ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຕົ່າ 2 ຫົວ ເປັນສິ່ງດຶງດູດໃໝ່ ຂອງສວນສັດ ເມືອງ San Antonio ໃນລັດ Texas (ວີດິໂອ)


US Turtle
please wait
Embed

No media source currently available

0:00 0:00:53 0:00

ເບິ່ງວີດິໂອ ເຕົ່າ 2 ຫົວ ໃນສວນສັດ ລັດ Texas

ເຕົ່າ 2 ຫົວ ໄດ້ກາຍມາເປັນສິ່ງດຶງດູດອັນ​ໃໝ່ ຢູ່ສວນສັດ​ແຫ່ງ​ນຶ່ງ
ໃນລັດ Texas ທາງພາກໃຕ້ຂອງສະຫະລັດ.

ເຕົ່າຕົວນີ້ ມີຊື່ວ່າ Thelma ກັບ Louise ​ໄດ້​ອອກ​ມາ​ເຜີຍໂສມ
ໃຫ້ສາທາລະນະຊົນ ໄດ້ຊົມກັນ ​ເປັນ​ເທື່ອ​ທໍາ​ອິດໃນສວນສັດ
ເມືອງ San Antonio ໃນວັນພະຫັດມື້ນີ້ ພຽງນຶ່ງເດືອນປາຍ
ຫຼັງຈາກໄດ້ອອກຈາກໄຂ່.

ເຈົ້າໜ້າທີ່ສວນສັດ ກ່າວວ່າ ເຕົ່າ 2 ຫົວ​ຕົວ​ນີ້ ມີຄວາມສາມາດລອຍນໍ້າແລະຍ່າງ​ໄດ້ເປັນ
ປົກກະຕິ ແຕ່​ເຂົາ​ເຈົ້າ​ບໍ່​ຫລິງເຫັນວ່າ ມັນ​ຈະ​ມີບັນຫາສຸຂະພາບ​ໃດໆ ໃນອານາຄົດ.

ເຕົ່າ 2 ຫົວຕົວນີ້ ໄດ້ຊື່ມາຈາກນັກສະແດງຍິງສອງຄົນ ​ໃນ​ຮູບ​ເງົາ​ຊື່​ດຽວ​ກັນ ທີ່ໄດ້ຮັບ
ລາງວັນ Oscar ໃນປີ 1991.

A two-headed turtle is the newest attraction at a zoo in the southern U.S. state of Texas.

The turtle named Thelma and Louise makes her public debut at the San Antonio zoo on Thursday, just over a month since it hatched.

Zoo officials say the two-headed turtle is able to swim and walk and they don't forsee any health issues.

The turtle got its name from the female duo in the 1991 Oscar winning road movie of the same name.
XS
SM
MD
LG