ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮຸ້ນ ບໍລິສັດ Twitter ມີລາຄາສູງຂຶ້ນ ໃນມື້ທຳອິດ ຂອງ ການຊື້ຂາຍ (ວີດີໂອ)


Twitter Stock Makes Impressive Debut at NYSE
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ
ລາຄາຮຸ້ນຂອງ​ບໍລິສັດ Twitter ໄດ້​ເພີ້ມຂຶ້ນ​ເປັນເກືອບ​ສອງ​ເທົ່າ
​ໃນ​ນຶ່ງ​ຊົ່ວໂມງ​ທໍາ​ອິດ​ຂອງ​ການ​ຊື້ຂາຍ​ ໃນ​ວັນ​ພະຫັດວານ​ນີ້ ສຳ
ລັບຕາໜ່າງ​ເວັບ​ໄຊ​ສື່​ສັງຄົມ ທີ່ໄດ້​ຮັບ​ຄວາມນິຍົມ​ກັນ​ຫຼາຍນັ້ນ.

ບໍລິ​ສັດ​ມີ​ຫ້ອງການ​ຢູ່​ໃນສະຫະລັດດັ່ງກ່າວ ​ໄດ້​ສະ​ເໜີ​ຂາຍ​ຮຸ້ນ
ຊຸດ​ທໍາ​ອິດ ຂອງ ​ເວັບ​ໄຊໃນ​ລາຄາ 26 ​ໂດ​ລາ ຢູ່​ໃນ​ຕະຫລາດ
ຊື້ຂາຍ​ຮຸ້ນ​ນະຄອນນິວຢ​ອກ. ​ແຕ່​ຄວາມ​ສົນ​ໃຈ​ໃນ​ຮຸ້ນດັ່ງກ່າວ
​ໄດ້ເຮັດໃຫ້​ລາຄາ​ຮຸ້ນ​ສູງຂື້ນ​ເປັນ​ຫລາຍ​ກວ່າ 50 ​ໂດ​ລາ ​ແຕ່​
ໄດ້​ຫລຸດ​ລົງ​ມາ​ເປັນ​ປະມານ 45 ​ໂດ​ລາ ກ່ອນ​ອັດ​ຕະຫຼາດ.

​ເວລາ​ລະຄັງປິດ​ຕະຫຼາດຮຸ້ນດັງ​ຂຶ້ນ ຕາໜ່າງສື່​ສັງຄົມ Twitter
​ແມ່ນ​ມີ​ມູນ​ຄ່າ​ຢູ່ 35 ພັນ​ລ້ານ​ໂດ​ລາ.

ຕາໜ່າງ Twitter ມີ​ຜູ້​ໃຊ້​ຫລາຍ​ກວ່າ 230 ລ້ານ​ຄົນຊຶ່ງ​ເປັນ​ຜູ້​ມັກ​ສົ່ງ​ຂ່າວສັ້ນໆໂດຍ​ໃຊ້
ຄໍາ​ເວົ້າບໍ່​ກາຍ 140 ອັກສອນ ກ່ຽວ​ກັບ​ເລື້ອງ​ສ່ວນ​ຕົວ ​ແລະ​ວິຊາຊີບຂອງ​ພວກ​ເຂົາເຈົ້າ.

ແຕ່​ໃດ​ມາບໍລິສັດ Twitter ບໍ່ເຄີຍ​ໄດ້​ຮັບກໍາ​ໄລໃດໆ. ​ແຕ່ບັນດາ​ນັກວິ​ເຄາະດ້ານ​ການລົງ​ທຶນ​
ຈໍານວນ​ນຶ່ງ ​ເຊັ່ນທ່ານ​ນາງ Kathy Smith ຂອງ​ບໍລິສັດ Renaissance Capital ຄິດ​ວ່າ
ລາຍໄດ້ປະ​ຈໍາປີ 800 ລ້ານ​ໂດ​ລາ ຊຶ່ງສ່ວນ ໃຫຍ່​ມາ​ຈາກການ​ໂຄສະນານັ້ນ ​ໃນ​ບໍ່​ຊ້າ​ຈະ​ມີ​
ຄວາມ​ໝາຍວ່າ​ ເປັນ​ລາຍ​ໄດ້​ຂະ ໜາ​ດ​ໃຫຍ່.

ບໍລິສັດ Twitter ແມ່ນ​ເປັນ​ເຈົ້າ​ຂອງໂດຍ​ສ່ວນ​ບຸກຄົນ. ​ແຕ່ການ​ເປີດ​ຂາຍ​ຮຸ້ນ​ເປັນ​ເທື່ອ​ທຳ​
ອິດ​ໃນ​ວັນ​ພະຫັດ​ວານ​ນີ້ ​ເຮັດ​ໃຫ້​ບໍລິສັດ​ມີ​ລາຍ​ໄດ້ປະມານ 2 ພັນ​ລ້ານ​ໂດ​ລາ ​ແລະ​ບາ​ງທີ
ອາດ​ເປັນ​ການຂາຍ​ຮຸ້ນ​ທີ່​ມີ​ການ​ຄາດ​ຄະ​ເນ​ກັນໄວ້​ລ່ວງໜ້າ​ຢ່າງ​ກວ້າງຂວາງຂອງ​ຕະຫຼາດ
ຊື້ຂາຍ​ຮຸ້ນ Wall Street ນັບແຕ່ Face Book ທີ່​ເປັນ​ສື່​ສັງຄົມ​ອີກ​ຕາໜ່າງ​ນຶ່ງທີ່​ໄດ້​ເລີ້​ມສະ​
ເໜີຂາຍ​ຮຸ້ນເມື່ອນຶ່ງ​ປີ​ກວ່າໆ ຜ່າ​ນມາ.
XS
SM
MD
LG