ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ​ຈີນ ​​​​​ເສັດ​ສິ້ນ ການສຶກ​ສາ​ ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ລົງ​ທຶນ​ ​ຂຸດ​ຄົ້ນ​ ແຮ່​ບອ໊ກ​ໄຊ​ທ໌ ທີ່​ແຂວງ​ຈຳ​ປາ​ສັກ


ການ​ປະ​ຊຸມ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ໃນ​ເຂດ​ຄອນ​ພະ​ເພັງ
ການ​ປະ​ຊຸມ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ໃນ​ເຂດ​ຄອນ​ພະ​ເພັງ
ສອງບໍລິສັດ ຈາກຈີນ ໄດ້ທຳການສຶກສາ ຄວາມເປັນໄປໄດ້
ຂອງການລົງທຶນກໍ່ສ້າງເໝືອງແຮ່ບັອກ​ໄຊ​ຕ໌ 2 ແຫ່ງຢູ່ເມືອງ
ປາກຊ່ອງໃນແຂວງຈຳປາສັກສຳເລັດແລ້ວພົບວ່າ ກຸ້ມຄ່າທີ່
ຈະລົງທຶນຕໍ່ໄປ.

ເຈົ້າໜ້າທີ່ຂັ້ນສູງ ໃນແຂວງຈຳປາສັກ ເປີດເຜີຍວ່າ ບໍລິສັດ
SALACO ແລະບໍລິສັດ SINO MINE ຈາກປະເທດຈີນ ໄດ້ທຳການສຶກສາຄວາມເປັນໄປໄດ້ຂອງການລົງທຶນກໍ່ສ້າງເໝືອງແຮ່ບອ໊ກ​ໄຊ​ທ໌ 2 ແຫ່ງ
ຢູ່ເມືອງປາກຊ່ອງ ໃນແຂວງຈຳປາສັກ ສຳເລັດສົມບູນແລ້ວໃນຂະນະນີ້ ແລະຄາດໝາຍ
ວ່າ ຈະສາມາດນຳສະເໜີເພື່ອຂໍອະນຸຍາດສຳປະທານຈາກລັດຖະບານລາວ ຢ່າງເປັນ
ທາງການໃນມໍ່ໆນີ້.
ດ່ານ​ວັງ​ເຕົ່າ
ດ່ານ​ວັງ​ເຕົ່າ

ໂດຍການສຶກສາຄວາມເປັນໄປໄດ້ດັງກ່າວນີ້ ເປັນກໍລະນີ
ທີ່ຕໍ່ເນື່ອງ ຈາກການທີ່ກຸ່ມບໍລິສັດຈາກຈີນທັງ 2 ລາຍດັ່ງ
ກ່າວໄດ້ຍື່ນຄຳຮ້ອງເຖິງທ່ານສຸລິວົງ ດາຣາວົງ ລັດຖະມົນ
ຕີວ່າການກະຊວງພະລັງງານແລະບໍ່ແຮ່ເມື່ອບໍ່ນານມານີ້
ເພື່ອຂໍຍ້າຍສະຖານທີ່ຕັ້ງຂອງເໝືອງແຮ່ບ​ອ໊ກ​ໄຊ​ທ໌ຈາກ ເດີມທີ່ຈະຕັ້ງຢູ່ໃນເຂດເມືອງສາມັກຄີ​ໄຊ ແຂວງອັດຕະປື
ໄປຕັ້ງຢູ່ໃນເຂດເມືອງປາກຊ່ອງດັ່ງກ່າວ.

ທັ້ງນີ້ໂດຍກຸ່ມບໍລິສັດຈາກຈີນທັງ 2 ລາຍດັ່ງກ່າວໄດ້ໃຫ້
ເຫດຜົນວ່າສະຖານທີ່ຕັ້ງເໝືອງແຮ່ໃນເຂດເມືອງສາມັກຄີໄຊນັ້ນມີຄວາມສ່ຽງສູງຕໍ່ການ ພະເຊີນກັບໄພນ້ຳຖ້ວມ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ໃນຊ່ວງ 2 ປີມານີ້ ຊຶ່ງເຮັດໃຫ້ບໍ່ສາມາດ
ທີ່ຈະລົງທຶນກໍ່ສ້າງເໝືອງແຮ່ ແລະໂຮງງານຜະລິດແຮ່ບັອກ​ໄຊໄດ້ເລີຍຈົນເຖິງປັດຈຸບັນ
ດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງ ໃນແຂວງຈຳປາສັກ ໄດ້ໃຫ້ການຢືນຢັນວ່າ

“ໂຄງການນີ້ເບື້ອງຕົ້ນວ່າ ຊິຕັ້ງໂຮງງານຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ແຕ່ສອງປີທີ່ຜ່ານມານີ້ ນ້ຳກໍຖ້ວມ ຊຶ່ງບໍ່ເໝາະສົມໃນການສ້າງໂຮງງານຢູ່ຫັ້ນ ກໍເລີຍສະເໜີມາຂໍຕັ້ງໂຮງງານຢູ່ປາກຊ່ອງ ຖ້າວ່າໄດ້ດຳເນີນການກໍ່ສ້າງຢູ່
ໃນທ້າຍປີນີ້ ຫຼືຕົ້ນປີໜ້າ ເຂົາກະຄາດວ່າໃນປີ 2018 ກໍຈະໄດ້ທຳການຜະລິດ ເປັນເບື້ອງຕົ້ນ.”


ໂດຍຖ້າຫາກວ່າ ທາງການລາວ ອະນຸຍາດຕາມການຮ້ອງຂໍດັ່ງກ່າວນີ້ ກຸ່ມບໍລິສັດຈາກ
ຈີນທັງ 2 ລາຍ ກໍໄດ້ປະກາດຄວາມພ້ອມທີ່ຈະລົງທຶນ ຄິດເປັນມູນຄ່າລວມຫລາຍກວ່າ
1,325 ລ້ານໂດລາໃນທັນທີ ແລະກໍຈະສາມາດເລີ້ມການຂຸດຄົ້ນແຮ່ບອ໊ກ​ໄຊທ໌ ເພື່ອສົ່ງ
ອອກໄປຕ່າງປະເທດໄດ້ພາຍໃນປີ 2018 ໂດຍຄາດວ່າ ຈະມີມູນຄ່າການສົ່ງອອກຫຼາຍ
ກວ່າ 1,000 ລ້ານໂດລາຕໍ່ປີ.

ນອກຈາກການລົງທຶນໃນການຂຸດຄົ້ນແຮ່ບອ໊ກໄຊທ໌ດັ່ງກ່າວແລ້ວກຸ່ມບໍລິສັດຈາກຈີນຍັງ
ໄດ້ສະແດງຄວາມສົນໃຈທີ່ຈະລົງທຶນໃນດ້ານອື່ນໆຢູ່ໃນແຂວງຈຳປາສັກໃຫ້ຫຼາຍຂຶ້ນອີກ
ດ້ວຍ ໂດຍໃນນີ້ກໍລວມເຖິງ ການລົງທຶນໃນເຂດເສດຖະກິດພິເສດ 3 ແຫ່ງ ທີ່ທາງການ ແຂວງຈຳປາສັກ ມີແຜນການຈະສ້າງຕັ້ງຂຶ້ນມາໃນມໍ່ໆນີ້ ຄືເຂດເສດຖະກິດພິເສດຄອນ
ພະເພັງ ເຂດເສດຖະກິດພິເສດວັງເຕົ່າ ແລະເຂດເສດຖະກິດພິເສດປາກຊ່ອງ ຕາມລຳ
ດັບ.
ບ່ອນ​ຫລິ້ນ​ກາ​ຊີ​ໂນ King Roman
ບ່ອນ​ຫລິ້ນ​ກາ​ຊີ​ໂນ King Roman

ໂດຍໃນລະຍະທີ່ຜ່ານມາ ກໍໄດ້ມີການລົງນາມໃນບັນທຶກ
ຄວາມເຂົ້າໃຈ ຮ່ວມກັບ ບໍລິສັດເອກະຊົນລາວ ແລະຕ່າງ
ຊາດໄປແລ້ວ 2 ແຫ່ງກໍຄືເຂດເສດຖະກິດພິເສດຄອນພະ
ເພັງແລະເຂດເສດຖະກິດພິເສດວັງເຕົ່າສ່ວນເຂດເສດຖະ
ກິດພິເສດປາກຊ່ອງນັ້ນກໍຄາດໝາຍວ່າກຸ່ມທຸລະກິດຈາກ ຈີນຈະເຂົ້າມາລົງທຶນໃນລະຍະຫຼັງຈາກໄດ້ຮັບອະນຸຍາດ
ຈາກທາງການລາວໃຫ້ລົງທຶນກໍ່ສ້າງເໝືອງແຮ່ບອ໊ກ​ໄຊ​ທ໌
ດັ່ງກ່າວ ຢ່າງເປັນທາງແລ້ວ.

ໃນປັດຈຸບັນນີ້ທາງການລາວໄດ້ສ້າງຕັ້ງເຂດເສດທະກິດພິເສດແລະເຂດເສດຖະກິດສະ
ເພາະແລ້ວ 10 ແຫ່ງ ໂດຍເຂດທຳອິດກໍແມ່ນເຂດເສດຖະກິດພິເສດສະຫວັນເຊໂນ ໃນ
ແຂວງສະຫວັນນະເຂດ ຕາມດ້ວຍເຂດເສດຖະກິດສະເພາະ ບໍ່ເຕັນແດນງາມຢູ່ແຂວງ
ຫຼວງນ້ຳທາ ເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວ. ສ່ວນ
ນະຄອນວຽງຈັນກໍມີຢູ່ເຖິງ 5 ແຫ່ງ ແລະອີກ 2 ແຫ່ງຕັ້ງຢູ່ແຂວງຄຳມ່ວນ ຕາມລຳດັບ.
XS
SM
MD
LG