ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບໍລິສັດຈີນ ຈະສ້າງບໍ່ແຮ່ bauxite ອີກສອງແຫ່ງ ໃນແຂວງຈໍາປາສັກ


ເຄຶ່ອງໝາຍ ການຂຸດຄົ້ນແຮ່ທາດ
ເຄຶ່ອງໝາຍ ການຂຸດຄົ້ນແຮ່ທາດ
ສອງ​ບໍລິສັດ​ຈາກ​ຈີນ ວາງ​ແຜນ​ຈະ​ລົງທຶນ​ ກໍ່ສ້າງ​ເໝືອງ​ແຮ່
​ບ໊ອກ​ໄຊ້ 2​ ​ແຫ່ງ​ຢູ່​ເມືອງ​ປາກ​ຊ່ອງ​ໃນ​ແຂວງ​ຈໍາປາ​ສັກ ​ໂດຍ
​ຈະ​ຂໍ​ຍ້າຍ​ຈາກ​ແຂວງ​ອັດ​ຕະປື ທີ່​ປະສົບ​ກັບ​ໄພ​ນໍ້າ​ຖ້ວມ.


ທ່ານ ຄໍາ​ສີ ປ່ຽນ​ວໍລະ​ວົງ ຫົວໜ້າ​ພະ​ແນ​ກພະລັງງານ ​ແລະ​ບໍ່​ແຮ່​
ແຂວງ​ຈໍາປາ​ສັກ ​ເປີດ ເຜີຍ​ວ່າ ກຸ່ມ​ບໍລິສັດ​ຈາກ​ຈີນ 2 ລາຍ ກໍ​ຄືບໍ
ລິສັດ SALACO ​ແລະ​ບໍລິສັດ SINO MINE ​ໄດ້​ຍື່ນຄໍາ​ຮ້ອງ​ເຖິງ​
ທ່ານ ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງ ງານ ​ແລະ​ບໍ່​ແຮ່ເມື່ອ​ບໍ່​ດົນ​ມາ​ນີ້ ​ເພື່ອ​ຂະຫຍາຍ​ສະຖານ​ທີ່​ຕັ້ງເໝືອງ​ແຮ່​ບ໊ອກ​ໄຊ້ ຈາກ​ແຜນການ​ເດີມ ທີ່​ຈະ​ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ສາມັກຄີ​ໄຊ ​ໃນ​ແຂວງ​ອັດ​ຕະປື ​ເພື່ອ​ໄປ​ຕັ້ງ​ຢູ່ ໃນ​ເຂດ​ເມືອງ​ປາກຊ່ອງ ​ແຂວງ​ຈໍາປາ​ສັກ​ແທນ.

ທັງ​ນີ້ ກຸ່ມ​ບໍລິສັດ​ຈາກ​ຈີ​ນ ທັງ​ 2 ລາຍ​ດັ່ງກ່າວ​ໄດ້ໃຫ້​ເຫດຜົນ​ວ່າ ສະຖານ​ທີ່​ຕັ້ງ​ເໝືອງແຮ່
​ໃນ​ເຂດ​ເມືອງ​ສາມັກ​ຄີ​ໄຊ​ນັ້ນ ມີ​ຄວາມ​ສ່ຽງ​ສູງ ​ຕໍ່ການ​ປະ​ເຊີນ​ກັບ​ໄພ​ນໍ້າ​ຖ້ວມ ທີ່ເກີດຂຶ້ນ
ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ 2 ປີມາ​ນີ້ ຊຶ່ງ​ເຮັດ​ໃຫ້​ບໍ່​ສາມາດ​ທີ່​ຈະ​ລົງທຶນ​ກໍ່ສ້າງ​ເໝືອງ​ແຮ່ ​ແລະ
​ໂຮງງານຜະລິດ​ແຮ່​ບ໊ອກ​ໄຊ້ຕ໌ ​ໄດ້​ເລີຍ​ຈົນ​ເຖິງ​ປັດຈຸບັນ ດັ່ງ​ທີ່​ທ່ານ ຄໍາ​ສີ ​ໄດ້​ໃຫ້ການ
ຢືນຢັນ​ວ່າ:

“​ໂຄງການ​ນີ້ ​ເບື້ອງ​ຕົ້ນ​ວ່າ​ສິຕັ້ງ​ໂຮງງານ​ຢູ່​ເມືອງ​ສາມັກຄີ​ໄຊ ​ແຂວງ​ອັດ​ຕະປື ​
ແຕ່​ສອງ​ປີ​ທີ່ຜ່ານ​ມານີ້​ ນໍ້າ​ກໍ​ຖ້ວມ ຊຶ່ງ​ບໍ່​ເໝາະ​ສົມ​ໃນ​ການ​ສ້າງ​ໂຮງງານ​ຢູ່​ຫັ້ນ
ກໍເລີຍ​ສະ​ເໜີມາ ຂໍ​ຕັ້ງ​ໂຮງງານ​ຢູ່​ປາກ​ຊ່ອງ ຖ້າວ່າ ​ໄດ້​ດໍາ​ເນີນ​ການ​ກໍ່ສ້າງ​ຢູ່​
ໃນ​ທ້າຍ​ປີ​ນີ້ ຫຼື​ຕົ້ນ​ປີໜ້າ ​ເຂົາກະ​ຄາດ​ວ່າ ​ໃນປີ 2018 ກໍ​ຈະ​ໄດ້​ທໍາ​ການ​ຜະລິດ
​ເປັນ​ເບື້ອງ​ຕົ້ນ.” ​


ໂດຍ​ຖ້າ​ຫາກ​ວ່າ ທາງ​ການ​ລາວ​ອະນຸຍາດ​ຕາມ​ການ​ຮ້ອງ​ຂໍ​ດັ່ງກ່າວ​ນີ້ ກຸ່ມ​ບໍລິສັດ​ຈາກ​
ຈີນທັງ 2 ລາຍ ​ກໍ​ໄດ້​ປະກາດ​ຄວາມ​ພ້ອມ ​ທີ່​ຈະ​ລົງທຶນ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ
1,325ລ້ານ​ໂດ​ລ່າ ​ໃນ​ທັນທີ ​ແລະ​ກໍ​ຈະ​ສາມາດ​ເລີ່​ມການ​ຂຸດ​ຄົ້ນ​ແຮ່​ບ໊ອກ​ໄຊ້ ​ເພື່ອ​ສົ່ງ
ອອກ​ໄປຕ່າງປະ​ເທດ​ໄດ້ ພາຍ​ໃນ​ປີ 2018 ​ໂດຍ​ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ການ​ສົ່ງ​ອອກ​ຫຼາຍ​
ກວ່າ 1,000 ລ້ານ​ໂດ​ລ່າ​ຕໍ່​ປີ.

ນອກຈາກ​ການ​ລົງທຶນ​ໃນ​ການ​ຂຸດ​ຄົ້ນ​ແຮ່​ບ໊ອກ​ໄຊ້ ດັ່ງກ່າວ​ແລ້ວ ກຸ່ມ​ທຸລະ​ກິດຈີນ​ຍັງ​ໄດ້
ສະແດງ​ຄວາມ​ສົນ​ໃຈ ທີ່​ຈະ​ລົງທຶນ​ໃນ​ດ້ານ​ອື່ນໆ ​ຢູ່​ໃນ​ແຂວງ​ຈໍາປາ​ສັກ ​ໃຫ້ຫຼາຍ​ຂຶ້ນອີກ
​ດ້ວຍ ​ໂດ​ຍ​ໃນ​ນີ້ ກໍ​ລວມ​ເຖິງ​ການ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດ 3 ​ແຫ່ງ ທີ່ທາງ​ການ​
ແຂວງຈໍາປາ​ສັກ​ມີ​ແຜນການ​ ຈະ​ສ້າງ​ຕັ້ງ​ຂື້ນມາ​ໃນ​ໝໍ່ໆ​ນີ້ ກໍ​ຄື​ເຂດ​ເສດຖະກິດ​ພີ​ເສດ​
ຄອນ​ພະ​ເພັງ ​ເຂດ​ເສດຖະກິດ​ພິ​ເສດ​ວັງ​ເຕົ່າ ​ແລະ​ເຂດ​ເສດຖະກິດ​ພິ​ເສດ​ປາກ​ຊ່ອງ​ ຕາມ​ລໍາດັບ. ​

ດ່ານວັງເຕົ່າ ໃນແຂວງຈໍາປາສັກ
ດ່ານວັງເຕົ່າ ໃນແຂວງຈໍາປາສັກ

ໂດຍ​ໃນລະຍະ​ທີ່​ຜ່ານ​ມາ​ ກໍ​ໄດ້​ມີ​ການ​ລົງ​ນາມ​ໃນ​ບັນທຶກ​ຄວາມ​
ເຂົ້າ​ໃຈ​ຮ່ວມ​ກັບ​ບໍລິສັດ​ເອກ​ກະ​ຊົນລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ
2 ​ແຫ່ງ ກໍ​ຄື​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ ​ແລະ​ເຂດ​ເສດ
ຖະກິດ​ພິ​ເສດ​ວັງ​ເຕົ່າ. ສ່ວນ​ເຂດ​ເສດຖະກິດ​ພິ​ເສດ​ປາກ​ຊ່ອງ​ນັ້ນ
ກໍຄາດໝາຍວ່າ​ກຸ່ມ​ທຸລະ​ກິດ​ຈາກ​ຈີນ​ຈະ​ເຂົ້າມາ​ລົງທຶນໃນ​ໄລຍະ
ຫຼັງ​ຈາກທີ່​ໄດ້​ຮັບ​ອະນຸຍາດ​ຈາກທາງການ​ລາວ ​ໃຫ້​ຍ້າຍ​ເໝືອງ​
ແຮ່​ບ໊ອກ​ໄຊ້ດັ່ງກ່າວ​ ຢ່າງ​ເປັນ​ທາງ​ການ​ແລ້ວ.

​ໂດຍປັດຈຸບັນ​ນີ້ ທາ​ງການ​ລາວ ​ໄດ້​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​
ແລະ​ເຂດ​ເສດຖະກິດ​ສະ​ເພາະ​ແລ້ວ 10 ​ແຫ່ງ​ຈາກແຜນການ​ທີ່​ຈະ​ສ້າງ​ຕັ້ງ​ໃຫ້​ໄດ້​ບໍ່ໜ້ອຍ​
ກວ່າ 20 ​ແຫ່ງ ພາຍ​ໃນ​ປີ 2015 ​ໂດຍ​ເຂດ​ທໍາອິດ ກໍ​ແມ່ນ​ເຂດເສດຖະກິດ​ພິ​ເສດ​ ສະຫວັນ
-​ເຊ​ໂນ​ ໃນ​ແຂວງ​ສະຫວັນ​ນະ​ເຂດ ທີ່​ສ້າງ​ຕັ້ງ​ຂຶ້ນ​ ໃນ​ປີ 2003 ຕາມ​ດ້ວຍ​ເຂດ​ເສດຖະກິດ
ພິ​ເສດ​ບໍ່ເຕັນ​ແດນງາມ ຢູ່​ແຂວງຫຼວງ​ນໍ້າ​ທາ ທີ່​ສ້າງ​ຕັ້ງ​ຂຶ້ນໃນ​ປີ​ດຽວກັນ ​ແຕ່​ທີ່​ຖື​ວ່າ​ພັດທະນາ​
ໄວທີ່​ສຸ​ດ ກໍ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ຄໍາ ທີ່​ເມືອງ​ຕົ້ນ​ເຜີ້ງ ໃນ​ແຂວງ​ບໍ່ແກ້ວ.

ສ່ວນ​ນະຄອນ​ວຽງ​ຈັນ ກໍ​ມີ​ຢູ່ເຖິງ 5 ​ແຫ່ງ ​ແລະ​ອີກ 2 ​ແຫ່ງ​ຕັ້ງ​ຢູ່​ໃນ​ເຂດ​ແຂວງຄໍາ​ມ່ວນ
ຫາກ​ແຕ່​ວ່າ ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ ສ່ວນ​ໃຫຍ່​ກໍ​ຍັງ​ຊັກ​ຊ້າ​ຫຼາຍ ​ເນື່ອງ​
ຈາກ​ວ່າບໍ່​ສາມາດ​ດຶງ​ດູດ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ໄດ້ ​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ນັ້ນ​ເອງ.
XS
SM
MD
LG