ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສອງຄົນເສຍຊີວິດ ສອງຄົນຫາຍສາບສູນ ຍ້ອນເຮືອຫລົ້ມ ທີ່ ອອສເຕຣເລຍ


ພາບຈາກທີວີ ກ່ຽວກັບພວກສະແຫວງຫາການລີ້ໄພ ຈໍານວນນຶ່ງ ທີ່ເດີນທາງໄປເຖິງເກາະຄຣິສມັສ ຫລັງຈາກເຮືອຫລົ້ມ ເມື່ອວັນທີ 22 ມີນາ, 2012.
ພາບຈາກທີວີ ກ່ຽວກັບພວກສະແຫວງຫາການລີ້ໄພ ຈໍານວນນຶ່ງ ທີ່ເດີນທາງໄປເຖິງເກາະຄຣິສມັສ ຫລັງຈາກເຮືອຫລົ້ມ ເມື່ອວັນທີ 22 ມີນາ, 2012.
ບັນດາ​ເຈົ້າ​ໜ້າ​ທີ່ອອສ​ເຕ​ຣເລຍກ່າວ​ວ່າ ສອງ​ຄົນ​ຈົມ​ນໍ້າ​ຕາຍ ​
ແລະອີກ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບສາຫັດ ໃນ​ວັນ​ຈັນ​ມື້​ນີ້ ​ເວລາ​
ເຮືອ​ຂອງ​ເຂົາ​ເຈົ້າ​ທີ່​ເຕັມໄປ​ດ້ວຍ​ຜູ້​ສະ​ແຫວ​ງຫາກາ​ນລີ້​ໄພ ​
ຫລົ້ມລົງຢູ່​ນອກ​ຝັ່ງ​ເກາະ Christmas ທີ່​ເຂດມະຫາສະມຸດ
ອິນ​ເດຍ.

ລັດຖະມົນ​ຕີ​ກະຊວງ​ພາຍ​ໃນອອສ​ເຕຣ​ເລຍ ທ່ານ Jason
Clare ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ພາສີອອສ​ເຕຣ​ເລຍ ​ໄດ້​ສັງ​
ເກ​ດ​ເຫັນ​ເຮືອລໍາດັ່ງກ່າວ ທີ່​ບັນທຸກ 95 ຄົນ ຢູ່​ຫ່າງ​ຈາກ​ເກາະ
​ຄຣິສມັສ ໄປ​ທາງທິດຕາ​ເວັນ​ຕົກສຽງ​ເໜືອ ປະມານ 26 ກິ​ໂລ ​ແມດ.

ທ່ານ​ກ່າວ​ວ່າ ​ເຮືອ​ພາສີ​ໄດ້​ດຶງ​ເອົາ 93 ຄົນຂື້ນ​ມາ​ຈາກ​ນໍ້າ ຫລັງ​
ຈາກ​ເຮືອ​ຫາ​ປາ​ລໍາ​ນັ້ນໄດ້​ປີ້ນຂໍ້​ວາ. ທ່ານບໍ່​ໄດ້​ກ່າວ​ເຖິງ​ສັນຊາດ​
ຂອງຄົນ​ຢູ່​ໃນ​ເຮືອ.

ທ່ານ Clare ກ່າວ​ວ່າ ບັນດາ​ຜູ້​ສະ​ແຫວ​ງຫາ​ການ​ລີ້​ໄພ ​ໄດ້​ຖືກ​ນໍາ​ໄປ​ໄວ້​ທີ່​ເກາະ Christmas ​ເພື່ອ​ໃຫ້​ໄດ້​ຮັບ​ການ​ປິ່ນປົວ ​ແລະເຮັດ​ເອກະສານ. ​ເກາະ​ດັ່ງກ່າວ​ເປັນ​ທີ່​ຕັ້ງ​ຂອງ​ສູນ​ກັກ​ກັນ ຫຼາຍໆ​ແຫ່ງຂອງອອສເຕ​ຣເລຍ ​ສໍາລັບ​ພວກ​ທີ່​ຢາກລັກ​ລອບ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ​ແຕ່ໄປບໍ່​ເຖິງ​ຊາຍ​ຝັ່ງ​ຂອງອອສ​ເຕຣ​ເລຍ.

ອອສເຕຣ​ເລຍ ​ປະ​ເຊິ​ນໜ້າ​ເປັນ​ປະ​ຈໍາ​ ກັບການ​ເດິ​ນທາງ​ໄປ​ເຖິງ​ຂອງ​ບັນດາ​ຜູ້​ລີ້​ໄພ​ໂດຍ​
ທາ​ງ​ເຮືອ. ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ ​ໃນ​ການ​ເດີນທາງ​ອັນທຸລະກັນດານດັ່ງກ່າວ ​ໃນ​
ລະຍະ​ສອງສາມ​ປີ​ທີ່​ຜ່ານ​ມາ.

ອອສເຕຣ​ເລຍ ໄດ້​ອອກວີ​ຊາ ​ເພື່ອປົກປ້ອງ​ຊາວອົບ​ພະ​ຍົບ ປະມານ 13.000 ຄົນ​ແຕ່ລະ​ປີ ພາຍ​ໃຕ້​ສັນຍາສາກົນສະບັບ​ຕ່າງໆ​ ທີ່​ຕົນ​ໄດ້​ເຊັນຮັບຮອງເອົາ.

Australian capsize
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG