ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

24 ຄົນລອດຊີວິດ ມາໄດ້ ສ່ວນ 2 ສົບ ພົບເຫັນແລ້ວ ຫຼັງຈາກເຮືອຂ້າມຟາກ ຄວ້ຳ ຢູ່ໃນອິໂດເນເຊຍ


ພະນັກງານຊ່ວຍເຫຼືອກູ້ໄພ ຕຳຫຼວດ ແລະ ພົນລະເມືອງ
ຈຳນວນນຶ່ງ ກຳລັງກຽມທີ່ຈະເຄື່ອນຍ້າຍສົບ ຂອງຜູ້ເຄາະຮ້າຍ ຈາກເຮືອຂົນສົ່ງຂ້າມຟາກຄວ້ຳ ໃນເຂດ Kolaka, ຢູ່ທາງພາກຕາເວັນອອກສຽງໃຕ້ຂອງເກາະ Sulawesi, ປະເທດອິນໂດເນເຊຍ, ວັນທີ 20 ທັນວາ 2015.
ພະນັກງານຊ່ວຍເຫຼືອກູ້ໄພ ຕຳຫຼວດ ແລະ ພົນລະເມືອງ ຈຳນວນນຶ່ງ ກຳລັງກຽມທີ່ຈະເຄື່ອນຍ້າຍສົບ ຂອງຜູ້ເຄາະຮ້າຍ ຈາກເຮືອຂົນສົ່ງຂ້າມຟາກຄວ້ຳ ໃນເຂດ Kolaka, ຢູ່ທາງພາກຕາເວັນອອກສຽງໃຕ້ຂອງເກາະ Sulawesi, ປະເທດອິນໂດເນເຊຍ, ວັນທີ 20 ທັນວາ 2015.

ຜູ້ທີ່ລອດຊີວິດ ຈຳນວນ 24 ຄົນ ໄດ້ຖືກດຶງຂຶ້ນມາຈາກທະເລ
ທີ່ປັ່ນປ່ວນ ຈາກເຮືອຂົນສົ່ງຂ້າມຟາກ ທີ່ໄດ້ຄວ້ຳ ຢູ່ໃນພາກ
ກາງຂອງອິນໂດເນເຊຍ.

ໃນເບື້ອງຕົ້ນ ພວກຜູ້ຊາຍຊາວປະມົງ ໄດ້ພົບເຫັນຜູ້ລອດຊີວິດ
4 ຄົນ ທີ່ລວມມີ ຊາຍສອງຄົນ ບວກກັບແມ່ຍິງ ແລະ ເດັກນ້ອຍ
ຄົນນຶ່ງ ເມື່ອຕອນເຊົ້າວັນອາທິດມື້ນີ້. ຕໍ່ຈາກນັ້ນມາ ອີກ 21 ຄົນ
ແລະ ຊາກສົບ 2 ຄົນໄດ້ຖືກພົບເຫັນ ຢູ່ໃນທະເລທີ່ປັ່ນປ່ວນນັ້ນ.

ເຮືອຂົນສົ່ງຂ້າມຟາກ ແມ່ນໄດ້ບັນຈຸ ຜູ້ໂດຍສານຫຼາຍກວ່າ
100 ຄົນ ແລະ ພວກລູກເຮືອຈຳນວນນຶ່ງ ໃນວັນເສົາວານນີ້
ໃນເວລາມັນ ຖືກຄື້ນທະເລ ທີ່ໄດ້ມີລາຍງານວ່າ ສູງເຖິງ 5 ແມັດ ຊັດໄປຊັດມາ.

ກະຊວງຂົນສົ່ງຂອງອິນໂດເນເຊຍ ກ່າວວ່າ ບັນດາເຮືອຄົ້ນຫາ ແລະຊ່ວຍເຫຼືອ ໄດ້ຖືກສົ່ງ
ໄປປະຕິບັດໜ້າທີ່ ເພື່ອຊອກຫາ ຜູ້ທີ່ລອດຊີວິດຕື່ມອີກ.

ເຮືອຂົນສົ່ງຂ້າມຟາກ ແມ່ນໄດ້ເດີນທາງອອກຈາກເຂດ Kolaka ມຸ້ງໜ້າໄປຍັງເມືອງ
Siwa ຢູ່ໃນເກາະ Sulawesi ໃນເວລາມັນໄດ້ປະສົບກັບ ສະພາບອາກາດທີ່ບໍ່ດີ.

ບັນດາໝູ່ເກາະອັນກວ້າງໃຫຍ່ຂອງອິນໂດເນເຊຍ ທີ່ປະກອບມີ ປະຊາຊົນຊາວເກາະ
ຫຼາຍກວ່າ 17,000 ຄົນ ສ່ວນໃຫຍ່ແມ່ນກາງຕໍ່ ການບໍລິການຂອງເຮືອຂົ່ນສົ່ງຂ້າມຟາກ
ແຕ່ອຸດສາຫະກຳນີ້ ໄດ້ມີປະຫວັດການບໍລິການທີ່ຂີ້ຮ້າຍ ແລະ ອຸບັດຕິເຫດທີ່ເຮັດໃຫ້
ມີການເສຍຊີວິດ ແມ່ນໄດ້ເກີດຂຶ້ນ ເປັນປະຈຳ.

Indonesia Ferry
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG