ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

31 ຄົນ ເສຍຊີວິດ ໃນເຫດໂຈມຕີ ດ້ວຍລະເບີດ ສອງຄັ້ງ ໃນເມືອງໜຶ່ງ ຂອງໄນຈີເຣຍ


ທະຫານຂອງໄນຈີເຣຍ ເຕົ້າໂຮມຫຼັກຖານ ຢູ່ທີ່ຈຸດເກີດເຫດ ຂອງການລະເບີດສະລະຊີບ ທີ່ສັງຫານ 4 ຄົນໃນເມືອງ Kano ເມື່ອວັນທີ 10 ທັນວາ 2014 ຜ່ານມາ.
ທະຫານຂອງໄນຈີເຣຍ ເຕົ້າໂຮມຫຼັກຖານ ຢູ່ທີ່ຈຸດເກີດເຫດ ຂອງການລະເບີດສະລະຊີບ ທີ່ສັງຫານ 4 ຄົນໃນເມືອງ Kano ເມື່ອວັນທີ 10 ທັນວາ 2014 ຜ່ານມາ.

ບັນດາ​ເຈົ້າໜ້າ​ທີ່ ​ໄນ​ຈີ​ເຣຍ ກ່າວ​ວ່າ ມີ​ເຫດລະ​ເບີດ​ແຕກ​ຂຶ້ນ ​
ສອງ​ຄັ້ງ ໃນກາງ​ເມືອງ Jos ທີ່​ໄດ້​ສັງຫານ ຢ່າງ​ນ້ອຍ 31 ຄົນ.

​ໂຄສົກ​ຂອງອົງການ​ບໍລິຫານ​ງານ​ສຸກ​ເສີນ​ແຫ່ງ​ຊາດ ທ່ານ
Yohanna Audu ກ່າວ​ວ່າ ລະ​ເບີດ​ສອງ​ໜ່ວຍ ​ໄດ້​ຖືກ​ບີບ​
ຂະ​ນວນ​ ໃຫ້​ແຕກ​ຂຶ້ນ ພາຍ​ໃນ​ບໍ່ເທົ່າ​ໃດ​ນາທີ ຕ່າງ​ກັນ ຢູ່ຕໍ່ໜ້າ
​ຮ້ານ​ອາຫານ​ແຫ່ງ​ໜຶ່ງ ໃນ​ເຂດ​ຕະຫລາດ​ໃຫຍ່​ຢູ່​ເມືອງ Jos.
ທ່ານ Audu ກ່າວ​ອີກ​ວ່າ ມັນ​ເປັນ​ການ​ກະທຳ​ ຂອງ​ພວກ​ລະ​ເບີດ
​ໂຕສະລະ​ຊີບ ​ທີ່​ຂັບ​ລົດ​ບັນຈຸ​ລະ​ເບີດຄົນລະ​ຄັນ.

​ເຫດ​ລະ​ເບີດ​ແຕກດັ່ງກ່າວ ​ເກີດ​ຂຶ້ນໃນວັນ​ພະຫັດ​ວານ​ນີ້ ​ເມື່ອເວລາ 6:30 ຕອນຄ່ຳ
ຕາມເວລາທ້ອງ​ຖິ່ນ ຫ່າງ​ໃກ​ບໍ່​ເທົ່າ​ໃດແມັດ ຈາກບ່ອນ​ທີ່ມີ​ລົດ​ລະ​ເບີດ​ສອງ​ຄັນ​ໄດ້​ແຕກ​ຂຶ້ນມາ​ແລ້ວ ໃນ​ເດືອນພຶດສະພາ ທີ່​ໄດ້​ເຮັດ​ໃຫ້​ຢ່າງ​ນ້ອຍ 118 ຄົນ​ ເສຍ​ຊີວິດ​ໄປ.

ຄວາມ​ສົງໄສສຳ​ຫລັບ​ເຫດການຫຼ້າສຸດ​ນີ້ ​ແມ່ນ​ຕົກ​ຢູ່​ນຳ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ ຊຶ່ງໄດ້ຖືກ​ຖິ້ມ​ໂທດ​ໃສ່​ສຳ​ຫລັບ ການ​ໂຈມ​ຕີ​ໃນ​ເດືອນ ພຶດສະພາຜ່ານ​ມາ​ນັ້ນ. ພວກ​ຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ ​ໄດ້​ທຳ​ສົງຄາມ​ເປັນ​ເວລາ 5 ປີຜ່ານມາ ​ເພື່ອ​ທີ່​ຈະ​ສ້າງຕັ້ງລັດ​ອິສລາມ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ.

Nigerian officials say two explosions in the central city of Jos have killed at least 31 people.

A National Emergency Management Agency spokesman, Yohanna Audu, says two bombs were detonated within a few minutes of each other in the Jos main market in front of a fast food restaurant. Audu says it was done by suicide bombers driving separate cars.

The blasts occurred around 6:30 p.m. local time Thursday evening meters away from where a twin car bombing in May left at least 118 people dead.

Suspicion for the latest incident is falling on militant group Boko Haram, which was blamed for the May attack.Boko Haram has been waging war for the last five years to establish an Islamist state in northeast Nigeria.

XS
SM
MD
LG