ​ການ​ຄາດ​ຕະກໍານັກທ່ອງທ່ຽວອັງກິດທັງສອງ.

ການ​ຄາດ​ຕະກໍາ​ ຄູ່ສາມີພັນລະຍາທັງສອງນີ້ ​ໄດ້​ສັ່ນ​ສະ​ເທືອນ ຕໍ່ອຸດສາຫະກຳການທ່ອງ
ທ່ຽວຂອງໄທ ຊຶ່ງ​ຕາມ​ປົກກະຕິ​ແລ້ວດຶງດູດເອົາພວກນັກທ່ອງທ່ຽວເປັນ ຈຳນວນຫຼວງຫຼາຍ
ທີ່​ໄດ້ເລີ້ິ້ມ​ດີ້ນ​ລົນ​ມາ​ ​ຫລັງ​ຈາກການກໍ່ລັດຖະປະຫານຂອງ ພວກ​ທະຫານ ​ໃນ​ເດືອນ​ພຶດ
ສະພາ ​ແລະ​ການປະກາດກົດ​ໄອ​ຍະ​ການເສິກ ທີ່ ໄດ້ຕິດຕາມມານັ້ນ.

ໃນຂັ້ນຕົ້ນ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຖືກ​ຕິຕຽນ​ວ່າ​ ​ດຳເນີນການຜິດ​ພາດ​ໃນ​ການ​ສອບ​ສວນ
​ກ່ຽວກັບການຄາດ​ຄະ​ກໍາຫລັງຈາກບໍ່ສາມາດປົກປ້ອງບ່ອນທີ່ເກີດເຫດແລະ ປ່ອຍໃຫ້ຜູ້
ຕ້ອງສົງໄສຫຼົບໜີໄປ.

ຜູ້ນຳລັດຖະບານທະຫານ ນາຍ​ພົນປະຍຸດ ຈັນ​ໂອຊາ ​ໄດ້​ຖືກ​ບັງຄັບ​ໃຫ້ຂໍອະ​ໄພ​ຍະ​ໂທດ
ຫລັງ​ຈາກ​ໄດ້​ສະ​ເໜີແນະ​ວ່າ ບັນດາ​ນັກ​ທ​ທ່ອງ​ທ່ຽວທີ່​ນຸ່ງຊຸດ​ອາບ​ນຳ້ ຫຼື ບີກີນີນັ້ນ ມີສ່ວນ
ທີ່ເຮັດໃຫ້ພວກເຂົາເຈົ້າມີຄວາມຫຼໍ່ແຫຼມຫຼາຍຂຶ້ນ​ຕໍ່​ກາ​ນຖືກ​ໂຈມ​ຕີ.

ພວກນັກເຄື່ອນໄຫວບາງຄົນກ່າວວ່າ ເຂົາເຈົ້າມີຄວາມສົງໄສບໍ່ແນ່ໃຈວ່າ ພວກຜູ້ຕ້ອງສົງ
ໄສຈະໄດ້ຮັບການຕໍ່ສູ້ທາງດ້ານກົດໝາຍແບບຍຸຕິທຳ ແລະຊີ້ໃຫ້ເຫັນ ວ່າ ພວກຄົນງານ
ຕ່າງດ້າວທັງສອງ ໄດ້ຖືກຖິ້ມໂທດໃສ່ຢ່າງບໍ່ຖືກຕ້ອງກ່ຽວກັບ ຄວາມຜິດໃນທຳນອງນີ້.

THAILAND TOURISTS SOTVO
please wait

No media source currently available

0:00 0:01:07 0:00

XS
SM
MD
LG