ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບສົບ ນັກບິນ ເຮືອບິນ ທະຫານ ສຫລ ທີ່ຕົກ ຢູ່ Kyrgyzstan (ວີດີໂອ)


ພາບທີ່ສະແດງໃຫ້ເຫັນບ່ອນເຮືອບິນ Boeing KC-135 ບັນທຸກນໍ້າມັນ ຕົກຢູ່ໃກ້ບ້ານ Chaldovar ໃນ Kyrgyzstan.
ພາບທີ່ສະແດງໃຫ້ເຫັນບ່ອນເຮືອບິນ Boeing KC-135 ບັນທຸກນໍ້າມັນ ຕົກຢູ່ໃກ້ບ້ານ Chaldovar ໃນ Kyrgyzstan.
ບັນດາ​ເຈົ້າ​ໜ້າ​ທີ່​ໃນ Kyrgyzstan ກ່າວ​ວ່າ ສົບ​ຂອງ​ນັກ​ບິນ
ສະຫະລັດ ສອງ​ຄົນ​ໄດ້​ພົບ​ເຫັນ ຫລັງ​ຈາກ​ເຮືອບິນ​ທະຫານໃສ່​
ນໍ້າມັນ ​ໄດ້​ຕົກລົງ​ໃນ​ວັນ​ສຸກ ປະມານ 160 ກິ​ໂລ​ແມດ ທາງ​
ພາກ​ຕາ​ເວັນ​ຕົກ​ຂອງ ຖານ​ທັບເຮືອບິນ​ອາ​ເມຣິກັນ ທີ່ ​ເດິ່ນ​ເຮືອ
ບິນ​ນາໆ​ຊາດ Manas. ຖານ​ທັບ​ໃຊ້​ເພື່ອສະໜັບສະໜູນ ທະ
​ຫານ​ສະຫະລັດ ສູ້​ລົບ​ຢູ່​ໃນອັຟກາ​ນິສຖານ.

​ໂຄສົກ ກະຊວງສຸກ​ເສີນ​ຂອງ Kyrgyzstan ກ່າວ​ວ່າ ທິ​ມ​ຄົ້ນ​ຫາ​ໄດ້​ພົບ​ເຫັນ​ສອງຊິ້ນ​ສ່ວນຂອງ​ຮ່າງກາຍ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື​ນີ້. ຊາກ​ສົບ​ຍັງ​ບໍ່​ທັນ​ໄດ້​ພິສູດ ​ແລະ​ການ​ຄົ້ນ​ຫາ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ ​ແກ່​ຊາວ​ອາ​ເມຣິກັນ ຄົນ​ທີ່​ສາມ​ຢູ່​ທີ່​ຢູ່​ໃນ​ເຮືອບິນ ​ແລະເທ​ບບັນ​ທຶກ​ການບິນ.

​ເຈົ້າ​ໜ້າ​ທີ່ Kyrgysztan ກ່າວ​ວ່າ ​ເຮືອບິນ​ໄດ້​ບັນທຸກນໍ້າມັນ 60 ຕັນ​ເວລາ​ມັນ​ຕົກລົງ​ມາ. ບໍ່​ມີ​ຄໍາ​ເວົ້າ​ໄດໆ​ວ່າ ແມ່ນ​ຫຍັງ​ອາດ​ຈະ​ເຮັດ​ໃຫ້​ເຮືອບິ​ນຕົກ.

​ໃນ​ວັນ​ຈັນແລ້ວ​ນີ້ ​ເຮືອບິນ​ຂົນ​ສົ່ງ​ພົນລະ​ເຮືອນ​ໄດ້​ຕົກ ຫລັງ​ຈາກ​ຂື້ນ​ບິນ​ຂື້ນ​ພຽງລະຍະ​ສັ້ນໆ ຈາກ​ເດິ່ນ​ເຮືອບິນ Bagram ​ທີ່​ຄວບ​ຄຸມ​ໂດຍ ສະຫະລັດ ໃນ ອັຟກາ​ນິສຖານ ມີ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ເຈັດ​ຄົນ.

Kygyzstan
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG