ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ Twitter ລົບລ້າງກວ່າ 235,000 ບັນຊີ ທີ່ພົວພັນກັບ ການກໍ່ການຮ້າຍ


ຮູບພາບ ທີ່ພິມໃນລະບົບ 3 ມິຕິ ສັນຍາລັກຂອງ Twitter ແລະທຸງຂອງລັດອິສລາມ.
ຮູບພາບ ທີ່ພິມໃນລະບົບ 3 ມິຕິ ສັນຍາລັກຂອງ Twitter ແລະທຸງຂອງລັດອິສລາມ.

Twitter ​ໄດ້​ປະກາດ​ວ່າ​ ຕົນ​ໄດ້​ລົບ​ລ້າງ​ຕື່ມອີກ 235,000 ບັນ​ຊີ ທີ່​ໄດ້​ສົ່ງ​ເສີມ​ການ​ກໍ່​ການ​ຮ້າຍ​ ໃນ​ໄລຍະ​ຫົກ​ເດືອນ​ທີ່​ຜ່ານ​ມາ.

ບໍລິສັດ​ Twitter ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ໃນ​ວັນ​ພະຫັ​ດວານ​ນີ້ວ່າ “ນີ້ແມ່ນເຮັດ​ໃຫ້ ຈຳນວນບັນຊີ ທີ່​ຖືກ​ລົບ​ລ້າງ​ທັງ​ໝົດ ຕົກ​ເປັນ 360,000 ນັບ​ແຕ່​ກາງ​ປີ 2015 ​ເປັນຕົ້ນ ມາ.”

Twitter ກ່າວ​ວ່າ ການ​ລົບ​ລ້າງ​ໃນ​ແຕ່​ລະ​ວັນ​ຂອງ​ບັນດາ​ຜູ້​ໃຊ້​ບັນຊີ ​ໄດ້​ເພີ້​ມຂຶ້ນ​ເຖິງ 80 ​ເປີ​ເຊັນ ນັບ​ແຕ່​ປີ 2015 ມາ. ​ບໍລິສັດ ຍັງ​ກ່າວ​ເພີ້ມອີກວ່າ ຫລາຍໆ​ ບັນຊີ​ໄດ້​ຖືກ​ລົບ​ລ້າງ ຫລັງ​ຈາກ​ມີການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ທັນທີ.

​ບໍລິສັດທີ່ມີຫ້ອງການ​ຢູ່​ໃນ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ທຳ​ຄວາມ​ຄືບ​ໜ້າ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ຄົນໃຊ້ ​ທີ່​ໄດ້​ຖືກ​ລົບລ້າງບັນຊີ ​ແລະ​ກັບ​ຄືນ​ມາ​ໃຊ້​ໃນ​ຊື່​ບັນຊີ​ໃໝ່ ​ແລະ​ໄດ້ “ຮ່ວມ​ມື​ກັບສື່​ສັງຄົມ​ອື່ນໆໃນ​ການ​ລະບຸ​ເນື້ອ​ໄນ​ກໍ່​ການ​ຮ້າຍ.”

​ເຖິງ​ແມ່ນ​ວ່າມີ​ຄວາມ​ຄືບ​ໜ້າ ຜູ້​ໃຊ້​ທີ່​ໄດ້​ຖືກ​ລົບ​ລ້າງ​ບັນຊີຫລາຍ​ຄົນ ​ໄດ້​ພົບ​ພໍ້​ທາງ​ອື່ນ ກັບ​ຄືນ​ເຂົ້າ​ມາໃຊ້ Twitter ອີກ.

ທ່ານ J.M. Berger ຊຶ່ງ​ເປັນ​ຜູ້​ນຶ່ງ​ຢູ່​ໃນ​ໂຄງການ​ຫົວ​ຮຸນ​ແຮງ​ຈັດ ​ທີ່ມະຫາວິທະ ຍາ​ໄລ George Washington ກ່າວ​ວ່າ “ຈຳນວນ​ໂຕ​ເລກ ​ຮວມ​ທັງໂຕ​ເລກ​ຈຳນວນ​ຫຼວງຫຼາຍ ຂອງ​ຜູ້​ໃຊ້ ທີ່​ເປັນ​ຜູ້​ຖືກ​ລົບ​ລ້າງ​ຊໍ້າ​ແລ້ວ​ຊໍ້າອີກ ຫລັງ​ຈາກ​ໄດ້​ສ້າງ​ບັນຊີ​ໃໝ່​ຂຶ້ນ​ມາ ​ເພາະ ສະນັ້ນ ຈຳນວນ​ບັນຊີ​ທີ່​ຖືກ​ລົບ​ລ້າງ​ບໍ່​ເທົ່າ​ກັນກັບ​ຈຳ ນວນ​ຂອງ​ຜູ້​ໃຊ້​ທີ່​ຖືກ​ລົບ​ລ້າງ​ທັງ​ໝົດ.

ທ່ານ Berger ​ໄດ້​ເປັນ​ຫົວໜ້າ​ນຳພາ ການ​ສື​ກສາ​ ໃນ​ປີ 2015 ທີ່​ມີ​ຫົວ​ຂໍ້​ວ່າ “ການສຳ ຫລວດ ບັນຊີ Twitter ຂອງ​ກຸ່ມ ISIS” ທີ່​ໄດ້​ພົບ​ເຫັນ​ບັນດາ​ຜູ້ສະ ໜັບສະໜູນ​ກຸ່ມກໍ່​ການ​ຮ້າຍ​ລັດ​ອິສລາມ ທີ່ໄດ້​ໃຊ້​ຢ່າງ​ໜ້ອຍ 46,000 ບັນຊີ Twitter ລະຫວ່າງ​ເດືອນກັນຍາ ​ຫາ​ທັນວາ ປີ 2014 ຊຶ່ງສະ​ເລ່ຍ​ແລ້ວ​ມີຜູ້​ຕິດຕາມປະມານ 1,000 ຄົນ​ໃນ​ແຕ່​ລະ​ບັນຊີ.

Twitter ​ໄດ້​ຖືກ​ຕິຕຽນ​ໃນໄລຍະ​ຜ່ານ​ມາ ​ທີ່​ບໍ່ໄດ້​ເອົາ​ມາດ​ຕະການຢ່າງ​ພຽງ​ພໍ ​ໃນ​ການ ຄວບ​ຄຸມ​ການ​ສົ່ງ​ຂໍ້ຄວາມ​ຫາ​ກັນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Berger ​ໄດ້​ໃຫ້​ຄວາມ​ເຊື່ອ​ຖື​ຕໍ່ Twitter ທີ່​ໄດ້​ທຳ​ຄວາມ​ຄືບ​ໜ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG