ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອີຕາລີ 2 ຄົນ ແລະການາດາ ຜູ້ນຶ່ງ ທີ່ຖືກລັກພາໂຕ ຢູ່ລີເບຍ ຖືກປ່ອຍແລ້ວ


ກະຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ ກ່າວ​ວ່າ ຊາວ​ອີ​ຕາ​ລີ 2 ຄົນ ​ແລະ​ກາ​ນາ​ດາຄົນ​ນຶ່ງ ທີ່​ຖືກ​ລັກພາ​ໂຕ​ໄປ​ໃນ​ປະ​ເທດ​ລີ​ເບຍ​ ໄດ້​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ​ແລະ​ກັບ​ຄືນ​ສູ່ອີ​ຕາ​ລີ​ແລ້ວ.

ກະຊວງ​ຕ່າງປະ​ເທດ​ອີ​ຕາ​ລີ ກ່າວ​ວ່າ ຜູ້​ຊາຍ​ທັງ 3 ​ໄດ້​ຖືກ​ປ່ອຍໃນ​ພາກ​ໃຕ້​ປະ​ເທດ​ລີ​ເບຍ ​ໃນ​ລະຫວ່າງ​ຕອນ​ກາງຄືນ ​ແລະ​ໄດ້​ຖືກ​ສົ່ງ​ຂຶ້ນຖ້ຽວ​ບິນ​ພິ​ເສດ ​ໄປ​ຍັງ​ອີ​ຕາ​ລີ​ໃນ​ຕອນ​ເຊົ້າ ຂອງ​ວັນ​ເສົາ​ມື້ນີ້.

ກະຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ອື່ນ​ໃດ​ຕື່ມກ່ຽວ​ກັບ​ການປ່ອຍ​ບຸກ ຄົນ​ທັງ​ 3.

​ຜູ້​ຊາຍ​ທັງ 3 ​ໄດ້​ຖືກ​ລັກພາ​ໂຕ​ໄປ ​ເມື່ອ​ວັນ​ທີ 19 ກັນຍາ​ຜ່ານ​ມາ ທີ່​ເມືອງ Ghat ​ໂດຍ​ກຳ ລັງ​ປະກອບ​ອາວຸດ​ກຸ່ມ​ນຶ່ງ ທີ່​ໄດ້ຢຸດ​ລົດ​ຂອງ​ພວກ​ເຂົາ​ເຈົ້າ. ພວກຜູ້​ຊາຍ​ຈຸນີ້ເປັນນາຍ​ຊ່າງ​ເຕັກນິກ​ກັບບໍລິສັດ Conicos ຂອງ​ອີ​ຕາ​ລີທີ່​ພວມທຳ​ການ​ກໍ່ສ້າງ​ສະໜາມ​ບິນ​ໃນ​ປະ​ເທດ​ ລີ​ເບຍ​ຢູ່​ນັ້ນ.

Italy's foreign ministry says two Italians and a Canadian citizen who were kidnapped in Libya have been freed and returned to Italy.

The ministry says the three men were "liberated" in southern Libya during the night and brought early Saturday on a special flight to Italy.

The ministry provide no other details of their release.

The men were kidnapped on September 19 in Ghat by a group of armed men who blocked their vehicle. The men were technicians with an Italian company, Conicos, which is doing construction work at a Libya airport.

XS
SM
MD
LG