ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ສະມັກ ປະທານາທິບໍດີ 2 ທ່ານ ຕ່າງກໍອ້າງ ເອົາໄຊຊະນະ ໃນ ຮອນດູຣາສ (ສະ​ໄລ​ດ໌)


ທ່ານ Juan Hernandez, ຜູ້ສະມັກປະທານາທິບໍດີ ສັງກັດພັກ National Party ຂອງລັດຖະບານ ໃຫ້ສັນຍານຕໍ່ພວກສະໜັບ
ສະໜຸນທ່ານ ທີ່ນະຄອນຫຼວງ Tegucigalpa .
ວັນທີ 24 ພະຈິກ, 2013.
ທ່ານ Juan Hernandez, ຜູ້ສະມັກປະທານາທິບໍດີ ສັງກັດພັກ National Party ຂອງລັດຖະບານ ໃຫ້ສັນຍານຕໍ່ພວກສະໜັບ ສະໜຸນທ່ານ ທີ່ນະຄອນຫຼວງ Tegucigalpa . ວັນທີ 24 ພະຈິກ, 2013.
2 ຄົນ​ ໃນ​ບັນດາ​ຜູ້​ສະມັກ​ເລືອກ​ຕັ້ງ​ ປະທານາທິບໍດີ 8 ຄົນ​ໃ​ນ
Honduras ປະກາດວ່າ​ຕົນ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ປ່ອນ​ບັດ
​ເລືອກ​ຕັ້ງ​ ໃນ​ວັນ​ອາທິດ​ວານ​ນີ້.

ທ່ານນາງ Xiomara Castro de Zelaya ​ແລະ​ທ່ານ Juan
Orlando Hernandez ທັງ​ສອງ​ກ່າວ​ອ້າງວ່າ ​ຕົນ​ໄດ້ຮັບ​ໄຊ
ຊະນະ ກ່ອນ​ມີ​ການ​ປະກາດ​ຜົນ​ຂອງ​ການ​ນັບ​ບັດຄະ​ແນນ​ສຽງ
ບັ້ນ​ສຸດ​ທ້າຍ​ໃຫ້​ຊາບ.

ທ່ານ​ນາງ Castro ​ເປັນ​ພັນ​ລະ​ຍາ​ຂອງ​ອະດີດ​ປະທານາທິບໍດີ
Manuel Zelaya ທີ່ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ປີ2009
​ແລະ​ທ່ານ Hernandez ​ເປັນ​ຜູ້​ສະມັກ​ເລືອກ​ຕັ້ງ​ສັງກັດ​ພັກ National Party ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ.

ບັນດາ​ເຈົ້າ​ໜ້າ​ທີ່ກຳກັບ​ການ​ເລືອກ​ຕັ້ງ ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ
ທ່ານ Hernandez ມີສຽງ​ນຳ​ໜ້າຄູ່​ແຂ່ງ​ໜ້ອຍ​ນຶ່ງ. ຄາດ​ວ່າ​ຈະ​ມີ​ການ​ປະກາດຜົນ​ຂອງ​ການ​ເລື້ອກຕັ້ງ​ຂັ້ນ​ສຸດ​ທ້າຍ​ໃຫ້​ຊາບ​ພາຍ​ໃນ​ວັນ​ຈັນ​ມື​ນີ້.

ບັນດາ​ນັກ​ສັງ​ເກດ​ການ​ນາໆ​ຊາດ​ທີ່​ຕິດຕາມ​ເບິ່ງ​ການ​ເລືອກ​ຕັ້ງ ກ່າວ​ວ່າ ​ການ​ປ່ອນບັດ​ໄດ້​ດຳ​ເນີນ​ໄປ​ໂດຍ​ບໍ່​ມີ​ການ​ກະທຳ​ຜິ​ດກົດ​ລະບຽບການ​ເລືອກ​ຕັ້ງ​ໃດໆ.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ກ່າວ​ວ່າ ປະຊາຊົນ​ໄດ້​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ລະດັບສູງ.

Honduras ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ແລະ​ມີ​ຄວາມ​ວຸ້ນວາຍ​ຫຼາຍ​ທີ່​ສຸດໃນ​ບັນດາ​ປະ​ເທດ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ.


XS
SM
MD
LG