ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ການ​ທູດ​ຈີນ ສອງ​ທ່ານ ຖືກ​ຂ້າ​ຕາຍ ໃນເຫດການຍິງກັນ ຢູ່ທີ່ ຟີລິບປິນ


ແຜນທີ່ ປະເທດ ຟີລິບປິນ
ແຜນທີ່ ປະເທດ ຟີລິບປິນ

ນັກ​ການ​ທູດ​ຈີນ ສອງ​ທ່ານ ຖືກ​ຂ້າ​ຕາຍ ​ແລະ ອີກ​ຄົນ​ນຶ່ງ ​
ໄດ້​ຮັບ​ບາດ​ເຈັບ ​ໃນ​ລະຫວ່າງ ການ​ຍິງ​ກັນ ເມື່ອ​ວັນ​ພຸດ​ມື້​ນີ້
ຢູ່​ທີ່​ຮ້ານ​ອາຫານ​ ໃນ​ເມືອງແຫ່ງນຶ່ງ ​ຢູ່ທາງ​ພາກ​ກາງຂອງ
ຟີ​ລິບ​ປິນ ອີງ​ຕາມ​ເຈົ້າໜ້າ​ທີ່​ຕຳ ຫຼວດ​ທ້ອງ​ຖິ່ນ ​ແລະ
ລາຍ​ງານຂ່າວ.

ຕຳຫຼວດ ກ່າວ​ວ່າ ຫົວໜ້າກົງສຸນ ທ່ານ Song Ronghua ​
ໄດ້​ຮັບ​ບາດ​ເຈັບ ​ແລ​ະ ພະນັກງານ​ຂອງ​ທ່ານ​ ສອງ​ຄົນ ຖືກ
ຂ້າ​ຕາຍ ​ໃນ​ການ​ຍິງ​ກັນ ຢູ່​ທີ່​ຮ້ານ​ອາຫານ Lighthouse ຢູ່​
ໃນ​ເມືອງ Cebu ຂອງ​ຟີ​ລິບ​ປິນ.

ໜັງສືພິມ​ Philippine Daily Inquirer ​ໄດ້​ລາຍ​ງານ​ວ່າ ຫົວໜ້າ​ກົງ​ສຸນ ​ແມ່ນ​ມີອາການ
ທຸ່ນທ່ຽງແດ່ແລ້ວ ​ແລະ​ກ່າວ​ຕື່ມ​ວ່າ ຜູ້​ຕ້ອງ​ສົງ​ໄສ​ສອງຄົນ ທີ່​ເປັນ​ຜູ້​ຊາຍ ​ແລະ ຜູ້​ຍິງ ຖືກ​
ຄຸມ​ຕົວ​ໄວ້​ໄດ້.

ແມ່​ຍິງ​ຈີນຄົນນຶ່ງ ​ແມ່ນ​ສົງ​ໄສ​ວ່າ ​ເປັນມືປືນໃນ​ການຍິງ​ສັງຫານຄັ້ງນີ້ ອີງ​ຕາມ ໜັງສືພິມ
Philippine Sun Star.

ບໍ່​ມີ​ລາຍ​ງານ ກ່ຽວ​ກັບຈຸດປະສົງຂອງ​ການ​ໂຈມ​ຕີດັ່ງ​ກ່າວ​. ບັນດາ​ເຈົ້າ ໜ້າ​ທີ່​ຈີນ ກໍບໍ່ມີ
​ຄຳ​ເຫັນ​ຕໍ່​ເຫດການ​ນີ້.

XS
SM
MD
LG