ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເລີກລົ້ມ ຄວາມພະຍາຍາມ ທີ່ຈະບັງຄັບ ໃຫ້ Twitter ບົ່ງຊື່ຜູ້ໃຊ້ ທີ່ຕ້ອງຕິ ປ. ທຣໍາ


ສັນຍາລັກ ຂອງບໍລິສັດ twitter.
ສັນຍາລັກ ຂອງບໍລິສັດ twitter.

ອີງ​ຕາມ​ບໍລິສັດ ສື່​ສັງຄົມອອນ​ລາຍ​ແຫ່ງ​ນຶ່ງ​ເວົ້າວ່າ ລັດຖະບານ​ສະຫະລັດ​ ໄດ້​ເລີກລົ້ມ
​ຄວາ​ມພະຍາຍາມ​ຂອງ​ຕົນ ທີ່ຈະບັງຄັບ​ໃຫ້ສື່​ສັງຄົມອອນ​ລາຍ Twitter ບົ່ງບອກ​ຊື່ເຈົ້າ
ຂອງ​ຜູ້​ໃຊ້ບັນຊີ ທີ່​ຕໍານິຕິຕຽນປະທານາທິບໍດີ ດໍ​ໂນລ ທຣໍາ ນັ້ນ.

​ໃນການຕອບກັບນັ້ນ ​ຝ່າ​ຍ​ບໍລິສັດ Twitter ​ເວົ້າ​ວ່າ ຕົນ​ກໍ​ໄດ້​ຍົກ​ເລີກ ​ການ​ຟ້ອງ​ຮ້ອງ​ຕໍ່ລັດຖະບານ​ສະຫະລັດ​ ທີ່​ທ້າ​ທາຍ​ຕໍ່ຂໍຮ້ອງໃຫ້ເປີດ​ເຜີຍ​ຊື່ຂອງຜູ້​ໃຊ້​ບັນຊີ​ ​ໃນ​ເວັບ​ໄຊ
ຂອງ​ຕົນ.

ມື້​ກ່ອນ​ນັ້ນ ບໍລິສັດ Twitter ​ໄດ້​ຍື່ນ​ສຳນວນຟ້ອງ​ທີ່​ເວົ້າວ່າ ລັດຖະບານໄດ້​ໃຊ້​ອໍານາດ
​ເກີນ​ຂອບ​ເຂດ​ຂອງ​ຕົນ ​ໂດຍ​ໄດ້ສັ່ງ​ໃຫ້ບໍລິສັດດັ່ງກ່າວ ເປີດ​ເຜີຍ​ຊື່ຂອງຜູ້ຢູ່​ເບື້ອງຫລັງ
ການ​ໃຊ້​ບັນຊີອອນ​ລາຍ ຂອງບໍລິສັດນັ້ນ​.

ສະມາຊິກສະພາສູງ ທ່ານ Ron Wyden ພັກເດໂມແຄຣັດ ຈາກລັດ Oregon.
ສະມາຊິກສະພາສູງ ທ່ານ Ron Wyden ພັກເດໂມແຄຣັດ ຈາກລັດ Oregon.

ສຳນວນຟ້ອງ​ສະບັບນັ້ນ​ ຂຽນວ່າ ກະຊວງ​ຮັກສາ​ຄວາມໝັ້ນຄົງພາຍ​ໃນ ​ແລະຫ້ອງ
ການພາສີ ​ແລະປ້ອງ​ກັນຊາ​ຍ​ແດ​ຍ ​ໄດ້​ພະຍາຍາມ​ຊອກ​ຫາຊື່ຂອງຜູ້ໃຊ້​ບັນຊີ @ALT-
USCIS ຊຶ່ງ​ໄດ້ອ້າງຕົນ​ເອງ​ວ່າແມ່ນ “ການຕໍ່ຕ້ານດ້ານການເຂົ້າເມືອງ ຂອງຄົນຕ່າງ
ຊາດ”.

ຜູ້ປະທ້ວງຄົນນຶ່ງ ຢູ່ຕະຫລາດຮຸ່ນ Wall Street ຖືກຕຳຫລວດຈັບ.
ຜູ້ປະທ້ວງຄົນນຶ່ງ ຢູ່ຕະຫລາດຮຸ່ນ Wall Street ຖືກຕຳຫລວດຈັບ.

ບໍລິສັດ Twitter ກ່າວຕໍ່ອົງຂ່າວຕ່າງໆວ່າ ບັນຊີນີ້ໄດ້ດໍາເນີນການໂດຍພະນັກ ງານ ແລະ
ອະດີດພະນັກງານຂອງຫ້ອງການບໍລິການດ້ານການປ່ຽນສັນຊາດ ແລະຄົນເຂົ້າເມືອງ ຂອງສະຫະລັດ ຫລື USCIS ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ​ຮັກສາ​ຄວາມໝັ້ນ
ຄົງ​ພາຍ​ໃນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG