ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົບພະຍົບອີກ 2 ຄົນ ຈະເດີນທາງ ອອກຈາກເກາະ Nauru ໄປ ກຳປູເຈຍ


ແມ່ຍິງຂີ່ລົດຈັກຜ່ານເຮືອນໃນ ພະນົມເປັນ ທີ່ໃຊ້ເປັນເຮືອນ ພັກຊົ່ວຄາວ ສຳລັບຜູ້ຊອກຫາລີ້ໄພ ທີ່ຖືກສົ່ງມາຈາກສຸູນ
ຄວບຄຸມຕົວ Nauru. 31 ສິງຫາ, 2015.
ແມ່ຍິງຂີ່ລົດຈັກຜ່ານເຮືອນໃນ ພະນົມເປັນ ທີ່ໃຊ້ເປັນເຮືອນ ພັກຊົ່ວຄາວ ສຳລັບຜູ້ຊອກຫາລີ້ໄພ ທີ່ຖືກສົ່ງມາຈາກສຸູນ ຄວບຄຸມຕົວ Nauru. 31 ສິງຫາ, 2015.

ອົບພະຍົບຕື່ມ​ອີກ 2 ຄົນ​ທີ່ຖືກ​ຄຸມຂັງຢູ່​ເກາະ Nauru ທາງ​ພາກ​ໃຕ້ ຂອງ​ມະຫາ​ສະມຸດ​ປາຊີ​ຟິກ ​ແມ່ນ​ຄາດ​ວ່າ​ ຈະ​ເດີນທາງ​ຮອດ​ປະ​ເທດ ກຳປູ​ເຈຍ ​ໃນໄວ​ໆ​ນີ້ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງຂໍ້ຕົກລົງ​ ຕັ້ງ​ຖິ່ນ​ຖານ​ໃໝ່​ທີ່​ເປັນ​ບັນຫາໂຕ້​ແຍ້​ງ ກັບປະ​ເທດ ອອສ​ເຕຣ​ເລຍ.

ອົບພະຍົບ ຊຶ່ງທັງສອງ​ແມ່ນ​ຊົນ​ເຜົ່າ​ໂຣຮິ​ງຢາຈາກມຽນມາຈະ​ເດີ​ນ
ທາງ​ໄປນະຄອນຫຼວງພະນົມ​ເປັນ ຫຼັງ​ຈາກ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ກຳ
ປູ​ເຈຍທີ່​ໄດ້​ເດີນທາງ​ໄປ​ເກາະ Nauru.

ທ່ານ Khieu Sopheak ​ໂຄສົກ​ປະຈຳ​ກະຊວງພາຍ​ໃນ​ ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພາສາ​ຂະເໝນ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ອົບພະຍົບຈຸ​ໃໝ່​ນີ້​ບໍ່​ແມ່ນ​ຄົນ​ທີ່ ພະນົມ​ເປັນ​ ​ໄດ້​ຄາດ​ຫວັງ​ໄວ້.

ທ່ານ​ໄດ້​ກ່າວ​ວ່າ “ອອສ​ເຕຣ​ເລຍ ​ໄດ້​ບອກ​ພວກ​ເຮົາ​ວ່າມີ​ອາສາ​ສະໝັກ 4 ຄົນ, ​3 ຄົນ​ມາ​ຈາກ​ປະ​ເທດ ອີຣ່ານ, ຊາວ ​ໂຣຮິງ​ຢາ ໜຶ່ງ​ຄົນ. ​ໃນ​ເມື່ອ​ເຈົ້າ​ໜ້າ​ທີ່​ຂອງ​ພວກ​ເຮົາ​ໄດ້​ໄປ​ຮອດ​ທີ່​ນັ້ນ, ຜູ້​ຊອກ​ຫາ​ທີ່​ຫຼົບ​ໄພ​ທັງ 4 ຄົນບໍ່ໄດ້​ຢາກ​ມາ​ນຳ, ​ແຕ່​ມີ​ຊາວ​ ​ໂຣຮິງ​ຢາ ອີ​ກສອງ​ຄົນ​ ໄດ້​ອາສາ​ສະໝັກ​ມາ​ແທນ.”

ກຳນົດ​ເວລາ​ຂອງ​ການໄປ​ເຖິງ​ຂອງ​ພວກ​ເຂົາ​ແມ່ນ​ຍັງ​ບໍ່​ໄດ້​ລະບຸ​ເທື່ອ.

ມາ​ເຖິງ​ປະຈຸ​ບັນ​ນີ້, ​ມີ​ຊາວ ອີຣ່ານ ພຽງ​ແຕ່ 3 ຄົນ​ທີ່​ອາ​ໄ​ສຢູ່​ໃນ ກຳປູ​ເຈຍ​ ພາຍ​ໃຕ້​ສັນຍາ​ດັ່ງ​ກ່າວ. ຜູ້ຊາຍ ​ໂຣຮິງ​ຢາ ຄົນ​ໜຶ່ງ​ໄດ້​ຂໍ​ທີ່​ຈະ​ກັບ​ຄືນ​ໄປ​ປະ​ເທດ ມຽນມາ, ​ແລະ ​ເຈົ້າ​ໜ້າ​ທີ່ ກຳປູ​ເຈຍ ກ່າວ​ວ່າ ຊາຍ​ຄົນ​ດັ່ງກ່າວ​ຄາດ​ວ່າ​ຈະ​ອອກ​ຈາກ​ປະ​ເທດ​ພາຍ​ໃນ​ໜຶ່ງ​ອາທິດ.

ທ່ານ Khieu Sopheak ​ໄດ້​ກ່າວ​ວ່າ ພວກອົບພະຍົບຊຸດ​ທຳ​ອິດ ​ໄດ້​ອາ​ໄສ​ຢູ່ໃນ​ບໍລິ​ເວນ​ບ້ານ​ແຫ່ງນຶ່ງໃນ ພະນົມ​ເປັນ, ​ແຕ່​ກໍ​ຈະ​ຖືກ​ປ່ອຍໂຕ​ອອກ​ໃນ​ໄ​ວໆ​ນີ້.

XS
SM
MD
LG